ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານທູດ ສະຫະລັດ ປະກາດການບໍລິຈາກ ວັກຊີນກັນ COVID-19 ຂອງ Pfizer ໃຫ້ ລາວ


US EMBASSY
please wait
Embed

No media source currently available

0:00 0:01:32 0:00

ສະຖານທູດ ສະຫະລັດ ປະຈຳ ສປປ ລາວ ໄດ້ໃຫ້ການຢືນຢັນຢູ່ບັນຊີ ເຟສບຸກ ຂອງເຂົາເຈົ້າ ໃນວັນພະຫັດວານນີ້ວ່າ ສະຫະລັດ ອາເມຣິກາ ຈະມອບຢາວັກຊີນກັນພະຍາດ COVID-19 ຂອງບໍລິສັດ ໄຟເຊີ (Pfizer) ໃຫ້ປະເທດ ລາວ ຈຳນວນ ນຶ່ງລ້ານເຈັດແສນໂດສ.

ການປະກາດຄັ້ງນີ້ໄດ້ເຮັດໃຫ້ຄົນລາວ ຈຳນວນຫຼາຍມີຄວາມຕື່ນເຕັ້ນດີໃຈ. ເຊິ່ງຄົນລາວທ່ານນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ຂອບໃຈລັດຖະບານ ອາເມຣິກາ ຫຼາຍໆທີ່ຄິດເຖິງເປັນຫ່ວງເປັນໄຍຄົນລາວ. ຂອບໃຈຫຼາຍໆທີ່ ຊ່ວຍເຫຼືອຄົນລາວມາຕະຫຼອດ.”

ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອປະເທດ ລາວ ໃນການຕໍ່ສູ້ກັບໂຣກລະບາດ COVID-19 ຫຼາຍຄັ້ງ, ເຊິ່ງບໍ່ດົນມານີ້ ອົງການ USAID ໄດ້ມອບເງິນຊ່ວຍເຫຼືອຈຳນວນ 2.4 ລ້ານໂດລາໃຫ້ແກ່ ອົງການຢູນິເຊັບ ແລະ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ ເມື່ອວັນທີ 29 ເດືອນພະຈິກທີ່ຜ່ານມາ.

ຄົນລາວອີກທ່ານນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າຢາກສັກຢາ ໄຟເຊີຫຼາຍ. ແຕ່ວ່າຫາກໍ່ສັກຢາເຂັມທີສາມອາທິດແລ້ວນີ້, ຄົງຈະບໍ່ໄດ້ສັກອີກ. ແຕ່ກໍຫວັງວ່າຢານີ້ຈະຖືກແບ່ງປັນໃຫ້ອ້າຍນ້ອງຢູ່ຕ່າງແຂວງໄດ້ສັກນຳ.”

ການຊ່ວຍເຫຼືອຄັ້ງນີ້ແມ່ນການຊ່ວຍເຫຼືອໂດຍກົງຈາກປະຊາຊົນ ອາເມຣິກັນ ເຖິງປະຊາຊົນ ລາວ, ເຊິ່ງລັດຖະບານ ສະຫະລັດ ແລະ ສປປ ລາວ ພ້ອມກັບຄູ່ຮ່ວມງານໂຄງການໂຄແວັກ ຄືອົງການອະນາໄມໂລ ແລະ UNICEF ແມ່ນກຳລັງເຮັດວຽກເພື່ອນຳເອົາຢາວັກຊີນດັ່ງກ່າວໄປ ລາວ ໃຫ້ໄວເທົ່າທີ່ຈະໄວໄດ້, ອີງຕາມການກ່າວຂອງສະຖານທູດສະຫະລັດ.

XS
SM
MD
LG