ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈັດການຝຶກອົບຮົມ ຕໍ່ຕ້ານເອດສ໌ແກ່ກອງທັບລາວ


ເຈົ້າໜ້າທີ່ລາວທີ່ເຂົ້າຮັບການຝຶກອົບຮົມ ກ່ຽວກັບເລື່ອງຫ້ອງວິໄຈແລະ
ການກວດພວກທີ່ຕິດເຊື້ອ HIV ທີ່ບ້ານພັກໄມຕີຈິດນະຄອນຫຼວງວຽງ
ຈັນ ແຕ່ວັນທີ 18 ຫາ 22 ກໍລະກົດ
ເຈົ້າໜ້າທີ່ລາວທີ່ເຂົ້າຮັບການຝຶກອົບຮົມ ກ່ຽວກັບເລື່ອງຫ້ອງວິໄຈແລະ ການກວດພວກທີ່ຕິດເຊື້ອ HIV ທີ່ບ້ານພັກໄມຕີຈິດນະຄອນຫຼວງວຽງ ຈັນ ແຕ່ວັນທີ 18 ຫາ 22 ກໍລະກົດ

ສະຖານທູດສະຫະລັດ ຮ່ວມກັບສູນກາງຕໍ່ຕ້ານເຊື້ອ HIV ແລະໂຣກເອດສ໌ ກະຊວງສາທາ
ລະນະສຸກແລະພະແນກແພດຂອງກອງທັບປະຊາຊົນລາວ ໄດ້ໃຫ້ການຝຶກອົບຮົມເປັນເວລາ
5 ມື້ກ່ຽວກັບເລື່ອງຫ້ອງວິໄຈແລະການກວດເຊື້ອ HIV ແລະໂຣກເອດສ໌ໃຫ້ແກ່ກອງທັບປະ
ຊາຊົນລາວແຕ່ວັນທີ 18 ຫາ 22 ກໍລະກົດ ທີ່ບ້ານພັກໄມຕີຈິດແລະສູນກາງວິໄຈແລະລະ
ບາດວິທະຍາ ແຫ່ງຊາດ ໃນເຂດນະຄອນຫຼວງວຽງຈັນ.

ການຝຶກອົບຮົມທີ່ວ່ານີ້ແມ່ນແນໃສ່ເພື່ອເສີມຂະຫຍາຍຄວາມສາມາດແລະຍົກລະດັບຄວາມ
ຮູ້ ກ່ຽວກັບເທັກນິກໃນການກວດຫາເຊື້ອ HIV ແລະໂຣກເອດສ໌ ຂອງກອງທັບປະຊາຊົນ
ລາວ. ພວກເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບການນຳໃຊ້ອຸບປະກອນກວດຊະນິດໃໝ່ ເພື່ອຢາກ
ຮູ້ຈັກວ່າມີການຕິດເຊື້ອ HIV ຫຼືບໍ່. ຫຼັງຈາກໄດ້ຮັບການຝຶກອົບຮົມແລ້ວ ພວກທີ່ເຂົ້າຮ່ວມ
ທັງໝົດ ກໍຈະຄືນໄປຍັງກົມກອງຂອງພວກເຂົາເຈົ້າ ແລະທຳການກວດເບິ່ງພວກທີ່ຕິດເຊື້ອ
HIV ແລະໂຣກເອດສ໌ໃນໝູ່ພວກທະຫານເຂົ້າໃໝ່ ແລະທະຫານທີ່ກັບມາແຕ່ໄປສຶກສາຢູ່
ຕ່າງປະເທດ.

ການຝຶກອົບຮົມທີ່ວ່ານີ້ແມ່ນຈັດໃຫ້ມີຂຶ້ນໂດຍສູນກາງປ້ອງກັນເຊື້ອ HIV ແລະໂຣກເອດສ໌
ໂດຍມີຜູ້ເຂົ້າຮ່ວມ ຫຼາຍກວ່າ 12 ຄົນ ຈາກກົມກອງຕ່າງໆໃນເຂດນະຄອນຫຼວງວຽງຈັນ
ແຂວງຈຳປາສັກ ສະຫວັນນະເຂດ ຊຽງຂວາງ ແລະຫຼວງພະບາງ.

ໃນພິທີເປີດການອົບຮົມນັ້ນ ກໍມີພັນໂທ ດຣ. ຈັນທະພອນ ອຸດົມສຸກຫົວໜ້າແພດທະຫານ
ກະຊວງປ້ອງກັນປະເທດ ແລະ ດຣ. ຈັນສີ ພິມພະຈັນ ຜູ້ອຳນວຍການສູນກາງຕໍ່ຕ້ານເຊື້ອ
HIV ແລະໂຣກເອດສ໌ ກະຊວງສາທາລະນະສຸກ ໄປຮ່ວມ.

ໃນລະຫວ່າງການຝຶກອົບຮົມນັ້ນພວກເຂົ້າຮ່ວມໄດ້ຮຽນຮູ້ເລື່ອງທິດສະດີກ່ຽວກັບເຊື້ອ HIV
ແລະໂຣກເອດສ໌ແລະການຮຽນໃຊ້ການກວດຫາເຊື້ອ HIV ແບບໃໝ່. ນອກນັ້ນຍັງໄດ້ມີການ
ສົນທະນາຫາລືກັນ ກ່ຽວກັບການຈັດຕັ້ງປະຕິບັດແຜນການໃຫ້ບໍລິການ ພາຍໃນກົມກອງ
ຕ່າງໆ.

ໂຄງການປ້ອງກັນເຊື້ອ HIV ແລະໂຣກເອດສ໌ຮ່ວມກັນລະຫວ່າງສູນກາງຕໍ່ຕ້ານເຊື້ອ HIV
ແລະໂຣກເອດສ໌ແລະກອງທັບປະຊາຊົນລາວນີ້ແມ່ນເປັນພາກສ່ວນນຶ່ງຂອງການສືບຕໍ່ເປັນ
ພາຄີລະຫວ່າງ ສະຖານທູດສະຫະລັດ ກອງບັນຊາການກຳລັງສະຫະລັດໃນເຂດປາຊີຟິກ ກະຊວງສາທາລະນະສຸກລາວ ແລະພະແນກການແພດຂອງກອງທັບປະຊາຊົນລາວເພື່ອ
ຮັບມືກັບບັນຫາການແພດທີ່ຮີບດ່ວນຢູ່ໃນ ສປປ ລາວ.

ໃນສັບປະດາແລ້ວນີ້ ກໍໄດ້ມີການຝຶກອົບຮົມເປັນເວລາ 3 ມື້ ກ່ຽວກັບເລື່ອງນີ້ຈັດຂຶ້ນຢູ່ທີ່
ໂຮງແຮມດ່ານສະຫວັນ ແຂວງອຸດົມໄຊ ແຕ່ວັນທີ 12 ຫາ 14 ກໍລະກົດ.

ການຝຶກອົບຮົມທີ່ວ່ານີ້ແມ່ນແນໃສ່ເພື່ອສ້າງຄວາມຕື່ນໂຕແລະໃຫ້ຄວາມຮູ້ໃນການໃຫ້ຄຳ
ແນະນຳແລະເທັກນິກ ໃນການກວດຫາເຊື້ອ HIV ແລະໂຣກເອດສ໌ ໃຫ້ແກ່ກຸ່ມແກນນຳ
ພວກນາຍທະຫານຂອງກອງທັບປະຊາຊົນລາວ ເພື່ອວ່າພວກເຂົາເຈົ້າຈະສາມາດໃຫ້ບໍລິ
ການແກ່ກອງທັບປະຊາຊົນລາວໄດ້ ໂດຍສະເພາະແລ້ວແມ່ນພວກທະຫານທີ່ເຂົ້າໃໝ່.

ການຝຶກອົບຮົມທີ່ວ່ານີ້ແມ່ນຈັດຂຶ້ນໂດຍສູນກາງຕໍ່ຕ້ານເຊື້ອ HIV ແລະໂຣກເອດສ໌ໂດຍມີ
ຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນຈາກກົມກອງຕ່າງໆຂອງກອງທັບປະຊາຊົນລາວຈາກແຂວງ
ຜົ້ງສາລີ ຫົວພັນ ບໍ່ແກ້ວ ຫຼວງນໍ້າທາ ຫຼວງພະບາງ ອຸດົມໄຊ ຊຽງຂວາງແລະໄຊຍະບູລີ.

XS
SM
MD
LG