ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນ ຊະນະ ການເລືອກຕັ້ງໃນສະຫະລັດ


ຜູ້ນຳຂອງພັກຣີພັບຣີກັນ ໃນສະພາຕໍ່າຂອງສະຫະລັດ ທ່ານ John Boehner
ຜູ້ນຳຂອງພັກຣີພັບຣີກັນ ໃນສະພາຕໍ່າຂອງສະຫະລັດ ທ່ານ John Boehner

ພັກຝ່າຍຄ້ານຣີພັບບລີກັນໄດ້ເຂົ້າຄວບຄຸມສະພາຕໍ່າສະຫະ
ລັດແທນພັກເດໂມແຄຣັທຂອງປະທານາທິບໍດີບາຣັກ ໂອ
ບາມາ ຊຶ່ງເປັນພາກສ່ວນນຶ່ງຂອງໄຊຊະນະໃນການເລືອກ
ຕັ້ງກາງສະໄໝທີ່ໄດ້ຮັບການຂັບດັນດ້ວຍຄວາມໂກດແຄ້ນ
ຈາກບັນດາຜູ້ມີສິດປ່ອນບັດກ່ຽວກັບເສດຖະກິດທີ່ຝືດ​ເຄືອງ
ແລະການໃຊ້ຈ່າຍຂອງລັດຖະບານ.

ຜູ້ສະມັກຂອງພັກຣີພັບບລີກັນ ໄດ້ຊະນະຢ່າງນ້ອຍ 60
ບ່ອນນັ່ງໃນການເລືອກຕັ້ງມື້ວານນີ້ຫຼາຍກວ່າ 36 ບ່ອນ
ນັ່ງທີ່ຈຳເປັນ​ເພື່ອເຂົ້າຄວບຄຸມ ສະພາຕໍ່າຂອງສະຫະລັດ.
ນອກນັ້ນແລ້ວ ພັກຣີພັບບລີກັນຍັງໄດ້ຮັບໄຊຊະທີ່ສຳຄັນ ໃນການເລືອກຕັ້ງສະພາສູງ ເຖິງ
ແມ່ນພັກເດໂມແຄຣັທຍັງສາມາດສືບຕໍ່ຄວບຄຸມດ້ວຍຄະແນນສຽງສ່ວນຫຼາຍພຽງເລັກນ້ອຍ
ທໍ່ນັ້ນ.

ຜູ້ນຳສຽງສ່ວນນ້ອຍໃນສະພາຕໍ່າສະຫະລັດ ທ່ານ John Boehner ເອີ້ນຜົນການເລືອກ
ຕັ້ງໃນຄັ້ງນີ້ວ່າ ເປັນການບອກປະຕິເສດ ຕໍ່ນະໂຍບາຍຂອງປະທານາທິບໍດີໂອບາມາ ແລະ
ພັກເດໂມແຄຣັທ ໂດຍກ່າວຕໍ່ພວກສະໜັບສະໜຸນ ໃນແລງວັນອັງຄານວານນີ້ວ່າ ແລງມື້ນີ້
ແມ່ນເປັນຈຸດເລີ້ມຕົ້ນຂອງການປ່ຽນແປງ.

ທ່ານໂອບາມາໄດ້ໂທລະສັບໄປຫາທ່ານ Boehner ໃນຕອນເດິກຂອງຄືນວານນີ້ ເພື່ອສະ
ແດງຄວາມດີໃຈຕໍ່ທ່ານ ແລະການໄດ້ຮັບໄຊຊະນະຂອງພັກຣີພັບບລີກັນໂດຍເວົ້າວ່າ ເວລາ
ນີ້ພວກທ່ານຕ້ອງໄດ້ຊອກຫາພື້ນຖານຮ່ວມກັນ ເພື່ອດຳເນີນງານໃຫ້ສຳເລັດລຸລ່ວງສຳລັບ
ປະຊາຊົນອະເມຣິກັນ. ເປັນທີ່ຄາດກັນວ່າ ທ່ານ Boehner ຈະໄດ້ເປັນປະທານສະພາຕໍ່າ
ຂອງສະຫະລັດ ຄົນຕໍ່ໄປ.

ການເລືອກຕັ້ງຄັ້ງນີ້ ແມ່ນເລືອກເອົາສະມາຊິກທັງໝົດ 435 ຄົນຂອງສະພາຕໍ່າສະຫະລັດ
ແລະສະມາຊິກສະພາສູງອີກ 37 ຄົນຂອງຈຳນວນທັງໝົດ 100 ຄົນ.

XS
SM
MD
LG