ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເປີດ ສະຖານທູດ ແລະກົງສຸນ 18 ແຫ່ງ ຄືນອີກ (ວີດີໂອ)


ແທ່ງຊີມັງ ທີ່ຖືກນຳໄປຕັ້ງເປັນເຄື່ອງກີດຂວາງ ຢູ່ທາງເຂົ້າ ສະຖານທູດສະຫະລັດ ໃນນະຄອນຫຼວງ Sanaa ຂອງເຢເມນ (7 ສິງຫາ 2013)
ແທ່ງຊີມັງ ທີ່ຖືກນຳໄປຕັ້ງເປັນເຄື່ອງກີດຂວາງ ຢູ່ທາງເຂົ້າ ສະຖານທູດສະຫະລັດ ໃນນະຄອນຫຼວງ Sanaa ຂອງເຢເມນ (7 ສິງຫາ 2013)
ກະຊວງການຕ່າງປະເທດສະຫະລັດກ່າວວ່າ ສະຖານທູດ ແລະ
ກົງສຸນ 18 ແຫ່ງ ຂອງຈຳນວນທັງໝົດ 19 ແຫ່ງໃນພາກຕາເວັນ
ອອກກາງ ແລະອາຟຣິກາ ທີ່ໄດ້ຖືກປິດລົງ ຍ້ອນການຂົ່ມຂູ່ທາງ
ດ້ານຄວາມປອດໄພນັ້ນ ຈະໄຂຄືນອີກ ໃນວັນອາທິດ ມື້ອື່ນນີ້.

ສະຖານທູດສະຫະລັດທີ່ນະຄອນຫຼວງ Sanaa ຂອງເຢເມນຍັງ
ຈະປິດຢູ່ຕໍ່ໄປ.

ສະຖານທູດແລະກົງສຸນທັງ 19 ແຫ່ງນີ້ ໄດ້ຖືກປິດຕັ້ງແຕ່ວັນອາ
ທິດແລ້ວເປັນຕົ້ນມາ.

ໃນທ້າຍອາທິດແລ້ວນີ້ ໜ່ວຍສືບລັບຂອງສະຫະລັດຈັບໄດ້ການໂອ້ລົມກັນຜ່ານທາງອີເລັກ ໂທຣນິກທີ່ຫົວໜ້າກຸ່ມກໍ່ການຮ້າຍອາລກາອີດາໃນປາກິສຖານທ້າວ Ayman al-Zawahiri ໄດ້ສັ່ງໃຫ້ຫົວໜ້າກຸ່ມກໍ່ການຮ້າຍອາລກາອີີດາສາຂາເຢ ເມນ ເລີ້ມລົງມືທຳການໂຈມຕີແຕ່ ກຸ່ມກໍ່ການຮ້າຍທັງສອງ ບໍ່ໄດ້ລະບຸຢ່າງເປັນການຄັກແນ່ ກ່ຽວກັບວັນເວລາ ແລະສະຖານທີ່ ທີ່ການໂຈມຕີຈະມີຂຶ້ນ.

ກະຊວງການຕ່າງປະເທດສະຫະລັດ ບໍ່ກ່າວຢ່າງເປັນການສະເພາະເຈາະຈົງວ່າ ເປັນຫຍັງ ຕົນຈຶ່ງຕັດສິນໃຈ ໃຫ້ສະຖານທູດແລະກົງສຸນເຫຼົ່ານີ້ ເລີ້ມການປະຕິບັດງານຄືນໃໝ່.

ໃນອີກດ້ານນຶ່ງນັ້ນ ສະຖານກົງສຸນຂອງສະຫະລັດທີ່ນະຄອນລາຮໍ ປະເທດປາກິສຖານ ຊຶ່ງ
ໄດ້ອັດລົງໃນວັນພະຫັດຜ່ານມາ ຍ້ອນການຂົ່ມຂູ່ທີ່ບໍ່ກ່ຽວກັນນັ້ນ ກໍຈະປິດຕໍ່ໄປ.

ວີດີໂອ - ສະຖານທູດ ສຫລ
please wait

No media source currently available

0:00 0:00:39 0:00
XS
SM
MD
LG