ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານທູດ ສຫລ ຢູ່ ນະຄອນວຽງຈັນ ສະຫຼອງ ວັນຊາດ ອາເມຣິກັນ


ການຕັດເຄັກວັນຊາດ ນຳພາໂດຍເອກອັກຄະລັດຖະທູດ ຣີນາ ບິດເຕີ ແລະແຂກຜູ້ມີກຽດ ທີ່ເຂົ້າຮ່ວມງານ ຕາງໜ້າໃຫ້ ລັດຖະບານລາວ.
ການຕັດເຄັກວັນຊາດ ນຳພາໂດຍເອກອັກຄະລັດຖະທູດ ຣີນາ ບິດເຕີ ແລະແຂກຜູ້ມີກຽດ ທີ່ເຂົ້າຮ່ວມງານ ຕາງໜ້າໃຫ້ ລັດຖະບານລາວ.

ສະຫະລັດ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ວັນປະກາດເອກກະລາດຄົບຮອບ 241 ປີ ຂຶ້ນທີ່ສະຖານທູດຂອງຕົນຢູນະຄອນຫຼວງວຽງຈັນໃນວັນທີ 6 ກໍລະ ກົດ 2017 ນີ້. ເປັນ ກຽດເຂົ້າຮ່ວມງານ ທ່ານ ຄຳແພງ ໄຊສົມແພງ ລັດຖະ ມົນຕີກະຊວງແຮງງານ ແລະສະ ຫວັດດີການສັງຄົມ ແລະ ທ່ານແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງຕ່າງປະ
ເທດ ຕາງໜ້າຢ່າງເປັນທາງການ ໃຫ້ແກ່ລັດຖະບານ ສປປ ລາວ. ມີບັນດາແຂກຫລາຍ
ກວ່າ 300 ທ່ານລວມທັງເຈົ້າໜ້າທີ່ອາວຸໂສຝ່າຍລາວ ທ່ານເອກອັກຄະລັດຖະທູດ ແລະ ນັກການທູດທີ່ປະຈຳຢູ່ ສປປ ລາວ ພວກນັກທຸລະກິດ ຮວມທັງພະນັກງານຈາກສະຖານ
ທູດ ກໍໄດ້ເປັນກຽດເຂົ້າຮ່ວມໃນງານຄັ້ງນີ້ດ້ວຍ.

ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານ ຣີນາ ບິດເຕີ ໄດ້ເນັ້ນໃຫ້ເຫັນ
ຜົນສຳເລັດ ອັນສຳຄັນ ທີ່ ສະຫະລັດ ແລະ ສປປ ລາວ ໄດ້ພ້ອມກັນ ຍາດມາໄດ້ ນັບຕັ້ງ
ແຕ່ການມາຢ້ຽມຢາມ ສປປ ລາວ ຂອງອະດີດປະທານາທິບໍດີໂອບາມາ ໃນປີທີຜ່ານມາ. ທ່ານນາງ ຣີນາ ບິດເຕີ ໄດ້ກ່າວວ່າ ໃນໂອກາດການຢ້ຽມຢາມ ຄັ້ງປະຫວັດສາດ ປະທາ
ນາທິບໍດີແລະປະທານປະເທດຂອງພວກເຮົາໄດ້ລົງນາມເຊັນສັນຍາວ່າດ້ວຍການຮ່ວມ
ມືແບບກວມລວມ ເພື່ອຢັ້ງຢືນ ເຖິງຄວາມໝາຍໝັ້ນ ຕໍ່ການຮັດແໜ້ນ ຂອງການຮ່ວມມື ໃນຫຼາຍຂະແໜງການ ເຊັ່ນ ດ້ານໂພຊະນາການ ດ້ານສຸຂະພາບ ດ້ານການສຶກສາແລະ ດ້ານການຄ້າ. ທີ່ເດັ່ນທີ່ສຸດແມ່ນສະຫະລັດໄດ້ຂະຫຍາຍການຊ່ວຍເຫຼືອຕໍ່ວຽກງານການ ເກັບກູ້ລະເບີດທີ່ບໍ່ທັນແຕກເພື່ອສະແດງໃຫ້ໂລກຮັບຮູ້ວ່າປະຫວັດສາດແຫ່ງຄວາມເຈັບ
ປວດ ໄດ້ເປີດໂອກາດ ໃຫ້ມີການແບ່ງປັນ ອະນາຄົດ ຮ່ວມກັນ ເພື່ອໃຫ້ເກີດປະໂຫຍດ ຂອງປະຊາຊົນທັງສອງຊາດ.

ທ່ານທູດ ຣີນາ ບິດເຕີ ກ່າວຄຳປາໄສ ເນື່ອງໃນໂອກາດ ວັນຊາດສະຫະລັດ
ທ່ານທູດ ຣີນາ ບິດເຕີ ກ່າວຄຳປາໄສ ເນື່ອງໃນໂອກາດ ວັນຊາດສະຫະລັດ

ທ່ານເອກອັກຄະລັດຖະທູດບິດເຕີ ໄດ້ກ່າວເຖີງການຕ້ອນຮັບອັນອົບອຸ່ນທີ່ທ່ານໄດ້ຮັບ ນັບຕັ້ງແຕ່ທ່ານໄດ້ມາ ປະຕິບັດຫນ້າທີ່ ຢູ່ ສປປ ລາວວ່າ ຂ້າພະເຈົ້າ ຂໍສະແດງຄວາມ
ຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ທີ່ຂ້າພະເຈົ້າໄດ້ຮັບ ນັບຕັ້ງແຕ່ຂ້າພະເຈົ້າມາ
ເຖິງ ສປປ ລາວ ໃນເດືອນພະຈິກທີ່ຜ່ານມາ. ຂ້າພະເຈົ້າ ຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ໄດ້
ເດີນທາງມາປະຕິບັດຫນ້າທີ່ ຢູ່ ສປປ ລາວ ແລະ ໄດ້ສຳພັດກັບຄວາມງົດງາມ ແລະ ຄວາມອົບອຸ່ນຂອງປະຊາຊົນລາວ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງໃນການສືບຕໍ່ບົນເສັ້ນ
ທາງຂອງການຮ່ວມມື ແລະມິດຕະພາບຂອງພວກເຮົາ. ສະຫະລັດແລະ ສປປ ລາວມີ
ສາຍພົວພັນທີ່ເຂັ້ມແຂງເຕີບໃຫຍ່ຂະຫຍາຍຕົວແລະມີອະນາຄົດອັນສົດໃສໃນຕໍ່ຫນ້າ.

ມີແຂກຜູ້ມີກຽດ ເຂົ້າຮ່ວມ ງານສະຫລອງ ວັນຊາດສະຫະລັດ ປີນີ້ 300 ກວ່າທ່ານ
ມີແຂກຜູ້ມີກຽດ ເຂົ້າຮ່ວມ ງານສະຫລອງ ວັນຊາດສະຫະລັດ ປີນີ້ 300 ກວ່າທ່ານ

ການສະເຫຼີມສະຫຼອງວັນ​ຊາດວັນທີ 4 ເດືອນກໍລະກົດ ແມ່ນເພື່ອລະະລຶກເຖິງການປະ
ກາດເອກກະລາດຢ່າງເປັນທາງການ ຂອງສະຫະລັດອາເມລິກາ ໃນວັນທີ 4 ກໍລະກົດ
1776. ປະຊາຊົນອາເມຣິກັນ ໄດ້ສະເຫລີມສະຫລອງວັນປະຫວັດສາດແລະເສລີພາບ ໂດຍການຍິງບັ້ງໄຟດອກ ສູ່ທ້ອງຟ້າ ຢ່າງສວຍງາມ ເດີນສວນສະໜາມ ແລະ ຈັດງານ
ລ້ຽງສະຫຼອງຕ່າງໆໃນຊຸມຊົນ.

XS
SM
MD
LG