ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ເຊື້ອ
ເຊີນບັນດາຜູ້ນຳລັດຖະສະພາຂອງພັກຣີພັບບລີກັນ ແລະ
ພັກເດໂມແຄຣັທໄປປຶກສາຫາລື ເພື່ອຊອກຫາຊ່ອງທາງ
ໃນການດຳເນີນງານຮ່ວມກັນ ຫຼັງຈາກ ພັກຣີພັບບລີກັນ
ໄດ້ເຂົ້າຄວບຄຸມ ສະພາຕໍ່າສະຫະລັດ ໃນການເລືອກຕັ້ງ
ກາງສະໄໝ.
ໃນການຖະແຫຼງ ລຸນຫຼັງກອງປະຊຸມຄະນະລັດຖະບານ
ໃນວັນພະຫັດວານນີ້ ທ່ານໂອບາມາກ່າວວ່າ ທ່ານໄດ້
ຮຽກຮ້ອງໃຫ້ມີການພົບປະຢູ່ທີ່ທຳນຽບຂາວ ໃນວັນທີ
18 ເດືອນນີ້ ລະຫວ່າງຜູ້ນຳ 2 ຄົນ ຂອງພັກຣີພັບບລີກັນ ຄືສະມາຊິກສະພາສູງ Mitch
McConnell ແລະສະມາຊິກສະພາຕໍ່າ John Boehner ແລະຜູ້ນຳໃນປັດຈຸບັນ 2 ຄົນ
ຂອງພັກເດໂມແຄຣັທຄືສະມາຊິກສະພາສູງ Harry Reid ແລະປະທານສະພາຕໍ່າ Nancy
Pelosi.
ມີທ່າທາງວ່າທ່ານ Boehner ຈະໄດ້ເປັນປະທານຄົນຕໍ່ໄປຂອງສະພາຕໍ່າສະຫະລັດເວລາ
ລັດຖະສະພາເລີ້ມເປີດສະໄໝປະຊຸມໃນເດືອນມັງກອນຈະມານີ້.
ທ່ານໂອບາມາເວົ້າວ່າ ການພົບປະທີ່ວ່ານີ້ຈະເພັ່ງເລັງໃສ່ກ່ຽວກັບວ່າແມ່ນຫຍັງ ສາມາດດຳ
ເນີນການໄດ້ເພື່ອແກ້ໄຂບັນຫາຮີບດ່ວນທາງດ້ານເສດຖະກິດ. ທ່ານກ່າວວ່າ ມັນເປັນສິ່ງສຳ
ຄັນທີ່ຈະຕ້ອງໄດ້ດຳເນີນກ້າວໄປຂ້າງໜ້າຍ້ອນປະຊາຊົນອະເມຣິກັນ ບໍ່ຕ້ອງການຢາກໃຫ້ລັດ
ຖະບານຕົກຢູ່ໃນສະພາບບໍ່ໄປບໍ່ມາ ຍ້ອນມີການຖົກຖຽງກັນລະຫວ່າງພັກການເມືອງ ແລະບໍ່
ໄດ້ສຳເລັດຜົນຫຍັງ.
ນອກນັ້ນປະທານາທິບໍດີໂອບາມາ ຍັງໄດ້ຮຽກຮ້ອງໃຫ້ສະພາສູງຊຸດປັດຈຸບັນຂອງສະຫະລັດ
ໃຫ້ສັດຕະຍາບັນຕໍ່ສົນທິສັນຍາຫຼຸດກຳລັງອາວຸດນິວເຄລຍ ຫຼື START ສະບັບໃໝ່ກັບຣັດ
ເຊຍກ່ອນທ້າຍປີນີ້.
ທ່ານເວົ້າວ່າ ການຄວບຄຸມອາວຸດຕາມປົກກະຕິແລ້ວ ແມ່ນໄດ້ຮັບການສະໜັບສະໜຸນຈາກ
ທັງສອງພັກການເມືອງ ແລະການໃຫ້ສັດຕະຍາບັນຕໍ່ສົນທິສັນຍາດັ່ງກ່າວຈະເປັນການສົ່ງສັນ
ຍານທີ່ແຂງຂັນໄປໃຫ້ຣັດເຊຍວ່າ ສະຫະຣັດແມ່ນຈິງຈັງ ກ່ຽວກັບການຫຼຸດຜ່ອນຄັງອາວຸດນິວ
ເຄລຍຂອງຕົນ.
ຂະນະດຽວກັນ ສະມາຊິກສະພາສູງ McConnell ໄດ້ກ່າວໂດຍຫຍໍ້ກ່ຽວກັບແຜນການຂອງ
ພັກຣີພັບຣີກັນໃນວັນພະຫັດວານນີ້. ແຜນການດັ່ງກ່າວແມ່ນຮວມທັງການຫຼຸດການໃຊ້ຈ່າຍ ແລະຫຼຸດຂະໜາດຂອງລັດຖະບານກາງໃຫ້ນ້ອຍລົງກວ່າເກົ່າ.