ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເຕືອນ ປະຊາຊົນ ໃຫ້ລະວັງ ການໂຈມຕີ ກໍ່ການຮ້າຍ (ວີດີໂອ)


ສະຖານທູດສະຫະລັດ ໃນປະເທດຕ່າງໆ ທີ່ຈະປິດ ໃນວັນທີ 4 ສິງຫາ 2013
ສະຖານທູດສະຫະລັດ ໃນປະເທດຕ່າງໆ ທີ່ຈະປິດ ໃນວັນທີ 4 ສິງຫາ 2013
ສະຫະລັດໄດ້ອອກຄຳເຕືອນກ່ຽວກັບການເດີນທາງສຳລັບປະຊາ
ຊົນຊາວອາເມຣິກັນ ຢູ່ໃນທົ່ວໂລກ ໃຫ້ລະວັງການຂົ່ມຂູ່ ຂອງກຸ່ມ ກໍ່ການຮ້າຍຂ້າມຊາດອາລກາອີດາ.

ກະຊວງການຕ່າງປະເທດສະຫະລັດ ກ່າວໃນມື້ວັນສຸກວານນີ້ວ່າ
ຄວາມເປັນໄປໄດ້ກ່ຽວກັບການກໍ່ການຮ້າຍແມ່ນມີສູງເປັນພິເສດ
ຢູ່ໃນພາກຕາເວັນອອກກາງ ແລະອາຟຣິກາເໜືອ. ກະຊວງຕ່າງ
ປະເທດສະຫະລັດເວົ້າຕື່ມວ່າ ການໂຈມຕີ ອາດມາຈາກແຫລມ
ອາຣາເບຍ.

ຖະແຫຼງຂ່າວຂອງກະຊວງຕ່າງປະເທດແຈ້ງໃຫ້ຊາບຕື່ມວ່າ ກຸ່ມ
ກໍ່ການຮ້າຍອາລອາອີດາ ແລະເຄືອຂ່າຍ ອາດຈະທຳການໂຈມຕີ ໄດ້ທຸກໆເວລາ ເລີ້ມແຕ່
ດຽວນີ້ໄປຈົນຮອດທ້າຍເດືອນສິງຫາ.

ຄຳເຕືອນດັ່ງກ່າວ ແມ່ນອີງຕາມຂໍ້ມູນຂ່າວກອງດຽວກັນ ກັບທີ່ພາໃຫ້ສະຫະລັດ ສັ່ງປິດສະ
ຖານທູດແລະກົງສຸນ 21 ບ່ອນສ່ວນໃຫຍ່ແລ້ວແມ່ນຢູ່ໃນບັນດາປະເທດທີ່ນັບຖືສາສະໜາ ອິສລາມ ໃນວັນອາທິດມື້ອື່ນນີ້.

ນອກນັ້ນແລ້ວໃນວັນສຸກວານນີ້ ອັງກິດກໍກ່າວວ່າ ຕົນຈະປິດສະຖານທູດຂອງຕົນຢູ່ເຢເມນ ໃນວັນອາທິດ ແລະວັນຈັນ ຍ້ອນມີຄວາມກັງວົນເພີ້ມຂຶ້ນ ໃນດ້ານຄວາມປອດໄພ. ອັງກິດ ເວົ້າວ່າ ຕົນມີຄວາມວິຕົກເປັນພິເສດ ກ່ຽວກັບສະຖານະການດ້ານຄວາມປອດໄພ ໃນຊຸມ
ມື້ສຸດທ້າຍຂອງເດືອນຣາມາດານ.

ສ່ວນທ່ານ Alexander Polack ໂຄສົກ ຂອງຄະນະກຳມາທິການຢູໂຣບ ກ່າວໃນມື້ວັນ
ສຸກວານນີ້ວ່າ ສະຫະພາບຢູໂຣບແມ່ນໄດ້ຕິດຕໍ່ກັບຄູ່ຕຳແໜ່ງຝ່າຍສະຫະລັດ. ທ່ານເວົ້າ
ວ່າ ເວລານີ້ສະຫະພາບຢູໂຣບ ຍັງບໍ່ທັນພົບເຫັນຫຼັກຖານໃດໆ ກ່ຽວກັບໄພຂົ່ມຂູ່ຕໍ່ບັນດາ ສະມາຊິກຂອງສະຫະພາບຢູໂຣບ ແຕ່ກໍເອົາມາຕະການປ້ອງກັນໄວ້ລ່ວງໜ້າ.

ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດເອີ້ນການປິດສະຖານ ທູດວ່າ ເປັນມາຕະການປ້ອງກັນລ່ວງໜ້າ.

US Urges Citizens Abroad to Be Ready for Attacks
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ
XS
SM
MD
LG