ນຶ່ງຂອງຕົນຢູ່ຫຼາຍແຫ່ງໃນໂລກ ໃນວັນອາທິດຈະມາເຖິງນີ້
ຍ້ອນເຫດຜົນດ້ານຄວາມປອດໄພ.
ກະຊວງການຕ່າງປະເທດສະຫະລັດບໍ່ໄດ້ລະບຸຢ່າງເຈາະຈົງວ່າ
ສະຖານທູດ ຫລືກົງສຸນໃດໄດ້ຖືກສັ່ງໃຫ້ປິດ ແລະໄພຂົ່ມຂູ່ທີ່
ສະຖານທູດແລະກົງສຸນເຫຼົ່ານີ້ ປະເຊີນຢູ່ນັ້ນແມ່ນປະເພດໃດ
ກັນແທ້. ແຕ່ຖະແຫລງຂ່າວເວົ້າວ່າ ສະຖານທູດ ແລະກົງສຸນ ທີ່ຖືກສັ່ງໃຫ້ປິດນັ້ນ ແມ່ນຕາມປົກກະຕິແລ້ວ ເປີດບໍລິການໃນວັນ ອາທິດ ຊຶ່ງຈະເປັນສະຖານທູດ ຢູ່ໃນບັນດາປະເທດທີ່ນັບຖືສາສະໜາອິສລາມ ທີ່ມື້ເຂົ້າການໂດຍລວມແລ້ວ ເລີ້ມແຕ່ວັນອາທິດ ຫາວັນພະຫັດ.
ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດ ເອີ້ນການເຄື່ອນໄຫວ
ດັ່ງກ່າວວ່າເປັນມາດຕະການເພື່ອປ້ອງກັນໄວ້. ທ່ານນາງ ກ່າວວ່າ:
“ກະຊວງການຕ່າງປະເທດໄດ້ສັ່ງໃຫ້ສະຖານທູດແລະສະຖານກົງສຸນຈໍານວນ ນຶ່ງປິດຫລືງົດການປະຕິບັດງານໃນວັນອາທິດ ທີ 4 ສິງຫານີ້ໄວ້. ກະຊວງ ໄດ້
ແຈ້ງຂ່າວເຊັ່ນນັ້ນ ຍ້ອນມີຂໍ້ມູນທີ່ບອກໃຫ້ມີຄວາມລະມັດລະວັງຢ່າງຫລວງ ຫລາຍ ແລະຍ້ອນຄວາມເປັນຫ່ວງຕໍ່ພະນັກງານຂອງພວກເຮົາ ແລະຄົນອື່ນ
ທີ່ອາດຈະໄປຍັງສະຖານທີ່ທໍາງານຂອງພວກເຮົາ ທີ່ສະແດງໃຫ້ເຫັນວ່າ
ພວກເຮົາ ຄວນດໍາເນີນບາດກ້າວທີ່ເປັນການລະມັດລະວັງເຫລົ່ານີ້. ເມື່ອໃດ
ສະພາບການ ຫາກມີການອໍານວຍໃຫ້ແລ້ວ ທາງກະຊວງດໍາເນີນບາດກ້າວ
ເຫລົ່ານີ້ ເພື່ອໃຫ້ ມີຄວາມກໍ້າເກິ່ງໃນການສືບຕໍ່ປະຕິບັດງານຂອງພວກເຮົາ ກັບຄວາມໝັ້ນຄົງ ແລະຄວາມປອດໄພ.”
ເຈົ້າໜ້າທີ່ເວົ້າອີກວ່າ ການປິດສະຖານທູດດັ່ງກ່າວລົງໄວ້ຈະມີການແກ່ຍາວອອກໄປ
ຕື່ມອີກ ລຸນຫລັງທີ່ມີການປະເມີນເຫດການແລ້ວ.
ເບິ່ງວີດິໂອກ່ຽວກັບຂ່າວນີ້: