ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ຮຽກຮ້ອງ
ໃຫ້ປະທານາທິບໍດີອີຈິບທ່ານ Hosni Mubarak ເລີ້ມຂັ້ນ
ຕອນໃນການມອບໂອນອຳນາດໃນທັນທີແຕ່ຜູ້ນຳຂອງສະ
ຫະລັດໄດ້ຢຸດ ບໍ່ເຖິງກັບຂັ້ນຮຽກຮ້ອງໃຫ້ທ່ານ Mubarak
ລົງຈາກອຳນາດດຽວນີ້ໂລດ.
ທ່ານໂອບາມາເວົ້າວ່າ ອະນາຄົດຂອງອີຈີບຕ້ອງກຳນົດຫຼື
ຕັດສິນໃຈ ໂດຍປະຊາຊົນອີຈິບເອງ. ທ່ານກ່າວວ່າ ໂລກ
ພວມຈັບຕາເບິ່ງເຫດການຢູ່ໃນອີຈິບແລະເວົ້າວ່າ ຊ່ວງເວ
ລາຂອງຄວາມວຸ້ນວາຍໃນເວລານີ້ຄວນຈະຖືກຫັນໃຫ້ກາຍເປັນຊ່ວງເວລາແຫ່ງໂອກາດ.
ທ່ານໃຫ້ທັດສະນະຄວາມເຫັນດັ່ງກ່າວ ໃນກອງປະຊຸມຖະແຫຼງຂ່າວຮ່ວມກັບນາຍົກລັດຖະ
ມົນຕີການາດາທ່ານ Stephen Harper. ທ່ານໂອບາມາໄດ້ປະນາມຄວາມຮຸນແຮງທີ່ເກີດ ຂຶ້ນລະຫວ່າງພວກປະທ້ວງສະໜັບສະໜຸນແລະຕໍ່ຕ້ານປະທານາທິບໍດີ Mubarak.
ໂຄສົກຂອງທຳນຽບຂາວທ່ານ Robert Gibbs ກ່າວກ່ອນປະທານາທິບໍດີຖະແຫຼງໃນມື້
ວານນີ້ວ່າທ່ານ Mubarak ຈຳເປັນຕ້ອງໄດ້ດຳເນີນຄວາມພະຍາຍາມຢ່າງແທ້ຈິງແລະຢ່າງ ຖືກຕ້ອງຊອບທຳເພື່ອໃຫ້ບັນລຸການຕົກລົງກັບພວກ ທີ່ຢູ່ນອກວົງການລັດຖະບານ.
ເຈົ້າໜ້າທີ່ທຳນຽບຂາວ ໄດ້ໂອ້ລົມກັບພວກເຈົ້າໜ້າທີ່ອີຈິບກ່ຽວກັບການສ້າງຕັ້ງລັດຖະ
ບານຊົ່ວຄາວ ເພື່ອກະກຽມການເລືອກຕັ້ງ ຄັ້ງໃໝ່ໃນອີຈິບ.
ລາຍງານຂ່າວກ່ອນໜ້ານີ້ ທີ່ອ້າງຄຳເວົ້າເຈົ້າໜ້າທີ່ສະຫະລັດທີ່ກ່າວວ່າ ພວກເຈົ້າໜ້າທີ່
ລັດຖະບານສະຫະລັດ ແລະອີຈິບ ໄດ້ສົນທະນາຫາລືກັນ ກ່ຽວກັບຂໍ້ສະເໜີໃຫ້ທ່ານ
Mubarak ລາອອກໃນທັນທີແລະມອບອຳນາດໃຫ້ແກ່ລັດຖະບານໃນໄລຍະຂ້າມຜ່ານ ນຳພາໂດຍຮອງປະທານາທິບໍດີ Omar Suleiman ດ້ວຍການສະໜັບສະໜຸນ ຂອງ
ກອງທັບອີຈິບ.
ທ່ານ Suleiman ໄດ້ສະເໜີທີ່ຈະພົບປະກັບພວກຜູ້ນຳທາງການເມືອງຂອງອີຈິບເພື່ອ
ປຶກສາຫາລືກ່ຽວກັບລັດຖະບານໃນໄລຍະຂ້າມຜ່ານ.
ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ແຜນການ
ທີ່ພວມມີການສົນທະນາຫາລືຢ່າງຂຸ້ນຂ້ຽວດັ່ງກ່າວ ແມ່ນໃຫ້ໂອກາດແກ່ທ່ານ Muba-
rak ລາອອກແລະໄປຢູ່ທີ່ Sharm el-Sheikh ຫົວເມືອງຕາກອາກາດແຄມທະເລແດງ ທາງພາກໃຕ້ຂອງແຫຼມໄຊນາຍ.
ເມື່ອໄວໆມານີ້ ທ່ານ Mubarak ເວົ້າວ່າ ທ່ານຈະບໍ່ໄປລີ້ໄພຢູ່ຕ່າງປະເທດ ແລະຈະຂໍ
ຕາຍຢູ່ໃນປະເທດອີຈິບ.