ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ແຄຣີ ເວົ້າລົມເລື້ອງ ຄວາມ​ກັງວົນ​ ຂອງພວກປະເທດ ໃນອ່າວເປີເຊຍ ກ່ຽວກັບຂໍ້ຕົກລົງນິວເຄລຍກັບອີຣ່ານ


ເຈົ້າຊາຍອາຣັບ ຂອງກາຕ້າ Sheikh Tamim bin Hamad al-Thani (ຂວາ) ໂອ້ລົມກັບລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຢູ່ທີ່ ພະຣາຊະວັງ Diwan ໃນນະຄອນຫຼວງໂດຮາ ກ່ອນ ກອງປະຊຸມ, ວັນທີ 3 ສິງຫາ 2015.
ເຈົ້າຊາຍອາຣັບ ຂອງກາຕ້າ Sheikh Tamim bin Hamad al-Thani (ຂວາ) ໂອ້ລົມກັບລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຢູ່ທີ່ ພະຣາຊະວັງ Diwan ໃນນະຄອນຫຼວງໂດຮາ ກ່ອນ ກອງປະຊຸມ, ວັນທີ 3 ສິງຫາ 2015.

ລັດຖະມົນ​ຕີ​ຕ່າງ​ປະ​ເທດ​ສະຫະລັດ ທ່ານ ຈອນ ​ແຄຣີ ພວມ​ພົບ​ປະ
​ກັບ​ບັນດາ​ຄູ່​ຕຳ​ແໜ່​ງ ຂອງ 6 ປະ​ເທດ ຈາກສະພາ​ການຮ່ວມ​ມື​ເຂດ
​ອາວ​ເປີ​ເຊຍ ຫຼື GCC ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່ ທ່ານ ຫາ​ທາງ
​ຜ່ອນຄາຍ​ຄວາມ​ກັງວົນ​ຕ່າງໆ ກ່ຽວ​ກັບ​ຂໍ້​ຕົກລົງໂຄງການນິວ​ເຄລຍ
ຂອງ​ອີຣ່ານ ກັບນາໆ​ຊາດ ​ເມື່ອ​ເດືອນ​ແລ້ວ​ນີ້.

ການ​ເຈລະຈາ ກັບ​ລັດຖະມົນຕີ​ຕ່າງປະ​ເທດ ຈາກປະ​ເທດ ຊາ​ອຸ​ດີ
ອາຣາ​ເບຍ, ບາຫ໌​ເຣນ, ຄູ​ເວດ, ກາ​ຕ້າ, ​ໂອ​ມານ ​ແລະ ສະຫະລັດ​
ອາຣັບ​ເອ​ເມີ​ເຣັສ ມີ​ຂຶ້ນຫຼັງຈາກ​ທີ່ ປະທານາທິບໍດີ ສະຫະລັດ ທ່ານ
ບາຣັກ ​ໂອ​ບາ​ມາ ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ ກັບ​ບັນດາ​ຜູ້ຕາງໜ້າ​
ຈາກ​ພວກປະ​ເທດ​ດັ່ງກ່າວ​ ​ເມື່ອ​ເດືອນ​ພຶດສະພາ​ຜ່ານ​ມາ. ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ
ສະຫະລັດ ຈະ​ເພີ້​ມການຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ ​ໃຫ້​ແໜ້ນ​ແຟ້ນຂຶ້ນ ລວມທັງຈັດ​ການ​
ຝຶກ​ຊ້ອມ​ລົບ​ຮ່ວມກັນ ​ເພີ້​ມຄວາມສະດວກ​ ໃນ​ການຊື້ຂາຍ​ອາ​ວຸດ​ຕ່າງ​ໆ ​ໃຫ້​ໄວ​ຂຶ້ນ ​ແລະ
ຊ່ວຍ​ໃນ​ການ​ຕິດຕັ້ງ ລະບົບລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໃຫ້​ມີ​ການ​ປະສານ​ງານ​ກັນຫຼາຍຂຶ້ນ.

ຊົມວີດີໂອ ລາຍງານຂອງຜູ້ສື່ຂ່າວ Pamela Dockins ຈາກນະຄອນຫຼວງ ໂດຮາ

On The Scene: Kerry Meets with GCC in Qatar
please wait

No media source currently available

0:00 0:00:24 0:00
ລິງໂດຍກົງ

ສະມາຊິກ​ຂອງ​ສະພາ GCC ບາງ​ສ່ວນ ​ໄດ້​ຍົກ​ຄວາມ​ກັງວົນ​ຕ່າງໆ​ຂຶ້ນມາ ວ່າ​ ການ​ຜ່ອນ
ຜັນມາດ​ຕະການລົງ​ໂທດໃຫ້​ອີຣ່ານນັ້ນ ອັນ​ເປັນ​ສ່ວນ​ສຳຄັນ​ຂອງ​ຂໍ້​ຕົກລົງ ອາດ​ອະນຸຍາດ
​ໃຫ້​ອີຣ່ານ ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ​ອອກ​ໄປ ​ແລະ ຈະ​ມີ​ຜົນເຮັດ​ໃຫ້​ຂາດສະຖຽນ​ລະ​ພາບ
​ໃນ​ຂົງ​ເຂດ​ແຫ່ງ​ນີ້. ບັນດາ​ເຈົ້າໜ້າ​ທີ່​ໃນ​ອ່າວ​ເປີ​ເຊຍ ຍັງ​ໄດ້​ຍົກ​ເອົາ​ຄວາມ​ກັງ​ວົນຕ່າງໆ
ຂຶ້ນມາ​ອີກ ທີ່​ວ່າ ອີຣ່ານຈະ​ໃຊ້​ເງິນທຶນ​ອັນ​ໃໝ່​ນີ້ ​ເພື່ອ​ເພີ້ມການ​ສະໜັບສະໜູນຂອງ​ຕົນ ​
ຕໍ່​ກຸ່ມ​ຫົວ​ຮຸນ​ແຮງ​ຕ່າງໆ ​ເ​ຊັ່ນ​ ກຸ່ມ Hezbollah ນັ້ນ.

ປະທານາທິບໍດີ ອີຈິບ ທ່ານ Abdel-Fattah el-Sissi (ກາງ) ແລະ ລັດຖະມົນຕີຕ່າງປະເທດ ອີຈິບ ທ່ານ Sameh Shoukry (ຂວາ) ພວມຮັບຟັງ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຖະແຫລງ ກ່ອນໜ້າ ການເຈລະຈາ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງ Cairo ເມື່ອວັນທີ 2 ສິງຫາ 2015.
ປະທານາທິບໍດີ ອີຈິບ ທ່ານ Abdel-Fattah el-Sissi (ກາງ) ແລະ ລັດຖະມົນຕີຕ່າງປະເທດ ອີຈິບ ທ່ານ Sameh Shoukry (ຂວາ) ພວມຮັບຟັງ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຖະແຫລງ ກ່ອນໜ້າ ການເຈລະຈາ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງ Cairo ເມື່ອວັນທີ 2 ສິງຫາ 2015.

ລັດຖະມົນຕີ​ຕ່າງປະ​ເທດ ຊາ​ອຸ​ດີ ອາຣາ​ເບຍ ທ່ານ Adel bin Ahmed al-Jubeir ​ໄດ້​ມີ​
ທ່າ​ທີ ສະ​ເໜີ​ໃຫ້ການ​ສະໜັບສະໜູນ ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ​ໜ້ອຍ​ໜຶ່ງ ຫຼັງຈາກ​ທີ່ຂໍ້​ຕົກລົງ​ໄດ້​
ບັນລຸ​ເມື່ອ​ເດືອນ​ແລ້ວ​ນີ້ ​ໂດຍ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ ຈະ “ຍິນ​ດີ​ຮັບ​ເອົາ” ຂໍ້​ຕົກລົງ​
ໃດໆ ທີ່​ຈະ​ຮັບ​ປະກັນ​ວ່າບໍ່​ໃຫ້ ອີຣ່ານ “​ສາມາດ ຄອບ​ຄອງອາວຸດ​ນິວ​ເຄຣຍ​ໄດ້.”

ຢູ່​ທີ່​ນອກ​ກອງ​ປະຊຸມ ຂອງ​ວັນ​ຈັນ​ມື້​ນີ້ ທ່ານ ​ແຄຣີ ​ແລະ ທ່ານ ຈູ​ແບຣ ມີ​ກຳນົດ​ທີ່​ຈະ​ພົບ​
ປະກັນ ພ້ອມ​ດ້ວຍ ລັດຖະມົນຕີ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ສຳ​ຫລັບ
ອັນ​ທີ່​ເຈົ້າໜ້າ​ທີ່​ອາ​ວຸ​ໂສ ຂອງ​ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ ຈະ​ລວມມີ​ການ​ປຶກສາ​
ຫາ​ລື ​ເລື້ອ​ງວິ​ກິດ​ການ ​ທີ່ຍັງ​ມີ​ຢູ່​ຕໍ່​ໄປ ໃນ​ຊີ​ເຣຍ.

ທ່ານ ​ແຄຣີ ​ເດີນທາງ​ໄປ​ເຖິງ ນະຄອນຫຼວງ ​ໂດ​ຮາ ຂອງ​ກາ​ຕ້າ ​ເມື່ອ​ຕອນ​ຄ່ຳ​ວັນ​ອາທິດ​
ວານ​ນີ້ ຫຼັງຈາກ​ທີ່​ໄດ້ ​ໃຊ້​ເວລາ​ສ່ວນ​ໃຫຍ່​ຢູ່​ໃນ​ອີ​ຈິບ ​ໃນກອງ​ປະຊຸມ​ເຈລະຈາ​ແຜນ​ຍຸດ
​ທະ​ສາດ ກັບ​ລັດຖະມົນຕີ​ຕ່າງປະ​ເທດ ອີ​ຈິບ ທ່ານ Sameh Shoukry ທີ່ເພັ່ງ​ເລັງ​ໃສ່ ​
ເລື້ອງຄວາມ​ໝັ້ນຄົງ ​ແລະ ບັນຫາ​ອື່ນ​ອີກ​ດ້ວຍ.

US Middle East Kerry
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG