ທ່ານ ບາຣັກ ໂອບາມາ ບໍ່ຕ້ອງໄດ້ລົງສະມັກເລືອກຕັ້ງເອົາ
ຕໍາແໜ່ງປະທານາທິບໍດີອີກ ຈົນກວ່າປີ 2012. ແຕ່ວ່າໂຄງ
ການຂອງທ່ານຫລາຍໆໂຄງການອາດປະສົບກັບບັນຫາ
ບໍ່ຜ່ານລັດຖະສະພາ ຖ້າຫາກວ່າພັກ Republican ຍາດ
ເອົາການຄວບຄຸມສະພາຕໍ່າຄືນໄປໄດ້ ແລະໄດ້ຮັບບ່ອນນັ່ງ ຕື່ມອີກຢູ່ໃນສະພາສູງ.
ທ່ານປະທານາທິບໍດີ ໂອບາມາ ຈຶ່ງໄດ້ອອກໂຄສະນາຫາ
ສຽງເລືອກຕັ້ງໃຫ້ພັກຂອງທ່ານຢ່າງຂຸ້ນຂ້ຽວ ໂດຍໄດ້ຊຸກ
ຍູ້ໃຫ້ພວກສະມາຊິກພັກ Democrat ໃນທົ່ວປະເທດ ພາ
ກັນສະໜັບສະໜູນ ຜູ້ສະມັກທີ່ສັງກັດໃນພັກຂອງຕົນ ໃນການເລືອກຕັ້ງຄັ້ງນີ້.
ທ່ານຍັງໄດ້ກ່າວປ້ອງກັນຜົນງານຂອງລັດຖະບານຂອງທ່ານໃນໄລຍະ 2 ປີ ທີ່ທ່ານໄດ້
ເຂົ້າດໍາລົງຕຳແໜ່ງໃນທຳນຽບຂາວນັ້ນ. ອະດີດປະທານາທິບໍດີ ບີລ ຄລີນເຕິນ ກໍໄດ້
ສົ່ງສານ ຫລືຖ້ອຍຄໍາທີ່ຄ້າຍຄືກັນນີ້ຕໍ່ມວນຊົນ ໃນເວລາທີ່ທ່ານໄປປາກົດຕົວເພື່ອໂຄສະ
ນາຫາສຽງ ໃຫ້ແກ່ຜູ້ສະມັກເລືອກຕັ້ງທີ່ສັງກັດພັກ Democrat ທັງຫລາຍ. ທ່ານກ່າວວ່າ
ທ່ານເຊື່ອວ່າປະທານາທິບໍດີ ໂອບາມາ ແລະ ລັດຖະສະພາສະໄໝປັດຈຸບັນນີ້ ປະຕິບັດ
ງານໄດ້ດີກວ່າທີ່ຄົນສ່ວນຫລາຍຄິດກັນຢູ່.
ແຕ່ວ່າ ພວກຜູ້ນໍາພັກ
Republican ຊໍ້າຜັດເວົ້າວ່າ
ພະລັງທາງການເມືອງ ແມ່ນ
ເຂົ້າຂ້າງຝ່າຍຂອງພວກເຂົາເຈົ້າ
ໃນປີນີ້. ພວກນັກຊ່ຽວຊານດ້ານ
ການເມືອງຫລາຍຄົນໄດ້ທຳນາຍ
ວ່າ ພວກ Republican ຈະໄດ້
ໄຊຊະນະໃນການຍາດເອົາການ
ຄວບຄຸມສະພາຕໍ່າຄືນມາ ແຕ່ຈະ
ບໍ່ໄດ້ຮັບບ່ອນນັ່ງໃນສະພາສູງໃນ
ຈໍານວນຫລາຍພໍ ທີ່ຈະພາໃຫ້
ເຂົາເຈົ້າໄດ້ເປັນພັກ ທີ່ມີສຽງ
ສ່ວນຫລາຍໃນສະພາສູງນັ້ນ.
ການສຶກສາໃໝ່ ໄດ້ພົບວ່າ ສຽງ ສະໜັບສະໜູນທ່ານປະທານາທິ ບໍດີ ໂອບາມາ ແລະ ພວກສັງ ກັດພັກ Democrat ໄດ້ຫລຸດໜ້ອຍລົງ ໃນບັນດາກຸ່ມລົງຄະແນນສຽງເລືອກຕັ້ງທີ່ສຳຄັນ ບາງກຸ່ມ. ບັນດາກຸ່ມລົງຄະແນນສຽງເຫລົ່ານີ້ ແມ່ນໄດ້ຊ່ວຍໃຫ້ພວກເຂົາເຈົ້າໄດ້ຮັບໄຊຊະ
ນະໃນການເລືອກຕັ້ງເມື່ອສອງປີກ່ອນ. ກຸ່ມເຫລົ່ານີ້ລວມມີ ພວກລົງຄະແນນສຽງເລືອກຕັ້ງ
ທີ່ເປັນຜູ້ຍິງ, ພວກທີ່ເປັນເອກະລາດ ຫລື ບໍ່ສັງກັດພັກໃດ ແລະພວກຊາວອາເມຣິກັນ ທີ່
ບໍ່ຄ່ອຍຮັ່ງມີປານໃດ. ສຳນັກຂ່າວ CBS ແລະ ໜັງສືພິມ NEW York Times ໄດ້ລາຍ
ງານຜົນການສຶກສາດັ່ງກ່າວ. ພວກນັກຊ່ຽວຊານດ້ານການເມືອງຊີ້ແຈງວ່າ ຄວາມຄິດເຫັນ
ຂອງປະຊາຊົນ ກ່ຽວກັບເສດ ຖະກິດຂອງຊາດ ທີ່ເຂົາເຈົ້າຄິດວ່າ ຢູ່ໃນສະພາບທີ່ຂີ້ຮ້າຍ
ຫລາຍ ລວມທັງອັດຕາຫວ່າງງານທີ່ສູງນັ້ນແມ່ນເປັນສາເຫດຕົ້ນຕໍທີ່ພາໃຫ້ພັກ Democrat
ມີບັນຫາໃນປີນີ້.
ພວກສະມາຊິກພັກ Democrat ໄດ້ພະຍາ
ຍາມດຶງຄວາມສົນໃຈ ຂອງພວກລົງຄະແນນ
ສຽງ ໄປໃສ່ ພວກສະມັກຜູ້ແທນທີ່ສັງກັດ
ພັກ Republican ເປັນລາຍບຸກຄົນໄປທີ່
ພວກເຂົາເຈົ້າເວົ້າວ່າ ລ້ວນແຕ່ເປັນພວກທີ່
ມີທ່າທີຮຸນແຮງໂພດ ຊຶ່ງພວກສະມັກເລືອກ
ຕັ້ງເຫລົ່ານັ້ນ ບາງຄົນໄດ້ຮັບການສະໜັບ
ສະໜູນຈາກຂະບວນການ Tea Party ທີ່
ເປັນພວກຈາຮີດນິຍົມ ຫລືຫົວນິຍົມແນວ
ທາງເດີມ ແລະນິຍົມຄວາມເປັນອິດສະລະ
ຫລືແນວຄິດແປກໃໝ່.
ໃນປີນີ້ ເງິນທີ່ປະຊາຊົນບໍລິຈາກປະກອບສ່ວນເຂົ້າໃນການໂຄສະ ນາຫາສຽງ ປະກົດວ່າມີ
ອິດທິພົນຫລາຍກວ່າແຕ່ໃດໆມາ. ການຕັດສິນຂອງສານສູງສຸດ ໄດ້ເປີດຊ່ອງທາງໃຫ້ມີການ
ໃຊ້ຈ່າຍໃນການໂຄສະນາທາງໂທລະພາບ ໄດ້ຫລາຍຂຶ້ນ ໂດຍພວກນັກທຸລະກິດ ແລະສະ
ຫະພັນກຳມະບານ ທີ່ຢາກໂຄສະນາໃຫ້ຜູ້ສະມັກເລືອກຕັ້ງ ທີ່ເຂົາເຈົ້າສະໜັບສະໜູນນັ້ນ.
ການໂຄສະນາໃນໂທລະພາບຫລາຍໆອັນ ແມ່ນຈ່າຍໃຫ້ໂດຍກຸ່ມທີ່ບໍ່ມີສ່ວນພົວພັນກັບພັກ
ການເມືອງໃດໆເລີຍ ແລະໂດຍພວກບໍລິຈາກທີ່ຮັ່ງມີ ທີ່ບໍ່ປະສົງຈະອອກຊື່ຂອງພວກເຂົາ
ເຈົ້າ. ການໂຄສະນາທາງໂທລະພາບເຫລົ່ານີ້ຫລາຍໆອັນ ກໍໄດ້ໂຈມຕີຝ່າຍກົງກັນຂ້າມ
ຫລືຄູ່ແຂ່ງຂອງຜູ້ສະມັກໃດນຶ່ງ.
ການໂຄສະຫາສຽງຂອງການເລືອກຕັ້ງຫລາຍໆບັ້ນນັ້ນ
ແມ່ນຕ້ອງໄດ້ທຸ້ມເທເງິນໃສ່ຢ່າງຫລວງຫລາຍ ແລະຫລາຍ
ກວ່າທີ່ຜ່ານໆມາ. ຕົວຢ່າງເຊັ່ນ ທ່ານນາງ Meg
Whitman ຜູ້ສະມັກຮັບເລືອກຕັ້ງ ຈາກພັກຣີພັບລິກັນໄດ້
ໃຊ້ຈ່າຍເງິນສ່ວນຕົວ ເພື່ອການໂຄສະນາຫາສຽງສໍາລັບ
ຕົວນາງເອງ ໄປແລ້ວ ຫລາຍກວ່າ 140 ລ້ານໂດລາ. ທ່ານນາງ Meg Whitman ລົງສະມັກເລືອກຕັ້ງເອົາ
ຕໍາແໜ່ງຜູ້ປົກຄອງລັດແຄລິຟໍເນຍ ແຂ່ງກັບທ່ານ Jerry Brown ອະດີດຜູ້ວ່າການລັດແຄລິຟໍເນຍ ທີ່ກັບຄືນໄປແຂ່ງຂັນເອົາຕໍາແໜ່ງດັ່ງ ກ່າວອີກ. ພວກກຸ່ມອິສະລະ ທັງຫລາຍ ພາກັນປະເມີນວ່າ ພວກສະມັກເລືອກຕັ້ງ ແລະ ພັກການເມືອງຕ່າງໆ ແລະພວກກຸ່ມອິສະລະທັງຫລາຍ ຈະໃຊ້ຈ່າຍເງິນຫລາຍເຖິງ 4,000 ລ້ານໂດລາ ພາຍໃນເວລາທີ່ການປ່ອນບັດສິ້ນສຸດລົງ.