ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສດຖະກິດ ສຫລ ຂະຫຍາຍໂຕຄືນອີກ ຫລັງຢຸດສະງັກລົງ ໃນປີກາຍນີ້ (ວີດິໂອ)


ພວກຄ້າຮຸ້ເຮັດວຽກໃນຂະນະທີ່ມີກອງປະຊຸມຖະແຫລງຂ່າວໂດຍທ່ານ Ben Bernanke ປະທານທະນາຄານກາງສະຫະລັດ ຜ່ານທາງໂທລະພາບ ຢູ່ໃນຫ້ອງຂາຍຮຸ້ນ ໃນນະຄອນນີວຢອກ ໃນວັນທີ 20 ມີນາ 2013
ພວກຄ້າຮຸ້ເຮັດວຽກໃນຂະນະທີ່ມີກອງປະຊຸມຖະແຫລງຂ່າວໂດຍທ່ານ Ben Bernanke ປະທານທະນາຄານກາງສະຫະລັດ ຜ່ານທາງໂທລະພາບ ຢູ່ໃນຫ້ອງຂາຍຮຸ້ນ ໃນນະຄອນນີວຢອກ ໃນວັນທີ 20 ມີນາ 2013
ເຈົ້າໜ້າທີ່ຂັ້ນສູງຂອງທະນາຄານກາງສະຫະລັດເວົ້າວ່າ ເສດ
ຖະກິດຂອງສະຫະລັດ ໄດ້ຂະຫຍາຍໂຕຄືນອີກ “ໃນລະດັບ
ປານກາງ” ລຸນຫລັງທີ່ໄດ້ຢຸດສະງັກໄປ ໃນທ້າຍປີກາຍນີ້.

ໃນວັນພຸດວານນີ້ ເຈົ້າໜ້າທີ່ທະນາຄານກາງຂອງສະຫະລັດ
ໄດ້ຫລຸດການທຳນາຍກ່ຽວກັບອັດຕາການຂະຫຍາຍໂຕຂອງ
ເສດຖະກິດລົງຈາກ 2.8 ເປີເຊັນລົງມາເປັນ 2.3 ເປີເຊັນໃນປີນີ້ ແຕ່ກໍເວົ້າວ່າ ອັດຕາ
ການຫວ່າງງານ 7.7 ເປີເຊັນ ໃນປັດຈຸບັນອາດຈະຫລຸດລົງເຖິງ 7.3 ເປີເຊັນ ໃນທ້າຍປີນີ້.

ເຈົ້າໜ້າທີ່ຂອງທະນາກາງສະຫະລັດ ໄດ້ລົງຄະແນນສຽງເຫັນດີໃຫ້ສືບຕໍ່ການດໍາເນີນ ຄວາມພະຍາຍາມເພື່ອກະຕຸ້ນເສດຖະກິດ ໂດຍໃຊ້ອັດຕາດອກເບ້ຍຕໍ່າ ແລະການຊື້
ພັນທະບັດ.

ທ່ານ Greg McBride ນັກວິເຄາະເສດຖະກິດຂອງເວັບໄຊ Bankrate-dot-com ເວົ້າວ່າ
ອັດຕາດອກເບ້ຍຂອງທະນາຄານກາງທີ່ຕໍ່າ ໄດ້ເສີມຂະຫຍາຍເສດຖະກິດ ໂດຍບໍ່ຊຸກ
ຍູ້ໃຫ້ມີການອອມຊັບ, ຊຸກຍູ້ໃຫ້ມີການຢືມເງິນ ແລະເຮັດໃຫ້ພວກນັກລົງທຶນ ມີຄວາມ
ຍິນດີທີ່ຈະເອົາເງິນໄປລົງທຶນທີ່ມີຄວາມສ່ຽງນັ້ນ ຫລາຍຂຶ້ນກວ່າເກົ່າ. ທ່ານ McBride
ເວົ້າອີກວ່າ ສະນັ້ນແລ້ວຕະຫລາດຮຸ້ນຈຶ່ງ ມີລາຄາສູງຂຶ້ນຢ່າງຫຼວງຫຼາຍ ເມື່ອມໍ່ໆມານີ້.

ເບິ່ງວີດິໂອກ່ຽວກັບເລື້ອງນີ້:

XS
SM
MD
LG