ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

IMF ຂໍໃຫ້ ສຫລ ຍົກເລີກ ການຕັດ ການໃຊ້ຈ່າຍ ລົງຢ່າງ ຫຼວງຫຼາຍ


ຜູ້ອຳນວຍການ ອົງການ IMF ທ່ານນາງ Christine Lagarde ຖະແຫຼງ ໃນລະຫວ່າງກອງປະຊຸມນັກຂ່າວ ຢູ່ສຳນັກງານອົງການ IMF ໃນກຸງວໍຊິງຕັນ (14 ມິຖຸນາ 2013)
ຜູ້ອຳນວຍການ ອົງການ IMF ທ່ານນາງ Christine Lagarde ຖະແຫຼງ ໃນລະຫວ່າງກອງປະຊຸມນັກຂ່າວ ຢູ່ສຳນັກງານອົງການ IMF ໃນກຸງວໍຊິງຕັນ (14 ມິຖຸນາ 2013)
ອົງການກອງທຶນສາກົນຫຼື IMF ຮຽກຮ້ອງໃຫ້ສະຫະລັດຍົກເລີກ
ການຕັດການໃຊ້ຈ່າຍ ເປັນຈຳນວນຫຼວງຫຼາຍ ຂອງລັດຖະບານ
ລົງ ທີ່ມີຂຶ້ນໃນຕົ້ນປີນີ້ ໂດຍກ່າວວ່າ ມັນເປັນການຈ່ອງດຶງ ບໍ່ໃຫ້ ເສດຖະກິດເຕີບໂຕ.

ໃນການທົບທວນປະຈຳປີຂອງຕົນ ກ່ຽວກັບການເຕີບໂຕຂອງ
ເສດຖະກິດສະຫະລັດ ຊຶ່ງເປັນເສດຖະກິດ ທີ່ໃຫຍ່ທີ່ສຸດ ຂອງ
ໂລກນັ້ນອົງການ IMF ກ່າວໃນວັນສຸກວານນີ້ວ່າການຕັດການ ຂາດດຸນງົບປະມານຂອງສະຫະລັດລົງ ໃນປີ 2013 ແມ່ນເປັນ
ໄປແບບໄວໂພດແລະບໍ່ໄດ້ວາງແຜນເປັນຢ່າງດີ. ອົງການ IMF
ເວົ້າວ່າ ຄວນຈະໃຊ້ການຕັດການໃຊ້ຈ່າຍ ໃນໄລຍະຍາວ ກ່ຽວ
ກັບໂຄງການຕ່າງໆຂອງລັດຖະບານລົງພ້ອມທັງການຂຶ້ນພາສີນຳແທນການຕັດທີ່ເອີ້ນວ່າ sequester ນັ້ນ.

ວໍຊິງຕັນ ໄດ້ຕັດງົບປະມານ ຂອງລັດຖະບານກາງລົງ 80 ພັນລ້ານໂດລາ ໃນເດືອນມີນາ ຜ່ານມາ ຫຼັງຈາກປະທານາທິບໍດີບາຣັກ ໂອບາມາ ແລະສະມາຊິກພັກຣີພັບບລີກັນທີ່ເປັນ ຝ່າຍຄ້ານຢູ່ໃນລັດຖະສະພາ ບໍ່ສາມາດທີ່ຈະຕົກລົງກັນໄດ້ກ່ຽວກັບແຜນການທາງເລືອກ.

ເຖິງແມ່ນອົງການ IMF ໄດ້ສະແດງຄວາມວິຕົກກັງວົນກໍຕາມ ແຕ່ອົງການດັ່ງກ່າວຊຶ່ງມີສຳ ນັກງານໃຫຍ່ ຕັ້ງຢູ່ທີ່ກຸງວໍຊິງຕັນ ກໍກ່າວວ່າ ເສດຖະກິດໂດຍລວມຂອງສະຫະລັດ ແມ່ນດີ ຂຶ້ນ. ທ່ານນາງ Christine Lagarde ຫົວໜ້າອົງການ IMF ກ່າວວ່າ ມີຮ່ອງຮອຍຫລາຍ ຢ່າງທີ່ສະແດງໃຫ້ເຫັນວ່າ ການຟື້ນໂຕ ຄືນຂອງເສດຖະກິດຢູ່ໃນສະຫະລັດແມ່ນພວມໄດ້ ຮັບແຮງກະຕຸ້ນ.

ອົງການ IMF ກ່າວວ່າ ຕົນຄາດວ່າເສດຖະກິດສະຫະລັດ ຈະຂະຫຍາຍໂຕຊ້າລົງໃນປີນີ້ ຄືຫຼຸດລົງເປັນ 1.9 ເປີເຊັນຈາກອັດຕາການເຕີບໂຕ 2.2 ເປີເຊັນໃນປີກາຍນີ້ ກ່ອນທີ່ຈະ ເພີ້ມຂຶ້ນໃນປີ 2014.

ແຕ່ອົງການ IMF ທີ່ມີສຳນັກງານຢູ່ກຸງວໍຊິງຕັນເວົ້າວ່າ ເສດຖະກິດອາເມຣິກັນອາດຈະຂະ ຫຍາຍໂຕຕື່ມອີກຫຼາຍເຖິງ 1.75 ເປີເຊັນ ຖ້າຫາກການຕັດງົບປະມານແບບ sequester ບໍ່ໄດ້ມີຜົນບັງຄັບໃຊ້.

ເສດຖະກິດອາເມຣິກັນພວມຟື້ນໂຕຄືນຢ່າງຊ້າໆຈາກສະພາບເສດຖະກິດຕົກຕໍ່າປີ 2009 ແລະການຂາດດຸນງົບປະມານທີ່ເຮື້ອຮັງຂອງລັດຖະບານພວມຫຼຸດລົງ.
XS
SM
MD
LG