ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ກະຊວງສຶກສາ ສະຫະລັດ ກົດດັນ ໃຫ້ເປີດ ໂຮງຮຽນຄືນ


ລັດຖະມົນຕີກະຊວງສຶກສາ ທ່ານນາງ ເບັດຊີ ດີວອສ ກ່າວຄຳປາໄສ ໃນລະກວ່າງກອງປະຊຸມລາຍງານຂອງໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣນາທຳນຽບຂາວ ທີ່ຕຶກຂອງກະຊວງສຶກສາ, ນະຄອນຫຼວງ ວໍຊິງຕັນ, 8 ກໍລະກົດ, 2020. (AP Photo/Manuel Balce Ceneta)
ລັດຖະມົນຕີກະຊວງສຶກສາ ທ່ານນາງ ເບັດຊີ ດີວອສ ກ່າວຄຳປາໄສ ໃນລະກວ່າງກອງປະຊຸມລາຍງານຂອງໜ່ວຍປະຕິບັດການພິເສດ ໄວຣັສໂຄໂຣນາທຳນຽບຂາວ ທີ່ຕຶກຂອງກະຊວງສຶກສາ, ນະຄອນຫຼວງ ວໍຊິງຕັນ, 8 ກໍລະກົດ, 2020. (AP Photo/Manuel Balce Ceneta)

ລັດຖະມົນຕີກະຊວງສຶກສາ ສະຫະລັດ ທ່ານນາງ ເບັດຊີ ດີວອສ ໃນວັນອາທິດວານນີ້ໄດ້ກົດດັນຊຸມຊົນທ້ອງຖິ່ນຕ່າງໆໃນທົ່ວປະເທດໃຫ້ເປີດໂຮງຮຽນຄືນຫ້າມື້ຕໍ່ອາທິດ, ການສິດສອນດ້ວຍຕົນ ເອງຢູ່ໃນຫ້ອງຮຽນໃນບໍ່ເທົ່າໃດອາທິດຈະມາເຖິງນີ້, ໂດຍເວົ້າວ່າມັນປອດໄພຢ່າງສິ້ນເຊີງເຖິງແມ່ນ ວ່າຕົວເລກຂອງ ກໍລະນີໄວຣັສໂຄໂຣນາຈະເພີ່ມຂຶ້ນເປັນສະຖິຕິໃໝ່ກໍຕາມ.

ທ່ານນາງ ດີວອສ, ໃນການປາກົດຕົວ ໃນລາຍການສຳພາດກັບໂທລະພາບ Fox News ແລະ CNN ນັ້ນ, ໄດ້ຄັດຄ້ານການແນະນຳຈາກບັນດາຜູ້ຊ່ຽວຊານດ້ານສຸຂະພາບ, ລັດ ແລະ ບັນດາເຈົ້າ ໜ້າທີ່ລັດຖະບານໃນທ້ອງຖິ່ນ ຕໍ່ການສືບຕໍ່ຮໍ່າຮຽນຢູ່ໃນຫ້ອງຢ່າງເຕັມທີ່ເຊິ່ງສ່ວນໃຫຍ່ໄດ້ຖືກປິດ ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ ໃນຂະນະທີ່ໂຣກລະບາດໄວຣັສໂຄໂຣນາໄດ້ປົກຄຸມທົ່ວປະ ເທດ. ສະຫະລັດ ຕອນນີ້ໄດ້ບັນທຶກ 60,000 ກໍລະນີ ຫຼືຫຼາຍກວ່ານັ້ນຕໍ່ມື້, ເຊິ່ງມັນມັກຈະເປັນສະຖິ ຕິສູງສຸດໃໝ່ໃນແຕ່ລະວັນ ເມື່ອອາທິດທີ່ຜ່ານມາ.

ທ່ານນາງ ດີວອສ ໄດ້ກ່າວໃນລາຍການ Fox News Sunday ວ່າ “ການກັບໄປຮໍ່າຮຽນແມ່ນຈຳ ເປັນຫຼາຍ. ບໍ່ມີຫຍັງໃນຂໍ້ມູນໄດ້ສະເໜີໃຫ້ເຫັນວ່າມັນມີອັນຕະລາຍ,” ໂດຍກ່າວຢໍ້າວ່າ ບັນດານັກວິທະຍາສາດບໍ່ເຊື່ອວ່າ ພວກເດັກນ້ອຍຈະສົ່ງຕໍ່ໄວຣັສໄດ້ຫຼາຍເທົ່າກັບຜູ້ໃຫຍ່.

ທ່ານນາງໄດ້ເວົ້າວ່າ “ພວກເດັກນ້ອຍບໍ່ໄດ້ຕິດໄວຣັສນີ້ໃນວິທີ່ດຽວກັນ.”

ທ່ານນາງ ດີວອສ ໄດ້ກ່າວຕໍ່ໂທລະພາບ CNN ວ່າ “ທາງທີ່ດີທີ່ສຸດຕ້ອງແມ່ນເດັກນ້ອຍຢູ່ໃນໂຮງ ຮຽນ. ໂຮງຮຽນຕ້ອງໄດ້ເປີດຄືນ.” ແນວໃດກໍຕາມ, ທ່ານນາງໄດ້ອະນຸຍາດໃຫ້ຊຸມຊົນຕ່າງໆ ບ່ອນທີ່ໄວຣັວໄດ້ລະບາດຂຶ້ນນັ້ນ, ສາມາດທຳການຮໍ່າຮຽນທາງອອນໄລນ໌ “ສອງສາມວັນ.” ທ່ານນາງໄດ້ກ່່າວຕໍ່ໂທລະພາບ Fox News ວ່າ “ບ່ອນທີ່ເປັນຈຸດສູງກາງການລະບາດ, ພວກເຮົາຕ້ອງໄດ້ຮັບມືກັບມັນແນວນັ້ນ.”

ມູນນິຕິ Kaiser Family, ເຊິ່ງແມ່ນກຸ່ມຄົ້ນຄວ້າປະກັນສຸຂະພາບ, ແນວໃດກໍ ຕາມ, ໄດ້ເຕືອນວ່າ ການເປີດສອນໃນຫ້ອງຮຽນຄືນອາດເປັນອັນຕະລາຍຕໍ່ບັນດານາຍຄູ. ເຂົາເຈົ້າໄດ້ກ່າວວ່າ ນາຍຄູປະມານນຶ່ງລ້ານຫ້າແສນຄົນ, ເຊິ່ງແມ່ນຈຳນວນປະມານນຶ່ງສ່ວນສີ່ໃນ ສະຫະລັດ ນັ້ນ “ແມ່ນມີຄວາມສ່ຽງທີ່ຈະປ່ວຍຢ່າງໜັກ ຖ້າຕິດເຊື້ອໄວຣັສໂຄໂຣນານັ້ນ” ຍ້ອນອາຍຸ ແລະ ສະພາບດ້ານສຸຂະພາບສ່ວນຕົວຂອງເຂົາເຈົ້າ.

ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ສະຫະລັດ ໄດ້ເປີດເຜີຍແນວທາງການແນະນຳ ສຳ ລັບການເປີດໂຮງຮຽນຄືນ ເຊິ່ງຮຽກຮ້ອງໃຫ້ພວກນັກຮຽນໃສ່ໜ້າກາກ ແລະ ໃຫ້ເຂົາເຈົ້າຢູ່ຫ່າງກັນໃນສັງຄົມຢ່າງໜ້ອຍສອງແມັດ, ເຊິ່ງໂດຍແທ້ຈິງແລ້ວແມ່ນເປັນໄປບໍ່ໄດ້ຢູ່ໃນຫ້ອງຮຽນສ່ວນຫຼາຍຂອງ ສະຫະລັດ.

ປະທານາທິບໍດີ ດໍໂນລ ທຣຳ, ໃນການຮຽກຮ້ອງສຳລັບການສອນຢູ່ໃນຫ້ອງຮຽນຫ້າວັນຕໍ່ອາທິດ ແທນທີ່ຈະສອນທາງອອນໄລນ໌ນັ້ນ, ເມື່ອອາທິດທີ່ຜ່ານມາໄດ້ກ່າວວ່າ ຄຳແນະນຳຂອງອົງການ CDC ແມ່ນຍາກໂພດ, ແພງໂພດ ແລະ ບໍ່ສອດຄ່ອງກັບຄວາມເປັນຈິງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG