ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ Republican ຍາດເອົາ ສຽງຂ້າງຫລາຍຄືນມາໄດ້ ໃນສະພາຕໍ່າ


ທ່ານ John Boehner ແລະທ່ານ Eric Canterມ ຜູ້ນໍາພັກ Republican.
ວັນທີ 3 ພະຈິກ 2010.
ທ່ານ John Boehner ແລະທ່ານ Eric Canterມ ຜູ້ນໍາພັກ Republican. ວັນທີ 3 ພະຈິກ 2010.

ສະມາຊິກ​ພັກ Republican ​ໄດ້​ຊະນະ​ບ່ອນ​ນັ່ງ​ຢ່າງ​ຫລວງຫລາຍ​ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ການ​ດໍາລົງ ຕໍາ​ແໜ່​ງຂ​ອງປະທານາ ທິບໍດີສະຫະລັດໃນ​ວັນ​ອັງຄານວານ​ນີ້ ຊຶ່ງ​ໄດ້​ບ່ອນ​ນັ່ງ​ຕື່ມ​ອີກ 50 ກ່ວາບ່ອນ​ ແລະ​​ໄດ້​ກາຍ​ມາ​ເປັນ​ພັກ​ທີ່ກໍາ​ສຽງ​ຂ້າງ​ຫລາຍ​ໃນ​ສະພາ​ຕໍ່າ. ນອກ​ນັ້ນ ພັກ Republican ຍັງ​ຍາດໄດ້​​ບ່ອນ​ນັ່ງ​ຕື່ມ​ອີກ​ໃນ​ສະພາ​ສູງ​ເຊ່ນ​ກັນ ​ແຕ່ກໍບໍ່​​ໄດ້​ຕື່ມ​ຮອດ 10 ບ່ອນ​ທີ່ຕ້ອງການ​ ເພື່ອ​ໃຫ້​ໄດ້​ຄວບ​ຄຸມສະພາ​ສູງ​ນັ້ນ.

ທ່ານ Rand Paul ສັງກັດ​ພັກ Republican ລູກຊາຍ
ຂອງ​ທ່ານ Ron Paul ອະດີດຜູ້​ສະໝັກ​ແຂ່ງຂັນປະທາ
ນາທິບໍດີ​ສະຫະລັດ ​ໄດ້ຊະນະ​ທ່ານ Jack Conway ທີ່
ສັງກັດ​ພັກ Democrat ​ໃນການ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງ​ໃນ
ສະພາ​ສູງ​ ທີ່ລັດ Kentucky​. ທ່ານ Paul​ ກ່າວ​ຕໍ່ພວກ
ສະໜັບສະໜຸນ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ນີ້ແມ່ນ​ໄດ້ສົ່ງ​ສານ
ຫລື​ຂໍ້ຄວາມ​ທີ່​ແຈ້ງ​ຂາວທີ່​ສຸດ​ ມັນ​ເປັນສານ​ທີ່​ດັງ​ແລະ​ຈະ
ແຈ້ງ​ແລະ​ເວົ້າ​ອອກ​ມາ​ຢ່າງ​ກົງໆວ່າ​ ພວກ​ເຮົາໄດ້​ກັບ​ມາເອົາ
ລັດຖະບານ​ຂອງ​ພວກ​ເຮົາ​ຄືນແລ້ວ.

ໂດຍການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ ທີ່​ອິງໃສ່​ນະໂຍບາຍ​
ເກັບ​ພາສີ​ຕໍ່າລົງ ​ແລະ​ການ​ມີລັດຖະບານ​ທີ່ນ້ອຍ​ລົງ ພວກ
ພັກ Republicanໄດ້​ຮັບ​ບອ່ນນັ່ງ​ໃນ​ສະພາຕໍ່າ​ຫລາຍ​ຂຶ້ນ ​ໃນ​ທົ່ວ​ປະ​ເທດ.

ເຂົາ​ເຈົ້າ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ຈະ​ດໍາ​ເນີນການ​ຕັດ​ຄ່າ​ໃຊ້​ຈ່າຍ
ລົງ ​ແລະ​ຕ່າວ​ປີ້ນ​ແຜນການ​ຮັກສາ​ສຸຂະພາບ​ຂອງ​ປະທາ​ນາ​
ທິບໍດີ​ໂອ​ບາ​ມາ​ນັ້ນ.ພວກ​ສະມາຊິກ​ພັກ Republican ຍັງ​ໄດ້ຮັບ​ບ່ອນ​ນັ່ງ​ໃນ​ສະພາ​ສູງ​
ຫລາຍຂຶ້ນ​ເຊ່ນ​ກັນ ຮວມທັງ​ນຶ່ງບ່ອນ​ນັ່ງ​ໃນ​ລັດ Illinois ບ່ອນ​ທີ່​ທ່ານ Mark Kirk
ຍາ​ດ​ເອົາບ່ອນ​ນັ່ງ​ເກົ່າຂອງ​ປະທານາທິບໍດີບາຣັກ​ ໂອ​ບາ​ມາ ມາ​ໄດ້​ນັ້ນ.

ແຕ່ພວກ​ສະມາຊິກ​ຂອງ​ພັກ Democrat ກໍ​ໄດ້ຊະນະ​ໃນ​ການ​ແຂ່ງຂັນທີ່​ສູ​ສີ​ກັນຢູ່​ຫລາຍ​
ບ່ອນ​ເຊ່ນກັນ​. ທ່ານ​ນາງ Barbara Boxer ຈາກ​ລັດ California ຊຶ່ງ​ເປັນ​ສະມາຊິກ
ສະພາ​ສູງ​ມາ 3 ສະ​ໄໝ​ແລ້ວ ຄາດ​ວ່າ​ຈະ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຄືນ​ອີກ​ໃນ​ການ​ແຂ່ງຂັນ​
ກັບ​ທ່ານ​ນາງ Carly Fiorina ສັງກັດ​ພັກ Republican ອະດີດ​ຫົວໜ້າ​ບໍລິຫານບໍລິສັດ
ຄໍາ​ພິວ​ເຕີ້ Hewlett-Packard ​ແລະ​ທ່ານ Jerry Brown ຈາກ​ພັກ Democrat ກໍຈະ​
ກັບ​ຄືນ​ມາ​ດໍາລົງ​ຕໍາ​ແໜ່​ງຜູ້​ວ່າການ​ລັດ Californiaຕື່ມ​ອີກ ຫລັງ​ຈາກ​ເວລາ​ເກືອບ 30 ປີ
ໂດຍ​ໄດ້​ຊະນະທ່ານ​ນາງ Meg Whitman ຈາກພັກ Republican ຊຶ່ງ​ເປັນ​ອະດີດ​ຫົວໜ້າ
ບໍລິຫານ​ບໍລິສັດ eBay ນັ້ນ. ​ແຕ່​ພວກ​ Republican ກໍ​ໄດ້​ຊະນະ​ບ່ອນ​ນັ່ງຜູ້​ວ່າການ​ລັດ
ຕື່ມ​ອີກໃນຢ່າງ​ນ້ອຍ 10 ລັດ ຊຶ່ງ​ແຕ່​ກ່ອນ​ເປັນ​ຂອງ​ພັກ Democrat ຮວມທັງລັດ Penn- sylvania, Ohio ​ແລະ​ New Mexico.

ທີ່​ລັດ Nevada ທ່ານ Harry Reid ຜູ້​ນໍາ​ພັກສຽງ​ຂ້າງ​ຫລາຍ​ໃນ​ສະພາ​ສູງ​ສະຫະລັດ ກໍ​
ຄື​ພັກ Democrat ໄດ້ຊະນະ​ທ່ານ​ນາງ Sharron Angle ຈາກ​ພັກ Republican ​ທີ່ໄດ້
ຮັບ​ການ​ສະໜັບສະໜຸນ​ ຈາກ​ຂະ​ບວນການ Tea Party ທີ່ນິຍົມ​ແນ​ວທາງ​ເດີມ. ທ່ານ
Reid ຊຶ່ງ​ເປັນ​ອະດີດ​ນັກ​ມວ​ຍສະໝັກ​ຫລິ້ນ ກ່າວ​ວ່າ ທ່ານໄດ້​ປະ​ເຊີນ​ກັບ​ການ​ຕໍ່ສູ້ຢ່າງ​ ໜັກ​ທີ່​ສຸດ​ບັ້ນ​ນຶ່ງ ຊຶ່ງ​ທ່ານ Reid ກ່າວ​ດັ່ງ​ນີ້ :

"ພວກເຂົາເຈົ້າເຄີຍໄດ້ເລ່ລ່ອນຢູ່ຕາມຖະນົນຫົນທາງ ຕາມເວທີຊົກມວຍ ແລະ
ໄດ້ເຂົ້າໄປຢູ່ໃນສະພາສູງສະຫະລັດ ແຕ່ຂ້າພະເຈົ້າກໍຕ້ອງຍອມ ຮັບວ່າ ການ
ແຂ່ງຂັນເລືອກຕັ້ງຄັ້ງນີ້ແມ່ນໜັກໜ່ວງທີ່ສຸດບັ້ນນຶ່ງ ແຕ່ມັນບໍ່ມີຫຍັງ​ເລີຍ ຖ້າສົມ
ທຽບກັບການຕໍ່ສູ້ທີ່ພວກຄອບຄົວທັງຫລາຍ ກໍາລັງປະເຊີນຢູ່ໃນທົ່ວລັດເນວາດາ ຢູ່ໃນຂະນະນີ້."


ອັດຕາ​ຄົນ​ຫວ່າງ​ງານໃນລັດ Nevada ​ແມ່ນ​ຢູ່​ໃນ​ລະດັບ​ສູງ​ກວ່າ 14 ​ເປີ​ເຊັນ ຊຶ່ງ​ເປັນ​ອັດ ຕາ​ສູງ​ທີ່​ສຸດ​ໃນ​ປະ​ເທດ.

ທີ່ລັດ Delaware ທ່ານນາງ Christine O'Donnell ສັງກັດຂະບວນການTea Party
ເສຍໄຊໃຫ້ແກ່ທ່ານ Chris Coons ຈາກພັກ Democrat ໃນການຍາດເອົາບ່ອນນັ່ງ ໃນສະພາສູງຂອງຮອງປະທານາທິບໍດີ Joe Biden.

ທ່ານ John Boehner ສະມາຊິກ​ສະພາ​ຕໍ່າ ສັງກັດ​ພັກ Republican ຊຶ່ງຄາດ​ວ່າ​ຈະ​ໄດ້​
ຂຶ້ນ​ເປັນຜູ້​ນໍາພັກ​ສຽງ​ສ່ວນ​ຫລາຍໃນສະພາ​ຕໍ່າ ແທນ​ທ່ານ​ນາງ Nancy Pelosi ຈາກ​ພັກ Democrat ນັ້ນ ກ່າວໃຫ້​ຄໍາ​ໜັ້ນສັນຍາ​ຕໍ່​ປະ​ເທດ​ຊາດ​ດັ່ງ​ນີ້:

"ເຖິງ​ແມ່ນ​ວ່າສຽງສ່ວນຫລາຍຊຸດໃໝ່ຂອງພວກເຮົາ ຈະຮັບໃຊ້​ເປັນ​ປາກ​ເປັນ
ສຽງ​ໃຫ້ພວກທ່ານ ຢູ່ໃນສະພາຕໍ່າຂອງປະຊາຊົນຂອງພວກເຮົາກໍຕາມ ແຕ່
ພວກເຮົາຕ້ອງຈົດຈໍາໄວ້ວ່າ ​ແມ່ນປະທານາທິບໍດີ ທີ່ເປັນຜູ້ກໍານົດແຜນການ
ປະຕິບັດງານ ສໍາລັບລັດຖະບານຂອງພວກເຮົາ. ປະຊາຊົນອາເມຣິກັນແມ່ນ
ໄດ້ສົ່ງສານທີ່​ແຈ້ງ​ຂາວໄປຍັງປະທານາທິບໍດີ ໃນຄໍ່າຄືນນີ້ ແລະສານ​ຫລືຂໍ້ ຄວາມທີ່ສົ່ງໄປນັ້ນ ກໍຄື ຈົ່ງປ່ຽນເສ້ນທາງ​ເສຍ."


ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ໂທລະສັບ​ຫາ​ທ່ານ Boehner ​ໃນຕອນ​ເຊົ້າມືດ​ວັນ​ພຸດ​ມື້​ນີ້
ສະ​ແດງ​ຄວາມ​ຊົມ​ເຊີຍ​ທ່ານ​ກ່ຽວ​ກັບ​ໄຊຊະນະ​ຂອງພັກ Republican ​ແລະ​ທ່ານ​ໂອ​ບາ​ມາ
ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ​ຈະພະຍາຍາມ​ຊອກ​ຫາ​ທາງ​ແກ້​ໄຂ​ບັນຫາ​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ພັກ​ຂອງ​ປະທານາທິບໍດີ​ຄົນ​ໃດ​ກໍ​ຕາມທີ່ພວມ​ດໍາລົງ​ຕໍາ​ແໜ່​ງ​ໃນ​ປັດຈຸບັນ​ມັກ​ຈະເສຍ​ການ​
ເລືອກ​ຕັ້ງກາງສະ​ໄໝໃຫ້​ແກ່​ພັກ​ຄູ່​ແຂ່ງ ​ແລະ​ພາຍ​ໃຕ້ ສະພາວະເສດຖະກິດ​ທີ່​ຝືດ​ເຄືອງ​
ຫລາຍ​ນີ້ ພວກ​ສະມາຊິກ​ພັກ Democrat ​ກໍ​ໄດ້ຄາດ​ໄວ້​ລ່ວງ​ໜ້າ​ແລ້ວວ່າ ຈະ​ເສຍ​ບ່ອນ​ ນັ່ງ​ນັ້ນ.

ທ່ານ Marco Rubio ທີ່​ຊະນະ​ບ່ອນ​ນັ່ງ​ໃນ​ສະພາ​ສູງ​ສະຫະລັດ​ ໃນ​ລັດ Florida ​ໃນ​ການ​ແຂ່ງ​ຂັນ​ກັບຜູ້​ສະ​ໝັກອີກ 2 ຄົນນັ້ນ ​ເຕືອນ​ເພື່ອນ​ສະມາຊິກພັກ Republican ບໍ່​ໃຫ້​ພາກັນ​ໝັ້ນ​ໃຈ​ເກີນ​ໄປ ໂດຍທ່ານ Rubio ກ່າວດັ່ງ​ນີ້:

"ແລະພວກເຮົາຈະ​ພາກັນເຮັດຜິດພາດຢ່າງໃຫຍ່ຫລວງ ໃນຄໍ່າຄືນນີ້ ຖ້າພວກ
ເຮົາເຊື່ອວ່າ ຜົນການເລືອກຕັ້ງທີ່ປາກົດອອກນີ້ ໝາ​ຍ​ເຖິງ ການໂອບກອດ​ເອົາ
ພັກຣີພັບລິກັນ. ຜົນ​ການ​ເລືອກ​ຕັ້ງ​ທີ່​ອອກ​ມາ​ນີ້ ແມ່ນເປັນໂອກາດຄັ້ງທີ່ສອງ
ໂອກາດຄັ້ງທີ່ສອງສໍາລັບພັກຣີພັບລິກັນທີ່​ຈະ​ເຮັດ​ໃນ​ອັນທີ່ພວກເຂົາເຈົ້າ​ ໄດ້ເວົ້າ​ໄປວ່າ ຈະ​ເຮັດ​ແບບນັ້ນ ເມື່ອບໍ່ດົນຜ່ານມາ."

ທ່ານ Rubio ກ່າວ​ວ່າ ປະ​ເທດໄດ້​ດໍາເນີນໄປ​ໃນ​ທິດ​ທາງ​ທີ່​ຜິດ ​ແລະ​ທັງ​ສອງ​ພັກ​ການ​ເມືອງ​ ​ຕ່າງ​ກໍມີ​ສ່ວນ​ຮັບຜິດຊອບ​ນໍາກັນ.

XS
SM
MD
LG