ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ​ ໃຫ້​ການຊຸກ​ຍູ້​ແກ່ ພວກ​ລົງສະ​ໝັກ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັ​ນ ຢູ່​ໃນ​ການ​ເລືອກ​ຕັ້ງ​ ມື້ນີ້


ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ຈັບ​ມື​ສະ​ແດງ​ການ​ຕ້ອນ​ຮັບ​ຕໍ່ ທ່ານ Tate Reeves (ຊ້າຍ) ຜູ້ປັກ​ຄອງ​ລັດ ມິ​ສ​ຊິ​ສ​ຊິບ​​ປີ ທີ່​ກ້າວ​ຂຶ້ນ​ໄປ​ເວ​ທີ ຢູ່​ໃນ​ການ​ໂຮມ​ຊຸມ​ນຸມ​ກັນ​ໃນ​ຫ້ອງ​ປະ​ຊຸມ​ໃຫຍ່ BancorpSouth Arena ໃນ​ເມືອງ Tupelo, ງ​ລັດ ມິ​ສ​ຊິ​ສ​ຊິບ​​ປີໃນ​ວັນ​ທີ 1 ພະ​ຈິກ, 2019
ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ຈັບ​ມື​ສະ​ແດງ​ການ​ຕ້ອນ​ຮັບ​ຕໍ່ ທ່ານ Tate Reeves (ຊ້າຍ) ຜູ້ປັກ​ຄອງ​ລັດ ມິ​ສ​ຊິ​ສ​ຊິບ​​ປີ ທີ່​ກ້າວ​ຂຶ້ນ​ໄປ​ເວ​ທີ ຢູ່​ໃນ​ການ​ໂຮມ​ຊຸມ​ນຸມ​ກັນ​ໃນ​ຫ້ອງ​ປະ​ຊຸມ​ໃຫຍ່ BancorpSouth Arena ໃນ​ເມືອງ Tupelo, ງ​ລັດ ມິ​ສ​ຊິ​ສ​ຊິບ​​ປີໃນ​ວັນ​ທີ 1 ພະ​ຈິກ, 2019

ມີ​ການ​ເລືອກ​ຕັ້ງ​ຢ່າງກະຈັດກະ​ຈາຍຢູ່​ໃນ​ສະ​ຫະ​ລັດ​ໃນ​ວັນ​ອັງ​ຄານມື້ນີ້, ໂດຍ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານດໍ​ໂນ​ລ ທ​ຣຳ ຫາ​ສຽງ​ຊ່ວຍ​ພວກ​ສະ​ໝັກ​ເລືອກ​ຕັ້ງຕ່າງໆ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັ​ນ ດ້ວຍ​ຄ​ວາມ​ຫວັງ​ວ່າ ຈະ​ເຮັດ​ໃຫ້​ຈຸດ​ຢືນ​ທາງການ​ເມືອງ​ຂອງ​ທ່ານພົ້ນ​ເດັ່ນ​ຂຶ້ນ ໃນໄລ​ຍະນຶ່ງ​ປີ​ກ່ອນໜ້າ​ການແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງຄືນໃຫ້​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ສະໄໝ​ທີ​ສອງ ແລະ​ການ​ຕໍ່​ສູ້​ເພື່ອ​ໃຫ້ສາ​ມາດ​ເຂົ້າຄວບ​ຄຸມ​ສະ​ພາ​ຕ່ຳ ແລະ​ສະ​ພາ​ສູງ​ໄດ້.

ທ່ານ ທ​ຣຳ, ໂດຍ​ທີ່ການຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ໄດ້​ຮັບຄະ​ແນນ​ຈາກ​ພວກ​ປ່ອນ​ບັດທົ່ວ​ປະ​ເທດ ​ທີ່ບໍ່​ເຫັນ​ດີຕໍ່​ທ່ານ​ຢ່າງກວ້າງ​ຂວາງ ແລະ​ກຳ​ລັງ​ປະ​ເຊີນ​ກັບ​ການ​ສືບ​ສວນ​ເພື່ອຈະ​ທຳການ​ຟ້ອງ​ຮ້ອງ​ຢູ່ວໍຊິງ​ຕັນນັ້ນ, ໄດ້​ໃຫ້ຄວາມ​ສຳ​ຄັນ​ຕໍ່​ການ​ໂຮມ​ຊຸມ​ນຸມ​ໃນ​ຄືນ​ກ່ອນມື້​ເລືອກ​ຕັ້ງ​ຢູ່​ໃນ​ລັດ​ເຄັນ​ຕັກ​ກີ ໃຫ້​ແກ່​ທ່ານ ແມັດ ບີ​ວິນ (Matt Bevin), ຜູ້​ປົກ​ຄອງ​ລັດ​ຈາກ​ພັກ​ພັກ​ຣີ​ພັບ​ບ​ລິ​ກັ​ນທີ່​ກຳ​ລັງ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ຊຶ່ງ​ເປັນ​ຜູ້ສະ​ໜັບ​ສະ​ໜຸນ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານປະ​ທາ​ນາ​ທິ​ບໍ​ດີ ຜູ້​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ການ​ຫາ​ສຽງ​ເພື່ອ​ໃຫ້​ຖືກ​ເລືອກ​ຕັ້ງ​ຄືນ​ທີ່ດຸ​ເດືອດກັບ​ຄູ່​ແຂ່ງ​ຂອງ​ທ່ານ​ຈາກ​ພັກ​ເດ​ໂມ​ແຄ​ຣັດ, ທ່ານ ແອນ​ດີ ບີ​ສ​ເຮຍ (Andy Beshear), ຫົວ​ໜ້າ​ພະ​ແນກ​ຍຸ​ຕິ​ທຳ​ຂອງ​ລັດ, ​ລູກ​ຊາຍ​ຂອງ​ອະ​ດີດ​ຜູ້​ປົກ​ຄອງ​ລັດ​ເຄັນ​ຕັກ​ກີນັ້ນ.

ທ່ານ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ​ກ່ອນ​ຈະ​ໄປລັດ​ນັ້ນ​ວ່າ "​ເຄັນ​ຕັກ​ກີກຳ​ລັງ​ມີ​ປີ​ແຫ່ງ​ເສດ​ຖະ​ກິດດີ​ທີ່​ສຸດ ​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ ​ຢູ່ພາຍ​ໃຕ້​ການ​ນຳ​ພາ​ຂອງແມັດ (Matt)," ທ່ານ​ທ​ຣຳ​ຂຽນ​ຢູ່​ໃນທວີດ​ເຕີ​ອີກ​ຂໍ້​ຄວາມ​ນຶ່ງຕ່າງ​ຫາກວ່າ "ແມັດ (Matt) ຈະ​ບໍ່​ປ່ອຍ​ປະ​ໃຫ້​ທ່ານ​ພົບ​ຄວາມ​ລຳ​ບາກ ແລະ​ພວກ​ເຮົາ​ຕ້ອງ​ໄດ້​ສົ່ງ​ສັນ​ຍານ​ໃຫ້ແນນ​ຊີ ເປ​ໂລ​ຊີ (Nancy Pelosi) ແລະ​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດທີ່​ມີ​ຫົວ​ຊ້າຍ​ຈັດທັງ​ຫລາຍຮູ້. ພົບ​ກັນ​ໃນ​ຄ່ຳ​ຄືນ​ວັນ​ຈັນ​ນີ້, ຢ່າ​ລືມໄປ ປ່ອນ​ບັດ​ໃນ​ວັນ​ອັງ​ຄານ​ເດີ້!!!"

ທ່ານ​ທ​ຣຳໝາຍ​ເຖິງຜູ້​ທີ່​ເອົາ​ເລື້ອງ​ທ່ານ​ໃນ​ວໍ​ຊິງ​ຕັນ, ຄືປະ​ທານ​ສະ​ພາ​ຕ່ຳ ແນນ​ຊີ ເປ​ໂລ​ຊີ (Nancy Pelosi), ຜູ້​ນຳ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ທີ່​ຄວບ​ຄຸມ​ໂດຍ ພັກ​ເດ​ໂມ​ແຄ​ຣັດ ທີ່ເລີ້ມ​ທຳ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ທ່າ​ນາທຣຳ ພາຍ​ຫລັງ​ທີ່​ທ່ານ​ໄດ້​ກົດ​ດັນ​ໃຫ້​ຢູ​ເຄ​ຣນ​ສືບ​ສວນ​ຄູ່​ແຂ່ງ​ຂອງ​ທ່ານທີ່​ກຳ​ລັງ​ມີ​ຄະ​ແນນ​ນຳ​ໜ້າຄົນ​ນຶ່ງຈາກພັກເດ​ໂມ​ແຄ​ຣັດໃນ​ການ​ເລືອກ​ຕັ້ງ​ປີ 2020, ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ​ໄບ​ເດັນ.

ແຕ່​ວ່າ​ທ່ານ ບີ​ວິນ ໄດ້ມີ​ຄວາມ​ອາ​ຄາດ​ບາດ​ໝາງ​ກັບ​ພ​ວກ​ນາຍ​ຄູ ແລະ​ຄົນ​ອື່ນໆ ອີກຢູ່​ໃນ​ລັດ​ດັ່ງ​ກ່າວ, ຊຶ່ງ​ເຮັດ​ໃຫ້​ການທີ່​ຈະ​ຖືກ​ເລືອກ​ຕັ້ງ​ໃຫ້​ໄດ້​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ​ອີກນັ້ນ ບໍ່​ມີ​ຄວາມແນ່ນອນ ​ຢູ່​ໃນ​ລັດ​ທີ່​ໄດ້​ເລືອກ​ເອົາ​ຜູ້​ສະ​ໝັກ​ຈາກພັກ​ຣີ​ພັບ​ບ​ລິ​ກັນ​ມາ​ເປັນ​ເວ​ລາ​ດົນ​ນານ​ແຫ່ງນັ້ນ. ການ​ຢັ່ງ​ຫາງ​ສຽງ​ສະແດງ​ໃຫ້​ເຫັນ​ວ່າການ​ແຂ່ງ​ຂັນ​ຂອງ​ທ່ານ​ກັບ​ທ່ານ ບິ​ສ​ເຮຍ ມີ​ຄະ​ແນນ​ເທົ່າໆ​ກັນ.

ການ​ທີ່​ພັນ​ທະ​ມິດ​ຂອງ​ທ່ານ​ທ​ຣຳຈະຊະ​ນະຫລືບໍ່​ຢູ່ໃນ​ລັດ​ເຄັນ​ຕັກ​ກີ ແລະ​ຢູ່​ບ່ອນ​ອື່ນໆ ສາ​ມາດ​ສົ່ງ​ສັນ​ຍານ​ໃຫ້​ຮູ້​ວ່າພວ​ກ​ປ່ອນ​ບັດ​ຮູ້​ສຶກ​ແນວ​ໃດ​ຕໍ່​ທ່ານ ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງເຂົ້າ​ແຂ່ງ​ຂັນ ຢູ່​ໃນການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໃນ​ວັນ​ທີ 3 ພະ​ຈິກ, 2020 ເພື່ອ​ແຂ່ງ​ກັບ​ຄູ່ແຂ່ງ​ຂອງ​ທ່ານ​ຈາກ ພັກ​ເດ​ໂມ​ແຄ​ຣັດ ທີ່​ຍັງອີກຫລາຍ​ເດືອນ​ຂ້າງ​ໜ້າ​ທີ່​ຈະໄດ້​ຖືກ​ເລືອກ​ເອົາ.

ກ່ອນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອັງ​ຄານມື້ນີ້, ທ່ານ​ທ​ຣຳ​ຍັງ​ໄດ້​ໄປ​ຢ້ຽມ​ຢາມລັດ​ມິ​ສ​ຊິ​ສ​ຊິບປີ ແລະ​ລັດ​ຫ​ລຸຍ​ເຊຍ​ນາ ຢູ່​ພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງ​ເປັນ​ສອງ​ລັດ​ທີ່​ທ່ານ​ໄດ້ຮັບ​ໄຊ​ຊະ​ນະ​ຢູ່​ໃນ​ປີ 2016 ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ຜູ້​ສະ​ໝັກ​ເລືອກ​ຕັ້ງເປັນ​ຜູ້​ປົກ​ຄອງ​ລັດຈາກພັກ​ຣີ​ພັບ​ບ​ລິ​ກັນ.

ຢູ່​ໃນ​ທວີດ​ເຕີ ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້ລັດຫລຸຍ​ເຊຍ​ນາ​ເລືອກ​ເອົາທ່ານ Eddie Rispone ຊຶ່ງ​ເປັນ​ຜູ້​ຂະ​ໜານ​ນາມ​ຕົນ​ເອງວ່າ "ຜູ້​ຢູ່ນອກທີ່​ມີ​ຫົວ​ອະ​ນຸ​ລັດ​ນິ​ຍົມສຳ​ລັບ​ເປັນ​ຜູ້ປົກ​ຄອງ​ລັດ" ແຂ່ງ​ກັບ ຜູ້​ປົກ​ຄອງ​ລັດ​ຈາກ​ພັດ​ເດ​ໂມ​ແຄ​ຣັດ, ທ່ານ John Bel Edwards ຢູ່​ໃນ​ການ​ເລືອກ​ຕັ້ງ​ຮອບ​ຕັດ​ສິນ​ຊີ້​ຂາດ​ໃນ​ວັນທີ 16 ພະ​ຈິກ​ຈະ​ມາ​ເຖິງນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG