ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍົກລະດັບ ສາຍສຳພັນດ້ານຄວາມໝັ້ນຄົງ ກັບ ປະເທດ ເຄັນຢາ ຢູ່ທີ່ການຢ້ຽມຢາມ ຢ່າງເປັນທາງການ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຕ້ອນຮັບປະທານາທິບໍດີ ຂອງເຄັນຢາ ທ່ານວີລລຽມ ຣູໂຕ ທີ່ເດີນທາງມາຢ້ຽມຢາມທຳນຽມຂາວ ຢ່າງເປັນທາງການ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 22 ພຶດສະພາ 2024.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຕ້ອນຮັບປະທານາທິບໍດີ ຂອງເຄັນຢາ ທ່ານວີລລຽມ ຣູໂຕ ທີ່ເດີນທາງມາຢ້ຽມຢາມທຳນຽມຂາວ ຢ່າງເປັນທາງການ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 22 ພຶດສະພາ 2024.

ປະທານາທິບໍດີ ໂຈ ໄບເດັນ ກ່າວໃນວັນພະຫັດວານນີ້ວ່າ ທ່ານຈະກຳນົດໃຫ້ ປະເທດເຄນຢາ ເປັນພັນທະມິດສຳຄັນທຳອິດຂອງສະຫະລັດ ທີ່ບໍ່ແມ່ນສະມາຊິກອົງການເນໂຕ ໃນຂົງເຂດພາກພື້ນຊາຮາຣາຂອງອາຟຣິກາ, ຂະນະທີ່ ທ່ານໄດ້ຕ້ອນຮັບປະທານາທິບໍດີ ວີລລຽມ ຣູໂຕ ສຳລັບການເດີນທາງຢ້ຽມຢາມສະຫະລັດຢ່າງເປັນທາງການຄັ້ງທຳອິດ ໂດຍຜູ້ນຳຂອງອາຟຣິກາ ໃນໄລຍະປະມານ 16 ປີ.

ການເຄື່ອນໄຫວດັ່ງກ່າວ ເປັນສັນຍານຂອງການຫັນປ່ຽນດ້ານຍຸດທະສາດອັນສຳຄັນທີ່ສຸດ ໃນການຮ່ວມມືດ້ານຄວາມໝັ້ນຄົງຂອງ ສະຫະລັດ ທີ່ໃຫ້ສິດແກ່ປະເທດໃນເຂດອາຟຣິກາຕາເວັນອອກ, ໃນຂະນະທີ່ກອງກຳລັງຂອງສະຫະລັດ ກຽມພ້ອມຖອນຕົວອອກຈາກປະເທດໄນເຈີ ໂດຍເຮັດໃຫ້ເກີດຊ່ອງຫວ່າງທີ່ກອງກຳລັງຂອງຣັດເຊຍ ເລີ້ມເຂົ້າໄປແທນທີ່.

ການກຳນົດດັ່ງກ່າວ ໄດ້ອຳນວຍຄວາມສະດວກໃຫ້ປະເທດທີ່ບໍ່ເປັນສະມາຊິກຂອງອົງການສົນທິສັນຍາແອນແລນຕິກເໜືອ ຫຼື NATO ສາມາດເຂົ້າເຖິງດ້ານການທະຫານ ແລະການເງິນ ທີ່ບັນດາສະມາຊິກຂອງ NATO ໄດ້ຮັບນັ້ນ ແຕ່ໂດຍບໍ່ມີຂໍ້ຕົກລົງດ້ານການປ້ອງກັນປະເທດຮ່ວມກັນ ທີ່ຍຶດໝັ້ນປະເທດທັງຫຼາຍຢູ່ໃນ NATO.

ທ່ານໄບເດັນ, ໃນລະຫວ່າງການປະຊຸມໝົດມື້ກັບ ທ່ານ ຣູໂຕ ປິດທ້າຍລົງດ້ວຍຄວາມຫລູຫຼາ ໂດຍມີແຂກທີ່ຖືກເຊື້ອເຊີນມາຮ່ວມໃນງານລ້ຽງອາຫານຄ່ຳທີ່ລວມມີ ອະດີດປະທານາທິບໍດີ ບາຣັກ ໂອບາມາ, ທ່ານ ບີລ ຄລິນຕັນ ແລະອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ ຮີລລາຣີ ຄລິນຕັນ, ຊຶ່ງທ່ານໄບເດັນ ກ່າວວ່າ ການກຳນົດໃໝ່ນີ້ ເປັນຜົນມາຈາກການປະສານງານກັນຢ່າງໃກ້ຊິດ ລະຫວ່າງປະເທດທັງສອງ ກ່ຽວກັບການຕູ່ສູ້ຕ້ານການກໍ່ການຮ້າຍທີ່ລະເບີດຂຶ້ນຢູ່ໃນແຫຼມຮອນຂອງອາຟຣິກາ.

President Joe Biden said Thursday that he would designate Kenya as the first major non-NATO U.S. ally in sub-Saharan Africa, as he welcomed President William Ruto for the first state visit to the U.S. by an African leader in nearly 16 years.

The significant strategic move signals the shifting of U.S. security cooperation to East Africa just as U.S. troops prepare to depart Niger, leaving a vacuum that Russian forces have begun to fill.

The designation gives nonmembers of the North Atlantic Treaty Organization access to military and financial advantages that NATO members enjoy, but without the mutual defense agreement that holds NATO together.

A senior administration official told reporters late Wednesday that Biden would inform Congress of the designation, which takes 30 days to take effect.

Biden, during a day full of meetings with Ruto – capped with a glitzy, 500-guest state dinner attended by former Presidents Barack Obama and Bill Clinton and former Secretary of State Hillary Clinton – said this new designation is a result of the close collaboration between the two nations on fighting terrorism in the volatile Horn of Africa.

US elevates security relationship with Kenya at state visit
please wait

No media source currently available

0:00 0:02:39 0:00

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG