ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະກາດ ສົ່ງຄະນະ ບັນເທົາ ໄພພິບັດ ແລະ ໃຫ້ເງິນຊ່ອຍເຫຼືອ 1 ແສນໂດລາ ແກ່ພາກໃຕ້ລາວ


ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ຣີນາ ບິດເຕີ ປະຈຳ ສປປ ລາວໄດ້ປະກາດໃຫ້ການຊ່ວຍເຫຼືອເປັນເງິນ ຈຳນວນ 100,000 ໂດລາ ໃນການຊ່ອຍບັນເທົາທຸກສຸກເສີນ ໃນວັນສຸກ ທີ 27 ກໍລະກົດ 2018.
ເອກອັກຄະລັດຖະທູດ ສະຫະລັດ ທ່ານນາງ ຣີນາ ບິດເຕີ ປະຈຳ ສປປ ລາວໄດ້ປະກາດໃຫ້ການຊ່ວຍເຫຼືອເປັນເງິນ ຈຳນວນ 100,000 ໂດລາ ໃນການຊ່ອຍບັນເທົາທຸກສຸກເສີນ ໃນວັນສຸກ ທີ 27 ກໍລະກົດ 2018.

ສະຫະລັດປະກາດສົ່ງຄະນະບັນເທົາໄພພິບັດ ແລະອະນຸມັດເງິນ 100,000 ໂດລາ
ເພື່ອໃຫ້ການຊ່ອຍເຫຼືອບັນເທົາທຸກສຸກເສີນ ຢູ່ແຂວງອັດຕະປື ແລະເຂດທີ່ປະສົບໄພ
ນ້ຳຖ້ວມ ໃກ້ຄຽງ ໃນພາກໃຕ້ຂອງລາວ.

ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານນາງ ຣີນາ ບິດເຕີ້ ໄດ້ປະກາດ
ໃຫ້ການຊ່ວຍເຫຼືອດັ່ງກ່າວ ໃນວັນສຸກ ທີ 27 ກໍລະກົດ ວານນີ້.

ໂດຍຜ່ານອົງການພັດທະນາສາກົນ ຫຼື ຢູເສດຂອງສະຫະລັດ ລັດຖະບານສະຫະລັດ
ໄດ້ສົ່ງຄະນະນັກຊ່ຽວຊານ ເພື່ອປະສານງານ ແລະຄຸ້ມຄອງການຕອບຮັບ ຂອງລັດຖະ
ບານ ສະຫະລັດ ແລະໄດ້ເຮັດວຽກຮ່ວມກັນກັບອົງການ UNICEF ຢູ່ລາວ ເພື່ອຊ່ອຍ
ເຫຼືອໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບເຂົ້າເຖິງນ້ຳສະອາດ ອຸບປະກອນອະນາໄມຂັ້ນ
ພື້ນຖານ ແລະການບໍລິການສຸກເສີນຕ່າງໆ. ເງິນຈຳນວນດັ່ງກ່າວ ຈະໃຫ້ການສະໜັບ
ສະໜຸນໂດຍກົງ ຕໍ່ການດຳເນີນຄວາມພະຍາຍາມ ຂອງອົງການ UNICEF ໃນການ
ຈັດຫານ້ຳດື່ມສະອາດ ວິທີການໃນການບຳບັດນ້ຳ ການຟື້ນຟູແຫຼ່ງນ້ຳສະອາດ ແລະ
ສິ່ງອຳນວຍ ຄວາມສະດວກທາງດ້ານ ສຸຂະອະນາໄມ ຢູ່ຕາມສູນກາງແພດຕ່າງໆ ແລະ
ໂຮງຮຽນ ໃນເຂດທີ່ປະສົບໄພພິບັດ ໃຫ້ການສະໜັບສະໜຸນ ຕໍ່ການດຳເນີນຄວາມພະ
ຍາຍາມເພື່ອສ້າງຄວາມຕື່ນຕົວ ດ້ານສຸຂະອະນາໄມ ເພື່ອປ້ອງກັນບໍ່ໃຫ້ເກີດ ການລະ
ບາດຂອງພະຍາດທີ່ມານຳນ້ຳ ຕະຫຼອດທັງລະບຸໂຕ ແລະໃຫ້ການສະໜັບສະໜຸນຕໍ່
ພວກເດັກນ້ອຍທີ່ບໍ່ມີພໍ່ແມ່ ແລະພວກທີ່ພັດພາກຈາກຄອບຄົວ.

ເອກອັກຄະລັດຖະທູດບິດເຕີ້ ກ່າວວ່າ ພວກເຮົາຮັບຮູ້ວ່າ ມັນຈະມີຜົນກະທົບໄລຍະ
ຍາວ ຍ້ອນເຫດຮ້າຍນີ້ ເມື່ອນ້ຳລົດລົງແລ້ວ ປະຊາຊົນອາເມຣິກັນ ຍັງຈະສືບຕໍ່ຢືນຄຽງ
ບ່າຄຽງໄຫລ່ ກັບປະຊາຊົນ ສປປ ລາວ.

ລັດຖະບານສະຫະລັດ ໃຫ້ການສະໜັບສະໜຸນ ຕໍ່ການບັນເທົາທຸກສຸກເສີນຢູ່ທີ່ແຂວງ
ອັດຕະປື ແລະເຂດທີ່ປະສົບໄພນ້ຳຖ້ວມ ໃກ້ຄຽງ ໃນພາກໃຕ້ຂອງລາວ ແມ່ນປະສານ
ງານ ໂດຍຫ້ອງການໃຫ້ຄວາມຊ່ອຍເຫຼືອໄພພິບັດ ຕ່າງປະເທດ ຂອງອົງການຢູເສດ.
ກ່ອນໜ້ານີ້ ອົງການຢູເສດ ກໍເຄີຍສະໜອງເງິນຊ່ອຍເຫຼືອສຸກເສີນ ແກ່ອົງການ
UNICEF ມາແລ້ວ ໃນເດືອນກັນຍາປີ 2009​ ເພື່ອໃຫ້ການຊ່ອຍເຫຼືອທາງດ້ານມະນຸດ
ສະທຳ ແລະຄວາມພະຍາຍາມ ເພື່ອຟື້ນໂຕຄືນ ໃນໄລຍະຍາວ ຫລັງຈາກລົມໄຕ້ຝຸ່ນ
ໃຫຍ່ຫົວນຶ່ງ ໄດ້ພັດຖະຫຼົ່ມພາກໃຕ້ຂອງລາວ ຮວມທັງແຂວງອັດຕະປືນຳດ້ວຍ.

ຢູ່ໃນທົ່ວປະເທດນັ້ນ ອົງການຢູເສດຍັງສືບຕໍ່ຊ່ອຍເຫຼືອລາວເພື່ອສ້າງຄວາມເຂັ້ມແຂງ
ໂດຍຜ່ານໂຄງການຕ່າງໆໃນການພັດທະນາ ແລະເສີມຂະຫຍາຍພາກສ່ວນ ສາທາ
ລະນະສຸກ ແລະການສຶກສາ ສະໜັບສະໜຸນປະຊາຊົນທີ່ມີຄວາມອ່ອນແອ ຊຸກຍູ້ການ
ເຕີບໂຕທາງດ້ານເສດຖະກິດ ແລະການຄ້າແບບຍືນຍົງ ແລະໃຫ້ການຄຸ້ມຄອງ ແກ່
ທຳມະຊາດແວດລ້ອມ.

XS
SM
MD
LG