ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສືບຕໍ່ ໂຄສະນາຫາສຽງ ໃນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ 2016


ຜູ້​ຖືກສະເໜີຊື່ໃຫ້ສະໝັກ​ເປັນ​ປະທານາທິບໍດີສັງກັດ​ພັກ Republican ທ່ານ Donald Trump ​ໄດ້ວາງຮູບ​ຮ່າງ​ນະ​ໂຍບາຍ​ຂອງ​ທ່ານ ​ໃນ​ການ​ຕໍ່ສູ້ກັບ​ລັດທິ​ກໍ່​ການ​ຮ້າຍ ​ໃນ​ຂະນະ​ທີ່​ທ່ານ​ຢຸດ​ແວ່​ຫາ​ສຽງ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ຢູ່ໃນລັດ Ohio ​ໃນ​ຂະນະ​ທີ່ຜູ້ກຳກັບການ​

ຫາ​ສຽງກຳລັງຫາທາງແກ້ໄຂບັນຫາ​ການເຮັດ​ທຸ​ລະ​ກິດ​ໃນ​ອະດີດຂອງທ່ານ​ ກັບຣັດ​ເຊຍ ແລະ​ຢູ​ເຄຣນ. ທ່ານ Trump ອ້າງວ່າ​ ຄູ່​ແຂ່ງ ທ່ານ​ນາງ Hillary Clinton ຝ່າຍເດໂມກຣັດ ​ຈະ​ບໍ່​ສາມາດ​ປ້ອງ​ກັນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ຫຼືເອົາຊະນະ​ກຸ່ມ​ຫົວຮຸນແຮງລັດ​ອິສລາມ​ໃນ​ພາກ​ຕາ​ເວັນ​ອອກ​ກາງໄດ້. ຂະນະດຽວກັນ ທ່ານ​ນາງ Clinton ທີ່ໂຄສະນາ ຫາສຽງຢູ່ລັດ ເພັນຊີລເວເນຍ ກັບທ່ານ ໂຈ ບາຍເດິນ ຮອງປະທານາທິບໍດີ ຜູ້​ຊຶ່ງກ່າວ​ຍ້ອງຍໍ​ປະສົບ​ການ​ຂອງທ່ານນາງ​ ​ແລະ​ກ່າວຫາ ທ່ານ Trump ວ່າ​ ທຳລາຍ​ຄວາມໝັ້ນຄົງຂອງອາ​ເມຣິກາ ຊຶ່ງ Zlatica Hoke ສົ່ງລາຍ​ງານມາ ດັ່ງ​ວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະເໜີ​ທ່ານ​.

​ໃນ​ການ​ກ່າວ​ຄຳປາ​ໄສ​ຢູ່ໃນ​ເມືອງ Youngstown, ລັດ Ohio ນັ້ນ ທ່ານ Trump ​ໄດ້ປະນາມ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາອີກຄັ້ງນຶ່ງ ​ທັງ​ອະດີດລັດຖະມົນຕີ​ການ​ຕ່າງປະ​ເທດຂອງ ເພິ່ນ ທ່ານ​ນາງ Hillary Clinton ກໍ່ໃຫ້ເກີດລັດ​ອິສລາມ ​ແລະວ່າຜູ້ກ່ຽວຈະ​ຜາບແພ້ພວກ​ຫົວ​ຮຸນ​ແຮງດັ່ງກ່າວ.

ທ່ານ Donald Trump ຜູ້​ສະໝັກ​ເປັນ​ປະທານາທິບໍດີສັງກັດ​ພັກ Republican ກ່າວ​ວ່າ “ພວກ​ເຮົາ​ຈະ​ເປັນ​ພາຄີ​ກັບກະສັດ Abdullah ​ແຫ່ງ Jordan ແລະປະທານາທິບໍດີ ອີ​ຈິບ ທ່ານ Abdel Fattah al-Sisi ​ແລະ​ພວກ​ອື່ນໆທັງໝົດ ທີ່ມອງ​ເຫັນວ່າອຸດົມ​ການແຫ່ງ​ຄວາມ​ຕາຍນີ້ ​ຈະຕ້ອງ​ຖືກ​ດັບ​ສູນ​ໃຫ້​ໝົດ​ໄປ. ນອກນີ້ພວກ​ເຮົາ​ກໍ​ຈະຕ້ອງໄດ້​ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​ອົງການ​ເນ​ໂຕ ​ໃນ​ພາລະກິດ​ອັນ​ໃໝ່.”

ທ່ານ Trump ບໍ່​ໄດ້​ເອີ່ຍເຖິງລາຍ​ງານ​ຂອງໜັງສືພິມ New York Times ​ ​ທີ່​ຊີ້​ແນະວ່າ ທ່ານ Paul Manafort ຫົວໜ້າ​ບໍລິຫານການ​ໂຄສະນາ​ຫາ​ສຽງຂອງ​ທ່ານ ອາດໄດ້​ປະກອບທຸລະ​ກິດ ​ອັນມີລາຍໄດ້ຢ່າງງົດງາມ​ກັບ​ພັກ​ຝ່າຍຢູ​ເຄຣນ ທີ່​ມີ​ຄວາມ​ຊະນິດ​ໃກ້ຊິດ​ກັບຣັດ​ເຊຍນັ້ນ. ທ່ານ Manafort ໄດ້​ປະຕິ​ເສດວ່າບໍ່ໄດ້​ຮັບ​ເງິນໃດໆຈາກ​ພັກດັ່ງກ່າວ ​ແຕ່​ວ່າ​ໃນຂະນະນີ້ ສາຍພົວພັນດ້ານທຸລະ​ກິດ​ ​ໃນ​ອະດີດ ຂອງ​ທ່ານກັບຣັດ​ເຊຍ ​ແມ່ນພວມຕົກຢູ່​ໃນ​ການຕິດຕາມເບ່ິງຢ່າງ​ໄກ້ຊິດທີ່ສຸດ.

ພັກ Republican ​ໄດ້​ລົງໂຄສະນາ​ຫາ​ສຽງເປັນເທື່ອ​ທຳ​ອິດ ​ໃນ Israel ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ເພື່ອ​ພະຍາຍາມຍາດເອົາສຽງຈາກຊາວ​ອາ​ເມຣິກັນ-Israel ​ສອງ​ສັນຊາດຈຳນວນ 300 ພັນ​ຄົນ ໃຫ້ປ່ອນບັດເອົາທ່ານ Trump.

ທ່ານ Tzvika Brot ສາຂາ Israel ຂອງພັກ Republican ກ່າວ​ວ່າ “ພວກເຂົາ​ເຈົ້າ ບໍ່​ຮູ້ ພວກ​ເຂົາ​ເຈົ້າ​ຮອດຈື່​ບໍ່ໄດ້ດ້ວຍ​ຊ້ຳ ວ່າພວກ​ເຂົາ​ເຈົ້າຈະ​ສາມາ​ດລົງ​ຄະ​ແນນ​ສຽງ​ໄດ້. ​ເວລາ​ນີ້ ພວກ​ເຮົາ ກໍ​ຈະສ້າງຄວາມໝັ້ນໃຈ​ໃຫ້​ພວກ​ເຂົາ​ເຈົ້າອອກ​ໄປ​ລົງຄະ​ແນນ ​ເພາະວ່າ ບັນ​ຫາ​ທີ່​ເປັນອັນ​ດັບ​ນຶ່ງ ​ແລະ​ເປັນ​ບັນຫາ​ອັນ​ດຽວ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ ກໍ​ແມ່ນ​ວ່າ ​ແມ່ນ​ທ່ານ​ໃດຈະມາ​ເປັນ​ປະທານາທິບໍດີທີ່ກວ່າ ສຳລັບ​ລັດຖະບານ ຂອງ Israel.”

ພວກ​ທີ່​ຖື 2 ສັນຊາດ​ບາງ​ຄົນ ​ແມ່ນຢູ່ໃນລັດ Pennsylvania ຊຶ່ງ​ເປັນ​ລັດທີ່​ກຳລັງ​ຍາດ​ຊິງ​ ຄະ​ແນນ​ສຽງກັນ ບ່ອນ​ທີ່​ທ່ານ​ນາງ Clinton ​ໂຄສະນາ​ຫາ​ສຽງ​ໃນ​ແລງ​ວັນ​ຈັນ​ຜ່ານ​ມາ​ນີ້.

​ທ່ານ​ນາງ Hillary Clinton ຜູ້​ສະໝັກ​ເປັນ​ປະທານາທິບໍດີສັງກັດ​ພັກ Democrat ກ່າວ​ວ່າ “ຂ້າພະ​ເຈົ້າ​ຮູ້​ດີວ່າ ພວກ​ທ່ານ​ມີໝູ່ເພື່ອນ​ຢູ່​ທີ່​ນີ້ ​ໃນລັດ Pennsylvania ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ ທີ່​ກຳລັງພາກັນ​ຄິດຢູ່ວ່າ ​ຈະ​ລົງ​ຄະ​ແນນ​ສຽງ​ເອົາ​ທ່ານ Trump. ທ່ານ​ຊາບ​ດີ, ຂ້າພະ​ເຈົ້າ​ກໍຊາບດີ ຂ້າພະ​ເຈົ້າ​ຊາບ. ໝູ່​ເພື່ອນບໍ່ຄວນປ່ອຍໃຫ້​ໝູ່ຄູ່​ປ່ອນບັດເອົາ​ທ່ານ Trump.”

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ​ໄດ້​ໄປຮ່ວມ ​ຢູ່​ໃນ​ການ​ໂຄສະນາ​ຫາ​ສຽງ​ກັບ​ທ່ານ​ນາງ Clinton ​ໃນ​ເມືອງ Scranton.

ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ກ່າວ​ວ່າ “ຄວາມ​ຄິດ​ອ່ານ​ຂອງ​ທ່ານ Trump ບໍ່​ເປັນພຽງ​ແຕ່ເປັນຄວາມ​ຄິດ​ທີ່ຜິດໆຢ່າງເລິກເຊີ່ງ ມັນທັງ​ເປັນອັນຕະລາຍ ​ແລະ​ບໍ່ຢ້ຽມຢ່າງອາ​ເມຣິກັນເລີຍ. ພວກ​ທ່ານ​ກໍ​ຊາບ​ດີ ຄຳ​ເວົ້າ​ພວກ​ນີ້​ເປັນ​ຄຳ​ເວົ້າ​ທີ່​ໄຮ້ດຽງສາ ຢ່າງເລິກເຊີ່ງ ບໍ່ຮູ້​ຫຽັງເລີຍກ່ຽວກັບ​ລັດຖະທຳ​ມະນູນຂອງພວກເຮົາ ຊຶ່ງ​ມັນ​ອາດ​ຈະ​ຕົກ​ໄປ​ຢູ່​ໃນ​ກຳມືຂອງ​ພວກ​ກໍ່​ການ​ຮ້າຍ ​ແລະ​ນຳ​ໄປ​ໃຊ້​ໃນ​ການ​ໂຄສະນາ​ຊວນ​ເຊື່ອຂອງ ພວກເຂົາ.”

​ໃນ​ການ​ຢັ່ງ​ສຽງ​ລະດັບ​ຊາດ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ສະ​ແດງໃຫ້​ເຫັນ​ວ່າ ທ່ານ​ນາງ Clinton ​ໄດ້​ນຳ​ໜ້າເກືອບ 7 ​ເປີ​ເຊັນ ລື່ນທ່ານ Trump.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG