ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະໜັບສະໜູນໃຫ້ຈີນ ເຂົ້າຮ່ວມກອງປະຊຸມສຸດຍອດສັນຕິພາບ ຢູເຄຣນ


ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ແລະ ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ.
ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ແລະ ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ.

ສະຫະລັດ ສະໜັບສະໜູນໃຫ້ຈີນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດທີ່ວາງແຜນໄວ້ ກ່ຽວກັບຢູເຄຣນ ​ໃນ​ເດືອນ​ນີ້ ​ທີ່​ປະ​ເທດ​ສະ​ວິດເຊີແລນ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ກ່າວ​ກັບບັນດານັກຂ່າວ ໃນ​ວັນ​ພະຫັດ​ວານ​ນີ້ ໂດຍມາ ຮອດປະຈຸບັນນີ້ ຈີນກ່າວວ່າ ຕົນຈະບໍ່ເຂົ້າຮ່ວມ ເນື່ອງຈາກຣັດເຊຍ ບໍ່ໄດ້ຖືກ ເຊີນເຂົ້າຮ່ວມ, ອີງຕາມອົງການຂ່າວ Reuters.

ກີຢິບ ກ່າວ​ວ່າ ຫຼາຍກວ່າ 100 ປະ​ເທດ​ໄດ້​ຮັບ​ເອົາ​ຄຳ​ເຊີນເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ສັນຕິພາບ​ທີ່​ຮ່າງຂຶ້ນ​ໂດຍ​ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ​ເພື່ອ​ຢຸດຕິ​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ຢ່າງ​ເຕັມຮູບແບບ ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ເດືອນ​ກຸມພາ​ປີ 2022. ຣັດເຊຍ ເຊິ່ງຈີນ ມີສາຍພົວພັນທີ່ໃກ້ຊິດນຳ ບໍ່ໄດ້ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ​ວັນ​ທີ 15-16 ເດືອນ​ມິ​ຖຸ​ນານີ້​.

ມາ​ຮອດ​ປະຈຸ​ບັນນີ້, ປັກ​ກິ່ງ ເຊິ່ງ​ມີ​ສາຍ​ສຳພັນ​ທີ່​ໃກ້ຊິດ​ກັບ​ມົສກູ ​ໄດ້​ກ່າວ​ວ່າ ຕົນ​ຈະ​ຢູ່​ຫ່າງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ, ​ໂດຍ​ອະທິບາຍວ່າ ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ສອງ​ຝ່າຍທີ່​ສູ້​ລົບ​ກັນ​ ​ເປັນ​ເງື່ອນ​ໄຂເບື້ອງຕົ້ນ ສຳລັບ​ກອງ​ປະຊຸມ​ສັນຕິພາບ​ທີ່​ສຳຄັນໃດກໍຕາມ.

"ພວກເຮົາ ຈະສະໜັບສະໜູນໃຫ້ຈີນເຂົ້າຮ່ວມໃນກອງປະຊຸມສຸດຍອດນັ້ນ ຢ່າງ ແນ່ນອນ. ພວກເຂົາເຄີຍເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງກ່ອນໆ. ພວກເຮົາຄິດ ວ່າການປະກົດໂຕຂອງພວກເຂົາຈະເປັນປະໂຫຍດ. ພວກເຮົາຄິດວ່າການປະກົດໂຕຂອງພວກເຂົາ ຈະເປັນປະໂຫຍດຢູ່ທີ່ນີ້," ໂຄສົກ ກະຊວງການຕ່າງປະເທດ ກ່າວໃນກອງປະຊຸມສະຫຼຸບຂ່າວ.

ກ່ອນ​ໜ້າ​ນີ້, ສະຫະລັດ ເຄີຍ​ກ່າວວ່າ ວໍ​ຊິງ​ຕັນ​ແລະ​ສະ​ຫະ​ພາບຢູໂຣບ ​ຕ້ອງ​ສົ່ງ​ຂໍ້ຄວາມໄປຫາ​ຈີນ​ ວ່າ​ບໍ​ລິ​ສັດ​ຂອງ​ຈີນ ຕ້ອງປະ​ເຊີນກັບ​ທາງເລືອກ ລະຫວ່າງ​ການເຮັດ​ທຸ​ລະ​ກິດ​ກັບ​ເສດ​ຖະ​ກິດ​ຂອງສະຫະລັດ ​ແລະ​ສະ​ຫະ​ພາບ​ຢູໂຣບ ​ຫຼື​ຈັດ​ກຽມສິນຄ້າທີ່ໃຊ້ໄດ້ທັງສອງທາງໃຫ້ກັບ​ຣັດ​ເຊຍ​.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

WASHINGTON, June 6 (Reuters) - The United States encourages China to attend a planned summit on Ukraine this month in Switzerland, a U.S. State Department spokesperson told reporters on Thursday, with China thus far saying it will stay away as Russia had not been invited.

Kyiv says more than 100 countries have accepted its invitation to the summit to discuss provisions of a peace plan outlined by President Volodymyr Zelenskiy to end the full-scale Russian invasion that began in February 2022. Russia, with whom China has close ties, has not been invited to participate in the June 15-16 meeting.

Beijing, which has close ties with Moscow, has so far said it will stay away from the summit, describing the attendance of both warring sides as a prerequisite for any substantive peace conference.

"We certainly would encourage China to participate in that summit. They've attended previous versions of the summit. We thought their presence was helpful. We think their presence would be helpful here," the State Department spokesperson said in a briefing.

The United States has previously said that Washington and the European Union must deliver a message to China that its firms face a choice between doing business with the U.S. and EU economies or equipping Russia with dual-use goods.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG