ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄ່າໃຊ້ຈ່າຍ ໃນການເລືອກຕັ້ງ ສະຫະລັດ ສູງເປັນປະຫວັດການ ເກືອບຮອດ 11 ຕື້ໂດລາ


ເງິນໃບ $100 ຢູ່ທາງຂ້າງເຂັມຂັດ “ລົງຄະແນນສຽງ.”
ເງິນໃບ $100 ຢູ່ທາງຂ້າງເຂັມຂັດ “ລົງຄະແນນສຽງ.”

ການເລືອກຕັ້ງ ສະຫະລັດ ປີ 2020 ມີຄວາມເປັນໄປໄດ້ວ່າຈະມີຄ່າໃຊ້ຈ່າຍເກືອບ 11 ພັນລ້ານໂດລາ, ເຮັດໃຫ້ມັນເປັນການເລືອກຕັ້ງທີ່ແພງທີ່ສຸດໃນປະຫວັດສາດ, ອີງຕາມການຄາດຄະເນໂດຍຜູ້ຕິດຕາມດ້ານການເງິນຂອງການໂຄສະນາຫາສຽງທີ່ຢູ່ແນວໜ້າ.

ໃນລາຍງານສະບັບນຶ່ງທີ່ຖືກເຜີຍແຜ່ໃນວັນພະຫັດວານນີ້, ສູນກາງເພື່ອການຕອບສະໜອງທາງ ການເມືອງ ຫຼື CPR ໄດ້ຄາດຄະເນວ່າ ຄ່າໃຊ້ຈ່າຍຂອງການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີປີ 2020 ແລະ ລັດຖະສະພາຈະຢູ່ທີ່ ສິບພັນແປດຮ້ອຍລ້ານໂດລາ, ຫຼື ມີຄ່າໃຊ້ຈ່າຍສູງກວ່າການເລືອກຕັ້ງປີ 2016 50 ເປີເຊັນ ເມື່ອຖືກຄິດໄລ່ໃສ່ລະດັບຂອງເງິນເຟີ້ແລ້ວ.

ການຄາດຄະເນຂອງອົງການ CPR ແມ່ນໄດ້ອີງໃສ່ການໃຊ້ຈ່າຍຂອງວົງຈອນການໂຄສະນາຫາສຽງນີ້ ແລະ ບວກກັບການໃຊ້ຈ່າຍທີ່ມີຄວາມເປັນໄປໄດ້ວ່າ ຈະເກີດຂຶ້ນໃນເດືອນສຸດທ້າຍ ຈົນເຖິງການເລືອກຕັ້ງໃນວັນທີ 3​ ພະຈິກ. ປັດຈຸບັນນີ້ ພັກເດໂມແຄຣັດເປັນຜູ້ທີ່ໃຊ້ຈ່າຍຫຼາຍກວ່າພັກຣີພັບບລີກັນ ໃນການແຂ່ງຂັນປະທານາທິບໍດີ ແລະ ລັດຖະສະພາ, ເທົ່າກັບ 54 ເປີເຊັນຂອງຄ່າໃຊ້ຈ່າຍທັງໝົດ ເມື່ອປຽບທຽບໃສ່ 39 ເປີເຊັນ ຂອງພັກຣີພັບບລີກັນ ອີງຕາມອົງການ CPR.

ທ່ານນາງ ເຊລາ ຄຣຳໂຮລສ໌ (Sheila Krumholz) ຜູ້ອຳນວຍການໃຫຍ່ຂອງສູນກາງເພື່ອການຕອບສະໜອງທາງການເມືອງໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການເລືອກຕັ້ງປີ 2018 ໄດ້ທຳລາຍສະຖິຕິສຳລັບການເລືອກຕັ້ງກາງສະໄໝ, ແລະ ປີ 2020 ກໍຈະທຳລາຍທຸກໆສະຖິຕິທີ່ພວກເຮົາເຄີຍເຫັນ ຫຼື ຈິນຕະນາການ, ມາກ່ອນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG