ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຄິດເຫັນ ກ່ຽວກັບ ການເລືອກຕ້້ງ ປະທານາທິບໍດີ ສະຫະລັດ ໃນ ສປປ ລາວ


ການສຶກສາ ກ່ຽວກັບການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ທີ່ສະຖານທູດສະຫະລັດ ປະຈຳ ສປປ ລາວ.
ການສຶກສາ ກ່ຽວກັບການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ທີ່ສະຖານທູດສະຫະລັດ ປະຈຳ ສປປ ລາວ.

ການເລືອກຕັ້ງປະທານາທິບໍດີສະຫະລັດທີ່ກໍາລັງຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ
03 ພະຈິກ ກໍຄືມື້ອື່ນນີ້ ແມ່ນໄດ້ດຶງດູດຄວາມສົນໃຈຂອງຄົນຢູ່ໃນຫລາຍໆທິດ, ຫລາຍໆ
ມຸມຂອງໂລກ ໃນນັ້ນກໍປະຊາຊົນລາວຈໍານວນນຶ່ງໄດ້ຄໍາຄິດເຫັນທີ່ແຕກຕ່າງກັນຫລາຍ
ກ່ຽວກັບຜູ້ສະໝັກເລືອກຕັ້ງປະທານາ ທິບໍດີ ຂອງປະເທດມະຫາອໍານາດນຶ່ງຂອງໂລກ
ໃນຄັ້ງນີ້. ກິ່ງສະຫວັນ ມີລາຍງານຈາກນັກຂ່າວຂອງພວກເຮົາ ຈະນໍາເອົາການສໍາພາດ
ກັບປະຊາຊົນລາວໃນນະຄອນຫລວງວຽງຈັນ ທີ່ຕິດຕາມຂ່າວກ່ຽວກັບເລື້ອງນີ້ ມາຕະ
ຫລອດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ການເລືອກຕັ້ງປະທານາທິບໍດີສະຫະລັດທີ່ກໍາລັງຈະຈັດຂຶ້ນໃນວັນທີ 3 ພະຈິກ ກໍຄືມື້
ອື່ນນີ້ ທີ່ດໍາເນີນໄປທ້າມກາງສະພາບທີ່ຫຍຸ້ງຍາກຍ້ອນການລະບາດຂອງພະຍາດໂຄ
ວິດ-19 ແລະຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍຂອງພວກຜູ້ປ່ອນບັດໃນປະເທດນັ້ນ
ກໍເຮັດໃຫ້ຜູ້ຄົນຈໍານວນນຶ່ງໃນລາວ ທີ່ຕິດຕາມເລື້ອງນີ້ຈາກຂ່າວສານຕ່າງໆ ແລະຈາກ
ຍາດພີ່ນ້ອງໃນສະຫະລັດມີ ຄວາມຄິດເຫັນທີ່ແຕກຕ່າງກັນຫລາຍເຊັ່ນກັນ ອີງຕາມການ
ໃຫ້ສໍາພາດຂອງຊາວນະຄອນຫລວງວຽງຈັນ ຈໍານວນນຶ່ງ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:01:09 0:00
ລິງໂດຍກົງ

ນຶ່ງໃນບັນດາທີ່ບໍ່ມັກທ່ານທຣໍານັ້ນ ກໍແມ່ນນັກທຸລະກິດທ່ານນຶ່ງທີ່ຕິດຕາມຂ່າວການ
ເລືອກຕັ້ງຄັ້ງນີ້ ຈາກຂ່າວສານຕ່າງໆ ເວົ້າວ່າ ນະໂຍບາຍການຄ້າ ຂອງ ທ່ານທຣໍາ ເຮັດ
ໃຫ້ເກີດສະພາບເສດຖະກິດໂລກປັ່ນປ່ວນ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ຂ້ອຍບໍ່ມັກແຫລະທຣໍາ ຂ້ອຍມັກທ້າວນັ້ນພຸ້ນນະ ໂອ້ຍທຣໍາ ລາວເຮັດເສດຖະກິດຈັ່ງ
ໃດບຸ ວຸ້ນວາຍໂລກ ວຸ້ນວາຍນະທຣໍານະ ແຕ່ປະເທດເຂົາ ກະຍັງບໍ່ມັກລາວແລ້ວ. ຂ້ອຍ
ກະຊັງຊັ້ນລະ. ແຕ່ປະເທດເຂົາເອງກະຍັງບໍ່ມັກລະເນາະ ເບິ່ງຢູ່ກະເບິ່ງຂ່າວວັນທີ 4 ໜີ້
ເບາະ ເຂົາເລືອກຕັ້ງ. ແຕ່ເຂົາເລືອກ ແຕ່ກ່ອນແລ້ວ ກະຟັງຂ່າວ ກະວ່າໄບເດັນນໍາໜ້າ
ທຣໍາ ຟັງເຊົ້ານີ້.”

ຂະນະດຽວກັນນັກທຸລະກິດຍິງຄົນນຶ່ງໃຫ້ຄໍາເຫັນວ່າ ການທີ່ປະທານາທິບໍດີທຣໍາ ເອົາ
ບາດກ້າວອັນແຂງຂັນ ຕ້ານຢັນກັບຈີນນັ້ນ ເປັນການເຮັດໃຫ້ສະພາບເສດ ຖະກິດໂລກ
ສັບສົນ ຊຶ່ງທ່ານນາງໃຫ້ຄໍາເຫັນດັ່ງນີ້:

“ຮື ທຣໍາ ທຣໍານີ້ ທຣໍາເຮົາບໍ່ມັກແຕ່ທໍາອິດແລ້ວໄດ໋ ເພາະວ່າ ເຮົາຊິວ່າຈັ່ງໃດຫວະ, ເຂົາ
ມີການຄ້າກັບຄົນຈີນແມ່ນບໍ່. ຂະໜາດຈີນເປັນມະຫາອໍານາດ ເກືອບເທົ່າທຽມກັບອາເມ
ຣິກາ ກໍໂຕ້ແຍ້ງກັນຢູ່ແລ້ວຫັ້ນນາ.”

ສ່ວນນັກທຸລະກິດອະສັງຫາລິມະຊັບຄົນນຶ່ງ ໃນນະຄອນຫລວງວຽງຈັນ ທີ່ຍັງ ຈື່ຈໍາການ
ໄປຢ້ຽມຢາມລາວຂອງອະດີດປະນາທານາທິບໍດີ ບາຣັກ ໂອບາມາ ຂອງສະຫະລັດໃນປີ
2016 ທີ່ຕົກລົງໃຫ້ການຊ່ວຍແກ່ລາວໃນດ້ານເກັບກູ້ລະ ເບີດໃນຈໍານວນ 90 ລ້ານໂດ
ລາວນັ້ນ ກໍບອກວ່າມັກທ່ານ ໂຈ ໄບ ເດັນ ທີ່ເປັນຄູ່ແຂ່ງຂອງທ່ານທຣໍານັ້ນຫຼາຍກວ່າ
ເພາະທ່ານສັງກັດໃນພັກເດໂມແຄຣັດ ຄືກັນກັບທ່ານ ໂອບາມາ. ທ່ານເປີດເຜີຍກັບ
ວີໂອເອວ່າ:

“ຕ້ອງຜູ້ໃໝ່ໄດ໋ ຜູ້ເກົ່າລາວ ລາວພວກນີ້ໜີ້ພວກຜິວຂາວ ບໍ່ມັກພວກເອເຊຍ, ບໍ່ມັກຄົນ
ຜິວດໍາ. ມັນດູຖູກຄົນຜິວດໍາ. ຄົນຜິວດໍາມັນຫລາຍໄດ໋ຢູ່ຫັ້ນໜະ. ມັນເຂົາແບ່ງຊົນຊັ້ນ.
ຜູູ້ໃໝ່ກັບໂອບາມານີ້ຄັກຢູ່ ເຂົາກະຍັງຊ່ວຍເຫລືອຄົນລາວ ເຂົາກະຍັງມາໃຊ້ໜີ້ສົງ
ຄາມໃຫ້ຫັ້ນເດ່.”

ແຕ່ກົງກັນຂ້າມ ກໍມີຄົນລາວຫລາຍຄົນໂດຍສະເພາະແມ່ນພວກທີ່ມີພີ່ນ້ອງ ຢູ່ໃນສະຫະ
ລັດກໍບອກວ່າ ມັກໃຫ້ທ່ານທຣໍາ ເປັນປະທານາທິບໍດີຕໍ່ໄປອີກ ໃຫ້ຄົບອີກສະໄໝ ເພາະ
ເພິ່ນເປັນຜູ້ທີ່ມີການຊ່ວຍເຫລືອແກ່ພວກຄົນເຂົ້າເມືອງຫລາຍ ຫລືພວກຊົນກຸ່ມນ້ອຍ
ຫລາຍ ຊຶ່ງກົງກັນຂ້າມກັບຜູ້ທີ່ໃຫ້ຄໍາເຫັນຜູ້ທີສາມ ທີ່ກ່າວມາຂ້າງເທິງນັ້ນ. ດັ່ງນັກທຸລະ
ກິດໜຸ່ມ ຄົນນຶ່ງທີ່ໃຫ້ຄໍາຄິດເຫັນ ໂດຍອີງ ຕາມການບອກເລົ່າຂອງຍາດພີ່ນ້ອງຢູ່ໃນ
ສະຫະລັດກໍບອກວ່າ ທ່ານທຣໍາ ໃຫ້ການຊ່ວຍ ເຫລືອແກ່ຄົນທີ່ມາຈາກຫລາຍຊາດ.
ທ່ານໃຫ້ຄໍາເຫັນດັ່ງນີ້:

“ຂ້ອຍມັກຕາທຣໍາ ຄື ຄືລາວຊ່ວຍເຫລືອ ຊ່ວຍເຫລືອຄົນ ຊິວ່າຈັ່ງໃດຫວະ ເຮົາມີພີ່ນ້ອງ
ຢູ່ຕ່າງປະເທດຫັ້ນ ເຂົາບອກວ່າຄົນລາວມັກລາວ. ຄືລາວມີນະໂຍບາຍຫລາຍກັບ ກັບ
ຄົນຕ່າງຊາດຫັ້ນໜາ.”

ເຊັ່ນດຽວກັນ ຊາວນະຄອນຫລວງວຽງຈັນທີ່ອາວຸໂສທ່ານນຶ່ງ ກໍບອກວ່າ ທ່ານທຣໍາທີ່
ເຄີຍເປັນນັກທຸລະກິດ ເພິ່ນເຮັດໃຫ້ເສດຖະກິດດີຂຶ້ນ ແລະຊ່ວຍຄົນທີ່ມີລາຍໄດ້ໜ້ອຍ
ເຊັ່ນກໍາມະກອນ ລວມທັງຄົນລາວນັ້ນຫລາຍ ດັ່ງການໃຫ້ສໍາພາດຂອງທ່ານວ່າ:

“ຄົນລາວເຮົາ ສ່ວນຫລາຍກະມັກທ່ານທຣໍາໜີ້ຫລະ ຄົນລາວເຮົາສ່ວນຫລາຍກະມັກ
ພັກຣີພັບບລິກັນວ່າຊັ້ນຊະ ຄັນດີໂມແຄຣັດໜີ້ເຂົາບໍ່ມັກ ສ່ວນຫລາຍເຂົາກາໂຫວດເອົາ
ທຣໍາ. ສ່ວນຫລາຍທຣໍາມັນຊ່ວຍແບບພວກທໍາງານຫລາຍຊັ້ນນະ. ໝໍ ໝໍເດໂມແຄຣັດ
ໜີ້ ກາຊ່ວຍຢູ່ ແຕ່ບໍ່ຫລາຍ. ຊ່ວງໂຄວິດທຣໍາ ກາມັນກະຊ່ວຍດີຢູ່ ໃຜກາແບບບໍ່ເຄີຍມີ
ໃນປະຫວັດໜາເຂົາຊ່ວຍ ໃຫ້ເງິນໜາ ເຂົາຊ່ວຍດີ. ຄັນຊິເວົ້າແລ້ວ ທຣໍາມັນເວົ້າເລື້ອງ Business ເດ່.”

ທ່ານບອກອີກວ່າ ພວກທີ່ບໍ່ມັກທ່ານທຣໍາເປັນປະທານາທິບໍດີວ່າ ເພິ່ນມັກດູຖູກ ຄົນຜິວ
ດໍາ ແລະຊົນເຜົ່າອື່ນໆນັ້ນ ທີ່ຈິງແລ້ວເພິ່ນກໍໄດ້ປະນາມພວກຜິວຂາວທີ່ ຈໍາແນກຜິວພັນ
ຢູ່ ແຕ່ວ່າຄົນບໍ່ມັກເອີ່ຍເຖິງ. ແນ່ນອນ ທຸກຄົນນກໍມີທັງດ້ານດີ ແລະດ້ານບໍ່ດີ. ຖ້າໄປເບິ່ງ
ແຕ່ດ້ານບໍ່ດີ ກໍຈະບໍ່ມີວັນເຫັນອີກດ້ານນຶ່ງຂອງເຂົາ ເຈົ້າ. ເມື່ອຖາມເຖິງນະໂຍບາຍດ້ານ
ເຂົ້າເມືອງທີ່ເຄັ່ງຄັດຂອງປະທານາທິບໍດີ ທຣໍານັ້ນ ທ່ານໃຫ້ຄໍາເຫັນວ່າ ​

“ມັນບໍ່ເອົາວ່າຊັ້ນຊາ ພວກມາທ່ອງທ່ຽວ ມັນຍັງງົດຢູ່ ມັນມີບັນຫາຫລາຍ. ສ່ວນຫລາຍມີ
ແຕ່ພວກເຂົ້າມາແລ້ວກາບໍ່ມີບັດມີເບີ ແລ້ວກໍມັກເຮັດຂອງເຖື່ອນວ່າຊັ້ນຊາ ມັນກາເລີຍ
ບໍ່ຢາກເອົາ.

ສະຫລຸບແລ້ວ ປະຊາຊົນລາວໃນປະເທດ ທີ່ຕິດຕາມເບິ່ງຂ່າວຄາວກ່ຽວກັບ ສະ ຫະລັດ
ກໍຍັງໃຫ້ຄວາມສົນໃຈຕໍ່ການເລືອກຕັ້ງປະທານາທິບໍດີຄັ້ງສໍາຄັນ ທີ່ຈະຈັດຂຶ້ນໃນມື້ອື່ນ
ນີ້ຫລາຍຢູ່. ໂດຍລວມແລ້ວພວກທີ່ໄດ້ໂອ້ລົມກ່ຽວກັບການເລືອກຕັ້ງໃນຄັ້ງນີ້ ແມ່ນເຄີຍ
ລົມກັນກັບຍາດພີ່ນ້ອງໃນປະຊາຄົມລາວທີ່ສະຫະລັດ ແລະເຫັນດີກັບເຂົາເຈົ້າ ກໍຂ້ອນ
ຂ້າງມີຄວາມນິຍົມ ຕໍ່ທ່ານທຣໍາ ສ່ວນຄົນອື່ນໆ ໂດຍສະເພາະພວກທີ່ມີຄວາມຊົງຈໍາ ທີ່
ດີຕໍ່ກັບການຢ້ຽມຢາມ ຂອງອະດີດປະທານາບໍດີໂອບາມາກັບມັກທ່ານໄບເດັນ.

XS
SM
MD
LG