ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຮຽກ
ຮ້ອງໃຫ້ມີການປານີປານອມກັນ ກັບພວກພັກຣີພັບບລິກັນ
ພາຍຫລັງທີ່ພັກຂອງທ່ານໄດ້ປະສົບກັບການເສຍໄຊຢ່າງ
ໃຫຍ່ ໃນການເລືອກຕັ້ງລັດຖະສະພາ ແຕ່ພວກຣີພັບບລິ
ກັນເວົ້າວ່າ ການຮ່ວມມືຈະມີຂຶ້ນໄດ້ ກໍຕໍ່ເມື່ອທ່ານປະທານາ
ທິບໍດີມີການເຄື່ອນໄຫວໄປຕາມທິດທາງຂອງພວກເຂົາເຈົ້າ
ເທົ່ານັ້ນ.
ຜູ້ນໍາພັກຣີພັບບຣິກັນໃນສະພາສູງ ທ່ານ Mitch McConnell ຈະເນ້ນໜັກໃສ່ຂໍ້ນີ ເວລາທ່ານກ່າວຄໍາປາໃສ ຕໍ່ມູນນິທີອານຸລັກນິຍົມ Heritage Foundation ທີ່ນະຄອນຫລວງວໍຊິງຕັນ ໃນວັນພະຫັດນີ້ ຄືໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້ານີ້.
ພັກຣີພັບບລິກັນ ໄດ້ຍາດເອົາຕໍາແໜ່ງພັກສຽງຂ້າງຫລາຍ
ໃນສະພາຕໍ່າ ຄືນມາໄດ້ ໃນການເລືອກຕັ້ງໃນມື້ວັນອັງຄານ
ນັ້ນ. ນອກນີ້ ພວກເຂົາເຈົ້າຍັງໄດ້ຊະນະຫລາຍບ່ອນນັ່ງໃນສະພາສູງອີກ ເຖິງແມ່ນວ່າ
ພວກພັກ Democrat ຈະຍັງມີສຽງສ່ວນຫລາຍ ແລະຄວບຄຸມສະພາສູງໄວ້ຢູ່ກໍຕາມ.
ທ່ານ ໂອບາມາ ຮັບຮູ້ວ່າ ພັກຂອງທ່ານໄດ້ຮັບ ອັນທີ່ທ່ານເອີ້ນວ່າ ການປະລາໄຊຢ່າງ “ໝົດເປືອກ” ໃນການເລືອກຕັ້ງນັ້ນ ແລະວ່າ ການເສຍໄຊຂອງພັກ Democrat ສະທ້ອນ
ໃຫ້ເຫັນເຖິງຄວາມບໍ່ພໍໃຈຂອງປະຊາຊົນອາເມຣິກັນ ຕໍ່ສະພາບເສດຖະກິດທີ່ມີບັນຫາຢູ່ ໃນ
ປັດຈຸບັນນີ້.