ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດລົງມືກໍ່ສ້າງ ສະຖານທູດໃໝ່ ທີ່ ສປປ ລາວ


ທ່ານນາງ Karen B. Stewart, ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປ ລາວ.
ທ່ານນາງ Karen B. Stewart, ເອກອັກຄະລັດຖະທູດສະຫະລັດ ປະຈໍາ ສປປ ລາວ.

ສະຖານທູດ​ສະຫະລັດ​ທີ່​ນະຄອນຫລວງ​ວຽງ​ຈັນ​ໄດ້ທໍາພິທີ​ວາງ​ສີ​ລາ​ລືກ​ສໍາລັບ​ກໍ່ສ້າງ
ບໍລິ​ເວນ​ສະຖານທູດ​ສະຫະລັດ​ແຫ່ງ​ໃໝ່​ໃນ​ລາວ ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້. ​ເອກ​ອັກຄະລັດ
ຖະທູດ​ສະຫະລັດ​ປະ​ຈໍາ ສປປ ລາວ ທ່ານ​ນາງ Karen B. Stewart ​ໄດ້​ເປັນ​ປະທານ
ໃນ​ພິທີ​ດັ່ງກ່າວ​ ພ້ອມ​ດ້ວຍ​ທ່ານ​ພົມມາ ຄໍາ​ມະນີ​ຈັນ ​ເອກ​ອະທິບໍດີ​ກົມ​ກິດຈະການຢູ​ໂຣບ
​ແລະ​ອາ​ເມຣິກາຂອງ​ກະຊວງ​ການ​ຕ່າງປະ​ເທດລາວ ໃນ​ການຢືນຢັນ​ເຖິງ​ສາຍ​ພົວພັນອັນ​
ແຂງແຮງລະຫວ່າງ​ສອງ​ປະ​ເທດ. ພາຍຫຼັງ​ທໍາພິທີ​ຕາມ​ປະ​ເພນີ​ໃນ​ທ້ອງ​ຖິ່ນ ກໍ​ໄດ້​ມີ​ການ​
ສວດ​ໄຊ​ຍັນ​ໂຕ​ຢູ່ບໍລິ​ເວນ​ທີ່​ຈະ​ກໍ່ສ້າງ​ເປັນ​ສະຖານທູດ​ແຫ່ງ​ໃໝ່​ ໂດຍ​ພວກ​ພະສົງ​ທີ່​ມາ​
ຈາກ​ວັດ​ທີ່ຢູ່​ໃກ້ໆນັ້ນ. ​ບັນດາ​ເຈົ້າ​ໜ້າ​ທີ່ບ້ານ ​ເຂດ​ເມືອງ​ແລະ​ລັດຖະບານ​ກາງ ​ໄດ້​ເຂົ້າ​
ຮ່ວມ​ໃນ​ພິທີ​ດັ່ງກ່າວ ພ້ອມ​ກັບບັນດາ​ສະມາຊິກ​ປະຊາ​ຄົມສະຖານທູດສະຫະລັດ​.

ຄຸ້ມສະຖານ​ທູດ​ສະຫະລັດ​ແຫ່ງ​ໃໝ່ ທີ່​ຈະ​ສ້າງຂຶ້ນ​ບົນ​ເນື້ອ​ທີ່ 7 acres ຫຼື 15​ ໄລ່​ເຄິ່ງ ​ແລະ
ມີ​ມູນ​ຄ່າ​ກໍ່ສ້າງ 109 ລ້ານ​ໂດ​ລ່າ​ສະຫະລັດ​ນັ້ນ ຈະ​ມີ​ຕຶກ​ອາຄານ​ຫຼາຍ​ຫຼັງ ຊຶ່ງ​ຈະ​ຮວມທັງ
ຕຶກ​ໃຫຍ່​ຂອງສະຖານທູດ ຕຶກຫລາຍໆ​ຫລັງ​ທີ່​ເປັນ​ຈຸດເຂົ້າ​ສູ່​ບໍລິ​ເວນ​ສະຖານທູດ ​ແລະຕຶກ
​ອາຄານ​ສາທາລະ​ນູປະ​ໂພ​ກ. ​ສະຖານທູດ​ໃໝ່​ນີ້​ ທີ່ຈະ​ອໍານວຍ​ບ່ອນ​ທໍາ​ງານ​ທີ່​ທັນ​ສະ​ໄໝ​
ທີ່​ສຸດ​ໃຫ້​ແກ່​ບັນດາ​ພະນັກງານ​ສະຖານທູດນັ້ນ ​ແມ່ນ​ມີກໍານົດ​ຈະ​ສ້າງ​ສໍາ​ເລັດ​ໃນ​ລະດູ​ຮ້ອນ​
ຂອງ​ປີ 2014.

XS
SM
MD
LG