ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຖານທູດ​ສະຫະລັດ ​ທີ່​ອິນ​ໂດ​ເນ​ເຊຍ ອອກ​ປະກາດ ແຈ້ງ​ເຕືອນໄພຂົ່ມຂູ່ ​ໃນ​ເວັບ​ໄຊ້ຂອງ​ຕົນ


ພາບຖ່າຍ ເວັບໄຊ້ຂອງສະຖານທູດສະຫະລັດ ໃນອິນໂດເນເຊຍ ຈາກຈໍຄອມພິວເຕີ້, ວັນທີ 3 ມັງກອນ 2015.
ພາບຖ່າຍ ເວັບໄຊ້ຂອງສະຖານທູດສະຫະລັດ ໃນອິນໂດເນເຊຍ ຈາກຈໍຄອມພິວເຕີ້, ວັນທີ 3 ມັງກອນ 2015.

ສະຖານທູດ​ສະຫະລັດ ​ທີ່​ອິນ​ໂດ​ເນ​ເຊຍ ​ໄດ້​ລົງ​ປະກາດແຈ້ງ
​ເຕືອນ​ໃນ​ເວັບ​ໄຊ້ຂອງ​ຕົນ ກ່ຽວ​ກັບ​ໄພ​ຂົ່ມຂູ່ ​ທີ່​ມີ​ທາງເປັນ​ໄປ​
ໄດ້​ສູງ ຕໍ່​ບັນດາ ໂຮງ​ແຮມ ແລະ ທະນາຄານ​ຕ່າງໆ ທີ່​ພົວພັນ
​ກັບສະຫະລັດ ໃນ​ນະຄອນ Surabaya ປະ​ເທດ​ອິນ​ໂດ​ເນ​ເຊຍ.

​ຄຳ​ແຈ້ງ​ເຕືອນ ທີ່​ນຳ​ລົງ​ໃນ​ວັນ​ເສົາວານ​ນີ້ ຮຽກຮ້ອງ​ໃຫ້​ເພີ້​ມການ
​ເຝົ້າເບິ່ງ ແລະ ​ໃຫ້​ມີຄວາມລະມັດລະວັງສູງ ຕໍ່​ສະພາບ​ແວດ​ລ້ອມ
​ຂອງ​ຕົນ ​ໃນ​ເວລາ​ເດີນທາງ​ໄປ​ສະຖານ​ທີ່​ເຫຼົ່ານັ້ນ.

ຄຳເຕືອນ ບໍ່​ໄດ້​ໃຫ້​ຂໍ້​ມູນ​ໃດໆ​ເພີ້​ມຕື່ມ​ອີກ ກ່ຽວ​ກັບການ​ຂົ່ມຂູ່​
ທີ່​ມີ​ທາງເປັນ​ໄປ​ໄດ້​ສູງນັ້ນ.

ທາງສະຖານທູດ​ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ສະຫະລັດ ທີ່​ກຳລັງ​ເດີນທາງ​ໄປ ຫຼື ກຳລັງ​ອາໄສ​ຢູ່​ໃນ​ອິນ​ໂດ​ເນ​ເຊຍນັ້ນ ​ໃຫ້ຈົດ​ທະບຽນ​ລົງ​ໃນ​ໂຄງການ​ນັກ​ເດີນທາງ​ທີ່​ສະຫລາດ ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ໃຫ້​ຕິດຕາມເວັບ​ໄຊ້ຂອງ​ກະຊວງ ເພື່ອ​ເບິ່ງຄຳ​ເຕືອນ ​ແລະ ຄຳ​ແນະນຳ​ໃຫ້​ລະມັດລະວັງຕ່າງໆ ​ໃນ​ການ​ເດີນທາງ.

The U.S. embassy in Indonesia has posted an alert on its website about a potential threat againt U.S.-associated hotels and banks in Surabaya, Indonesia.

The Saturday statement urges heightened vigilance and awareness of one's surroundings when visiting those facilities.

The statement gave no further information about the potential threat.

The embassy is also urging U.S. citizens traveling to or living in Indonesia to enroll in the State Department's Smart Traveler Enrollment Program and monitor the department's website for travel warnings and cautions.

XS
SM
MD
LG