ເອກອັກຄະລັດຖະທູດສະຫະລັດປະຈໍາລາວເຊື່ອໝັ້ນວ່າທາງ
ການລາວຈະສາມາດປະຕິບັດຕາມຂໍ້ຕົກລົງແລະລະບຽບການ
ຕ່າງໆຂອງ WTO ໄດ້ເປັນຢ່າງດີ ພາຍຫຼັງຈາກທີ່ໄດ້ເປັນ
ສະມາຊິກຂອງ WTO ແລ້ວນັ້ນ.
ທ່ານນາງ Karen Stewart ເອກອັກຄະລະຖະທູດສະຫະລັດ
ອະເມຣິກາປະຈໍາ ສປປ.ລາວ ໄດ້ໃຫ້ການຢືນຢັນໃນລາຍການ
ເອກອັກຄະລັດຖະທູດສະຫະລັດ ຕອບຄໍາຖາມຂອງປະຊາຊົນ
ລາວຜ່ານທາງ Internet Website ຂອງສະຖານສູດສະຫະລັດ
ໃນນະຄອນວຽງຈັນເມື່ອບໍ່ດົນມານີ້ວ່າ ທ່ານນາງມີຄວາມເຊື່ອ
ໝັ້ນວ່າ ທາງການລາວຈະສາມາດປະຕິບັດຕາມບັນດາຂໍ້ຕົກລົງ
ແລະລະບຽບການຕ່າງໆ ຂອງອົງການການຄ້າໂລກ WTO ໄດ້
ເປັນຢ່າງດີ ພາຍຫຼັງຈາກທີ່ລາວໄດ້ເຂົ້າໄປເປັນສະມາຊິກຂອງ
WTO ຢ່າງເປັນທາງການແລ້ວນັ້ນ.
ທັງນີ້ ທ່ານນາງ Karen Stewart ໄດ້ໃຫ້ການອະທິບາຍວ່າ
ນັບຕັ້ງແຕ່ທາງການລາວ ໄດ້ສະແດງເຈດຈໍານົງ ເພື່ອຂໍເຂົ້າ
ໄປເປັນປະເທດສະມາຊິກຂອງ WTO ເມື່ອປີ 1997 ເປັນ
ຕົ້ນມາຈົນເຖິງປັດຈຸບັນນີ້ ໄດ້ມີການພັດທະນາປັບປຸງກົດ
ໝາຍ ແລະລະບຽບການຕ່າງໆພາຍໃນລາວໃຫ້ມີຄວາມ
ສອດຄ່ອງກັບເງື່ອນໄຂຂອງ WTO ມາໂດຍຕະຫຼອດ ຊຶ່ງກໍ
ປາກົດວ່າມີການພັດທະນາການທີ່ດີຂຶ້ນໃນທຸກດ້ານ ດັ່ງທີ່
ທ່ານນາງ ໄດ້ໃຫ້ການຢືນຢັນວ່າ:
“ການປ່ຽນແປງຕ່າງໆທີ່ຈະມີຜົນກະທົບ ຕໍ່ລາວຫລາຍທີ່ສຸດນັ້ນ ກໍແມ່ນການປະຕິຮູບລະ
ບົບກົດໝາຍ ການປະຕິຮູບດ້ານການອອກກົດໝາຍ ກ່ຽວກັບເສດຖະກິດແລະໂຄ່ງຮ່າງເສດຖະກິດ ການອອກກົດໝາຍໃໝ່ ທີ່ຈະປົກປ້ອງສິດທິດ້ານສັບສິນທາງປັນຍາ ສົ່ງເສີມການຄ້າ ແລະຊັກຊວນເອົາການລົງທຶນ ທັງໝົດນັ້ນແມ່ນຈະຊ່ວຍໃຫ້ລາວ ໄດ້ເປັນສະມາຊິກທີ່ແຂງຂັນ ມີບົດບາດຫລາຍຂື້ນຢູ່ໃນປະຊາຄົມໂລກ ແລະການປ່ຽນແປງເຫລົ່ານັ້ນ
ບາງຢ່າງ ກໍໄດ້ມີຂື້ນຍ້ອນຄວາມຕ້ອງການ ຂອງປະເທດລາວເອງ ທີ່ຢາກເຂົ້າມາເປັນສະມາຊິກຂອງ WTO ແລະຂອງປະຊາຄົມເສດຖະກິດຂອງອາຊ່ຽນ.”
ກ່ອນໜ້ານີ້ ອົງການເພື່ອການພັດທະນາສາກົນຂອງສະຫະລັດ
ອະເມລິກາ (USAID) ກໍໄດ້ໃຫ້ການຊ່ວຍເຫຼືອທາງການລາວ
ໃນ 2 ໂຄງການຕິດຕໍ່ກັນ ທີ່ໃຫ້ຄວາມສໍາຄັນເປັນພິເສດ ກ່ຽວ
ກັບການຕຽມຄວາມພ້ອມພາຍໃນລາວ ເພື່ອຮອງຮັບຜົນກະ
ທົບໃນດ້ານຕ່າງໆ ທີ່ຈະຕິດຕາມມາຈາກການທີ່ລາວຈະເຂົ້າ
ໄປເປັນສະມາຊິກຂອງ WTO ຢ່າງເປັນທາງການ.
ການຊ່ວຍເຫຼືອດັ່ງກ່າວນີ້ໃນດ້ານນຶ່ງນັ້ນ ທາງການສະຫະລັດ
ກໍໄດ້ໃຫ້ຄວາມສໍາຄັນເປັນພິເສດໃນການສ້າງຄວາມເຂົ້າໃຈກັບ
ບັນດາເຈົ້າໜ້າທີ່ຂອງລັດຖະບານ ແລະປະຊາຊົນລາວກ່ຽວກັບຜົນກະທົບທັງໃນດ້ານບວກແລະດ້ານລົບທີ່ຈະເກີດຂຶ້ນຈາກການທີ່ລາວຈະເຂົ້າໄປເປັນສະມາຊິກຂອງ WTO ແລະໃນອີກດ້ານ ນຶ່ງນັ້ນ ທາງການສະຫະລັດກໍແນມເຫັນຄວາມສໍາຄັນທີ່ທາງການລາວຈະຕ້ອງຕຽມ ພ້ອມບຸກຄະລາກອນດ້ານກົດ ໝາຍ ແລະສານຍຸຕິທໍາ ເພື່ອຮັບມືກັບບັນດາຂໍ້ຂັດ ແຍ້ງຕ່າງໆທັງໃນດ້ານການຄ້າແລະການລົງທຶນທີ່ອາດຈະເກີດຂຶ້ນພາຍຫຼັງຈາກທີ່ລາວໄດ້ເຂົ້າໄປເປັນສະມາຊິກຂອງ WTO ແລ້ວນັ້ນ.
ແຕ່ຢ່າງໃດກໍຕາມ ທາງດ້ານສະພາຫໍການຄ້າແລະອຸດສາຫະກໍາແຫ່ງຊາດລາວ ກໍໄດ້
ສະແດງຄວາມເຊື່ອໝັ້ນມາໂດຍຕະຫຼອດວ່າ ລາວຈະໄດ້ຮັບຜົນປະໂຫຍດຫຼາຍກວ່າຜົນກະທົບຈາກການເຂົ້າໄປເປັນສະມາຊິກຂອງ WTO ຫາກແຕ່ວ່າການທີ່ຈະເຮັດໃຫ້ລາວ ໄດ້ຮັບຜົນປະໂຫຍດຢ່າງຄຸ້ມຄ່າທີ່ສຸດນັ້ນ ກໍຈໍາເປັນຢ່າງຍິ່ງທີ່ຈະຕ້ອງ ມີການພັດທະນາປັບປຸງເພື່ອຍົກລະດັບຄວາມອາດສາມາດໃນການແຂ່ງຂັນຂອງທັງພາກລັດ ແລະພາກເອກກະຊົນໃນລາວໃຫ້ເທົ່າທັນກັບສະຖານະການໂລກດ້ວຍ.
ເພາະສະນັ້ນ ການທີ່ໄດ້ຮັບຄວາມຊ່ວຍເຫຼືອຈາກທາງການສະຫະລັດໃນໂຄງການລັກສະນະນີ້ ຈຶ່ງນັບໄດ້ວ່າມີຄວາມສອດຄ່ອງຢ່າງຍິ່ງກັບຄວາມຕ້ອງການຂອງລາວ ໂດຍ ທາງການສະຫະລັດກໍຍັງມີແຜນການທີ່ຈະຂະຫຍາຍໂຄງການຊ່ວຍເຫຼືອລັກສະນະດັ່ງກ່າວນີ້ໄປໃນພາກສ່ວນອື່ນໆໃນລາວໃຫ້ກວ້າງຂວາງຫຼາຍຂຶ້ນນັບມື້ ອີກດ້ວຍ.
ທາງດ້ານທ່ານນາມ ວີຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກໍາແລະການຄ້າກໍຖະແຫຼງຢືນຢັນວ່າໃນຂະນະນີ້ ສປປ.ລາວຍັງລໍຖ້າພຽງແຕ່ການລົງມະຕິ ຢ່າງເປັນທາງການຈາກຄະນະກໍາມະການຖາວອນຂອງ WTO ຢ່າງເປັນທາງການ ເທົ່ານັ້ນ ກໍຈະເຮັດໃຫ້ ສປປ.ລາວໄດ້ຮັບສະຖານະຂອງການເປັນສະມາຊິກຂອງ WTO ຢ່າງເປັນທາງການ.
ທັງນີ້ໂດຍຄະນະກໍາມະການຖາວອນຂອງ WTO ພ້ອມກັບຄະນະຜູ້ແທນຂອງສະມາຊິກທັງ 157 ປະເທດ ມີກໍານົດການປະຊຸມປະຈໍາປີ 2012 ໃນວັນທີ່ 26 ຕຸລາ ທີ່ຈະເຖິງນີ້ ຢູ່ນະຄອນ
ເຈນີວາ ປະເທດສະວິດເຊີແລນດ໌