ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງກາງສະໄໝ ໃນ ສຫລ


ນາງ Kathleen Burson ຜູ້ສະມັກເປັນສະມາຊິກສະພາເທດສະບານ ຢືນຢູ່ນອກໜ່ວຍປ່ອນບັດ ເມືອງ Titusville ໃນລັດຟລໍຣິດາ ຂະນະທີ່ ຜູ້ມີສິດປ່ອນບັດ ພາກັນໄປປ່ອນບັດ ລົງຄະແນນສຽງ ໃນການເລືອກຕັ້ງ ກາງສະໄໝຂອງສະຫະລັດ (2 ພະຈິກ 2010)
ນາງ Kathleen Burson ຜູ້ສະມັກເປັນສະມາຊິກສະພາເທດສະບານ ຢືນຢູ່ນອກໜ່ວຍປ່ອນບັດ ເມືອງ Titusville ໃນລັດຟລໍຣິດາ ຂະນະທີ່ ຜູ້ມີສິດປ່ອນບັດ ພາກັນໄປປ່ອນບັດ ລົງຄະແນນສຽງ ໃນການເລືອກຕັ້ງ ກາງສະໄໝຂອງສະຫະລັດ (2 ພະຈິກ 2010)

ຊາວອະເມຣິກັນຢູ່ໃນຫຼາຍໆລັດ ເລີ້ມພາກັນໄປປ່ອນບັດ
ໃນການເລືອກຕັ້ງ ລັດຖະສະພາກາງສະໄໝ ທີ່ພວກນັກ
ຊ່ຽວຊານທາງດ້ານການເມືອງເວົ້າວ່າ ມີທ່າທາງຈະເຮັດ
ໃຫ້ແຜນການດ້ານນິຕິບັນຢັດຂອງປະທານາທິບໍດີບາຣັກ
ໂອບາມາ ບໍ່ເປັນໄປຕາມທີ່ໄດ້ຕັ້ງໄວ້.

ການຢັ່ງຫາງສຽງປະຊາຊົນ ເມື່ອໄວໆມານີ້ ສະແດງໃຫ້
ເຫັນວ່າພັກຣີພັບບລີກັນຈະ​ໄດ້​ຮັບ 39 ບ່ອນນັ່ງທີ່ຕ້ອງ
ການ ​ເພື່ອ​ຈະ​ຍາດເອົາ ການຄວບຄຸມສະພາຕໍ່າຂອງສະ
ຫະລັດ ມາຈາກພັກເດໂມແຄຣັທຂອງປະທານາທິບໍດີໂອ
ບາມາ. ພວກນັກສັງເກດການຫຼາຍຄົນເວົ້າວ່າ ພັກຣີພັບບລີກັນອາດຈະ​ໄດ້​ຮັບບ່ອນນັ່ງຮອດ
50 ບ່ອນ ຫຼືຫຼາຍກວ່ານັ້ນ.

ນອກນີ້ແລ້ວຍັງເປັນທີ່ຄາດກັນອີກວ່າ ພັກຣີພັບບລີກັນຈະຊະນະບ່ອນນັ່ງຫຼາຍໆບ່ອນ ຢູ່ໃນ
ສະພາສູງສະຫະລັດແຕ່ຈະບໍ່ເຖິງຂັ້ນສາມາດກຳສຽງສ່ວນຫຼາຍຢູ່ໃນສະພາສູງໄດ້. ສະມາຊິກ
ສະພາສູງອະວຸໂສເກົ່າແກ່ຂອງພັກເດໂມແຄຣັທຈຳນວນນຶ່ງ ຮວມທັງຜູ້ນຳສຽງສ່ວນຫຼາຍໃນ
ສະພາສູງສະຫະລັດ ທ່ານ Harry Reid ຢູ່ລັດເນວາດາ​ແມ່ນໄດ້ຮັບການທ້າທາຍຢ່າງແຂງ
ຂັນ ຈາກນັກເຄື່ອນໄຫວກຸ່ມ Tea Party ຂອງພັກຣີພັບບລີກັນທີ່ເຫັນດີ​ໃຫ້​ມີການຫຼຸດພາ
ສີແລະຕັດການໃຊ້ຈ່າຍຂອງລັດຖະບານລົງ.

ການໄດ້ຮັບໄຊຊະນະທີ່ສຳຄັນຂອງພັກຣີພັບບລີກັນບໍ່​ວ່າ​ຢູ່​ໃນ​ສະພາ​ສູງຫລື​ສະພາ​ຕໍ່າກໍຕາມ
ແມ່ນຈະເຮັດໃຫ້ ມີຄວາມຍຸ່ງຍາກຫຼາຍຂຶ້ນສຳລັບປະທານາທິບໍດີ ​ໃນ​ການຮັບຜ່ານແຜນການ
ລິເລີ້ມຕ່າງໆຂອງທ່ານ.

ການເລືອກຕັ້ງໃນວັນອັງຄານມື້ນີ້ ແມ່ນ​ເລືອກ​ເອົາບ່ອນນັ່ງ ໃນສະພາຕໍ່າໝົດທັງ 435 ບ່ອນ
ແລະບ່ອນນັ່ງໃນສະພາສູງ 37 ບ່ອນຂອງຈຳນວນທັງໝົດ 100 ບ່ອນ.

XS
SM
MD
LG