ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະນາຄານກາງສະຫະລັດ ຈະເລີ້ມຊື້ເອົາ ພັນທະບັດ ຂອງລັດຖະບານ ຄືນອີກ


ທ່ານ Ben Bernanke ປະທານ​ທະນາຄານ​ກາງ ຂອງສະຫະລັດ
ທ່ານ Ben Bernanke ປະທານ​ທະນາຄານ​ກາງ ຂອງສະຫະລັດ
ທະນາຄານກາງຂອງສະຫະລັດເວົ້າວ່າ ຕົນຈະເລີ້ມປະຕິບັດ
ແຜນໃໝ່ ໃນການຊື້​ເອົາ ພັນທະບັດຂອງລັດຖະບານ ຄືນ​ມາ​
ຈາກ​ເອກະ​ຊົນ ຊຶ່ງເປັນການດໍາເນີນຄວາມພະຍາຍາມຄັ້ງຫລ້າ
ສຸດ ​ເພື່ອຮັກສາອັດຕາດອກ​ເບ້ຍເງິນກູ້ໃຫ້ຕໍ່າ ແລະກະຕຸ້ນເສດ
ຖະກິດທີ່ ຝືດ​ເຄືອງຂອງອາເມຣິກາ.

ໃນວັນພຸດວານນີ້ ພວກວາງນະໂຍບາຍການຄັງຂອງລັດຖະບານ
ກາງ ທີ່ນະຄອນຫລວງວໍຊິງຕັນ ໄດ້ຕົກລົງທີ່​ຈະຊື້ຄືນພັນທະບັດ
ຂອງລັດຖະບານ ໃນມູນຄ່າ​ເທົ່າ​ກັບ 45 ຕື້ (ຫລື 45 ພັນ​ລ້ານ)
ໂດລາ ໃນເຕ່ລະເດືອນ ນັບແຕ່ເດືອນມັງກອນທີ່ຈະມາເຖິງນີ້ເປັນ
ຕົ້ນໄປ ເພີ້ມຕື່ມໃສ່ກັບການຊື້ຫລັກຊັບທີ່ກ່ຽວຂ້ອງກັບອະສັງຫາ
ລິມະຊັບ ​ໃນມູນຄ່າ 40 ຕື້ໂດລາ ທີ່ທະນາຄານກາງໄດ້ເຮັດໃນແຕ່
ລະເດືອນຢູ່ແລ້ວນັ້ນ.

ທ່ານ Ben Bernanke ປະທານ​ທະນາຄານ​ກາງຂອງສະຫະລັດ ເວົ້າວ່າ ເມື່ອໄລ່ລວມ ເຂົ້າກັນໝົດແລ້ວ ການຊື້ຊັບສິນດັ່ງກ່າວ ຄວນຈະເປັນກໍາລັງ “ກົດດັນ” ອັດຕາດອກເບ້ຍ
ເງິນກູ້ໄລຍະຍາວ “ໃຫ້ຕໍ່າລົງ” ເພື່ອຊຸກຍູ້ໃຫ້ເສດຖະກິດຂອງສະຫະລັດ ຂະຫຍາຍຕົວ ແລະເພື່ອຂະຫຍາຍຕະຫລາດແຮງງານ ຂອງປະເທດນໍາດ້ວຍ.

ທະນາຄານກາງຍັງກ່າວອີກວ່າ ຕົນຈະຮັກສາອັດຕາດອກເບ້ຍເງິນກູ້ຂອງຕົນໃຫ້ຢູ່ໃນ ລະຫວ່າງ 0 ຫາ 0.25% ແລະຈະຮັກສາ​ໄວ້​ໃຫ້​ຢູ່​ໃນອັດຕາຕໍ່າຢ່າງເປັນປະຫວັດການ ແບບນັ້ນຕໍ່ໄປ ຕາບໃດທີ່ອັດຕາຫວ່າງງານຂອງຊາດ ຍັງຢູ່ໃນລະດັບທີ່ສູງກວ່າ 6.5% ແລະລາຄາສິນຄ້າໃຊ້ສອຍເຟີ້ ຖືກຈໍາກັດບໍ່​ໃຫ້​ຖີບ​ຂຶ້ນ​ສູງ. ອັດຕາໄພຫວ່າງງານຂອງ ສະຫະລັດ ​ໄດ້​ຄ່ອຍໆຫລຸດລົງມາ​ແດ່​ແລ້ວ ແຕ່ວ່າກໍຍັງຕິດ ຢູ່ໃນລະດັບ 7.7% ໃນ ເດືອນພະຈິກຜ່ານມານີ້.
XS
SM
MD
LG