3 ລັດໄດ້ປິດໜ່ວຍເລືອກຕັ້ງ ຄື ລັດເວີມອນ ອິນເດຍນາ ແລະເຄັນທັກກີ ແລະຄະແນນສຽງໄດ້ຖືກນັບອອກມາແລ້ວ ຄື ດັ່ງນີ້ ທ່ານທຣຳ ໄດ້ຄະແນນຈາກຜູ້ແທນ ຂອງລັດອິນເດຍນາ 11 ຄະແນນ ແລະລັດເຄັນທັກກີ 8 ຄະແນນ ລວມແລ້ວ ທ່ານມີຄະແນນຢູ່ 19 ຄະແນນຈາກຜູ້ແທນ ສ່ວນ ທ່ານໄບເດັນ ໄດ້ຄະແນນຈາກຜູ້ແທນ 3 ຄະແນນ ຈາກລັດເວີມອນ ຊຶ່ງເປັນລັດທຳອິດທີ່ປິດໜ່ວຍເລືອກຕັ້ງກ່ອນໝູ່. ລັດອິນເດຍນາ ແລະເຄັນທັກກີ ສ່ວນໃຫຍ່ສະໜັບສະໜູນພັກຣີພັບບລີກັນ ແລະລັດເວີມອນ ສະໜັບສະໜຸນພັກເດໂມແຄຣັດຕະຫຼອດມາ.
ການໂຄສະນາຫາສຽງໄດ້ມ້ວຍທ້າຍລົງໃນມື້ສຸດທ້າຍ ຂອງວັນເລືອກຕັ້ງ ທີ 3 ພະຈິກ ຊຶ່ງປະທານາທິບໍດີ ດໍໂນລ ທຣຳ ແລະຄູ່ແຂ່ງ ອະດີດຮອງ ປະທານາທິບໍດີ ໂຈ ໄບເດັນ ຕ່າງກໍໄປຫາສຽງຢູ່ໃນລັດເພັນຊີລເວເນຍ.
ຕິດຕາມລາຍງານ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ສະຫະລັດ 2020 ໃນວັນທີ 4 ພະຈິກ ນີ້ ເວລາ 8 ໂມງເຊົ້າຕາມເວລາ ໃນເມືອງລາວ