ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ຈະເຈລະຈາ ບັນຫາການເງິນ ກັບຜູ້ນຳສະພາ ໃນທ້າຍເດືອນນີ້ (ສະໄລດ໌)


ປະທານາທິບໍດີ ບາຣັກ ໂອບາມາສະແດງການ ຮັບຮູ້ຕໍ່ໂຄສົກປະຈໍາສະພາຕໍ່າ ທ່ານ John Boehner ຜູ້ແທນ ຈາກລັດof Ohio ໃນຂະນະທີ່ກ່າວຕໍ່ນັກສຂ່າວ ໃນຫ້ອງ Roosevelt Room ຢູ່ທໍານຽບຂາວ ໃນກຸງວໍຊິງຕັນ ໃນວັນທີ 16 ພະຈິກ 2012 ໃນຂະນະທີ່ທ່ານ ໄດ້ຮຽກປະຊຸມຜູ້ນໍາໃນລັດຖະສະພາສະຫະລັດ ຈາກທັງສອງ ເພື່ອປຶກສາຫາທາງແກ້ໄຂບັນຫາ ການຂາດດຸນງົບປະມານ ແລະເສດຖະກິດຂອງປະເທດ. (AP Photo/Carolyn Kaster)
ປະທານາທິບໍດີ ບາຣັກ ໂອບາມາສະແດງການ ຮັບຮູ້ຕໍ່ໂຄສົກປະຈໍາສະພາຕໍ່າ ທ່ານ John Boehner ຜູ້ແທນ ຈາກລັດof Ohio ໃນຂະນະທີ່ກ່າວຕໍ່ນັກສຂ່າວ ໃນຫ້ອງ Roosevelt Room ຢູ່ທໍານຽບຂາວ ໃນກຸງວໍຊິງຕັນ ໃນວັນທີ 16 ພະຈິກ 2012 ໃນຂະນະທີ່ທ່ານ ໄດ້ຮຽກປະຊຸມຜູ້ນໍາໃນລັດຖະສະພາສະຫະລັດ ຈາກທັງສອງ ເພື່ອປຶກສາຫາທາງແກ້ໄຂບັນຫາ ການຂາດດຸນງົບປະມານ ແລະເສດຖະກິດຂອງປະເທດ. (AP Photo/Carolyn Kaster)
ທ່ານບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ຈະເລີ່ມທໍາ
ການເຈລະ ຈາຄືນໃໝ່ກັບບັນດາຜູ້ນໍາລັດຖະສະພາໃນທ້າຍ
ເດືອນນີ້ ເພື່ອພະຍາຍາມຫາທາງແກ້ໄຂບັນຫາການເງິນທີ່
ຫຼໍ່ແຫຼມຂອງລັດຖະບານ ກ່ອນສິ້ນປີນີ້.

ຂະນະນີ້ທ່ານໂອບາມາ ເລີ່ມການຢ້ຽມຢາມສາມປະເທດໃນ
ຂົງເຂດເອເຊຍ ດ້ວຍການຢຸດແວ່ທີ່ບາງກອກໃນວັນອາທິດມື້ນີ້. ຢູ່ເທິງເຮືອບິນປະຈໍາຕໍາ ແໜ່ງຂອງປະທານາທິບໍດີເມື່ອວັນເສົາວານນີ້ທ່ານ Jay Carney ໂຄສົກທໍານຽບຂາວໄດ້
ບອກບັນດາຜູ້ນັກສື່ຂ່າວວ່າ ຄາດວ່າທ່ານໂອບາມາ ຈະພົບປະກັບສະມາຊິກລັດຖະສະ ພາສະຫະລັດອີກຄັ້ງນຶ່ງ ໃນລະຫວ່າງເລີ້ມອາທິດຂອງວັນທີ່ 26 ພະຈິກນີ້ ເພື່ອການປຶກ ສາຫາລືກັນຂັ້ນຕໍ່ໄປໃນການຫາທາງແກ້ໄຂບັນຫາວິກິດການໜີ້ສິນທີ່ກໍາລັງປະກົດໃຫ້ເຫັນເປັນລາງໆ ຫຼືທີ່ຮູ້ກັນອີກວ່າ ເຫວງົບປະມານ ຫຼື Fiscal Cliff ນັ້ນ.

ທ່ານໂອບາມາຈະເດີນທາງກັບຄືນມາຈາກການຢ້ຽມຢາມປະເທດໄທ ມຽນມາ ແລະກໍາປູ ເຈຍ ໃນວັນພຸດຕໍ່ໜ້ານີ້ ມື້ນຶ່ງກ່ອນວັນຂອບຄຸນພະເຈົ້າ ຫຼື Thanks Giving Day ຊຶ່ງ ເປັນຊ່ວງເວລາທີ່ບັນດາສະມາຊິກສະພາໄດ້ພາກັນອອກຈາກວໍຊິງຕັນ ກັບໄປບ້ານເພື່ອ ສະຫຼອງວັນ Thanks Giving ດັ່ງກ່າວກັບຄອບຄົວ.

ປະທານາທິບໍດີໂອບາມາ ພ້ອມດ້ວຍ ຜູ້ນໍາລັດຖະສະພາສີ່ທ່ານ ຄື ທ່ານ ຈອນ ເບນເນີ ປະທານສະພາຕໍ່າ ສັງກັດພັກຣີພັບບລິກັນ, ທ່ານ Harry Reid ຜູ້ນໍາສຽງສ່ວນຫຼາຍ ໃນ ສະພາສູງ ສັງກັດພັກເດໂມແຄຣັທ, ທ່ານ Mitch McConnell ຜູ້ນໍາສະພາສູງພັກຣີພັບ ບລິກັນ ແລະທ່ານນາງ Nancy Pelosi ຜູ້ນໍາພັກເດໂມແຄຣັທ ໃນສະມາຊິກສະພາຕໍ່າ ໄດ້ເລີ່ມເຈລະຈາຫາລືກັນກ່ຽວກັບເລື່ອງໜີ້ສິນເມື່ອວັນສຸກຜ່ານມານີ້ ໂດຍທັງສອງຝ່າຍ ເວົ້າເຖິງການເຈລະຈາກັນທີ່ທໍານຽບຂາວນັ້ນວ່າ ເປັນໄປໃນທາງສ້າງສັນ ແຕ່ການປະ ກາດເມື່ອວັນເສົາວານນີ້ ໂດຍໂຄສົກຂອງປະທານາທິບໍດີໂອບາມາ ແມ່ນເປັນຮ່ອງຮອຍ ເທື່ອທໍາອິດທີ່ຊີ້ແນະວ່າກອງປະຊຸມກັນຈະເລີ່ມຄືນອີກເມື່ອໃດແທ້.

ເບິ່ງສະໄລດ໌ປະມວນພາບການເຈລະຈາເລື້ອງງົບປະມານສະຫະລັດ:

XS
SM
MD
LG