ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັດຕາ ຄົນຫວ່າງງານ ໃນສະຫະລັດ ຫຼຸດລົງສູ່ລະດັບ 7.8 ເປີເຊັນ (ວີດີໂອ)


ອັດຕາຄົນຫວ່າງງານໃນສະຫະລັດ ໄດ້ຫຼຸດລົງສູ່ລະດັບ 7.8% ໃນເດືອນແລ້ວນີ້.
ອັດຕາຄົນຫວ່າງງານໃນສະຫະລັດ ໄດ້ຫຼຸດລົງສູ່ລະດັບ 7.8% ໃນເດືອນແລ້ວນີ້.
ອັດຕາຄົນຫວ່າງງານຂອງສະຫະລັດໄດ້ຫຼຸດລົງສູ່ລະດັບ 7.8%
ໃນເດືອນແລ້ວນີ້ ຊຶ່ງເປັນເທື່ອທຳອິດໃນຮອບ 44 ເດືອນ ທີ່ໄດ້
ຫຼຸດລົງຕໍ່າກວ່າ 8%.

ໃນລາຍງານ ທີ່ສຳຄັນສະບັບນຶ່ງ ຂອງລັດຖະບານ ນຶ່ງເດືອນ
ກ່ອນການເລືອກຕັ້ງ ປະທານາທິບໍດີ ຂອງປະເທດ ສະຫະລັດ
ກ່າວໃນມື້ວັນສຸກວານນີ້ວ່າ ໃນເດືອນແລ້ວ ຕະຫຼາດແຮງງານ
ຂອງປະເທດໄດ້ມີວຽກເຮັດງານທຳ ຕື່ມອີກ 114,000 ໜ້າວຽກ.
ນອກນັ້ນແລ້ວ ຍັງໄດ້ມີການດັດແປງໂຕເລກ ການກະປະມານ
ກ່ຽວກັບການຈ້າງຄົນເຂົ້າເຮັດວຽກໃໝ່ໃນເດືອນກໍລະກົດແລະ
ສິງຫາຜ່ານມາເພີ້ມຂຶ້ນຢ່າງຫຼວງຫຼາຍໂດຍເວົ້າວ່າ ເສດຖະກິດ
ຂອງສະຫະລັດໄດ້ມີວຽກການເຮັດເພີ້ມ ຂຶ້ນ 86,000 ໜ້າວຽກ ຫຼາຍກວ່າທີ່ຄຳນວນໄວ້ໃນຂັ້ນຕົ້ນ.

ອັດຕາຄົນຫວ່າງງານ ໃນເດືອນສິງຫາ ແມ່ນຢູ່ໃນລະດັບ 8.1% ແລະ ພວກນັກເສດຖະ ສາດບາງຄົນທຳນາຍວ່າມັນອາດເພີ້ມສູງຂຶ້ນຕື່ມໃນເດືອນກັນຍາ. ກະຊວງແຮງງານຂອງ ສະຫະລັດກ່າວວ່າ ໂຕເລກໄດ້ຫຼຸດລົງຍ້ອນວ່າ ພວກນາຍຈ້າງໄດ້ຈ້າງພວກຄົນງານນອກ ເວລາເຂົ້າເຮັດວຽກຕື່ມ ໃນເດືອນແລ້ວນີ້.

ສະພາບຂອງເສດຖະກິດສະຫະລັດຊຶ່ງເປັນເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກນັ້ນແມ່ນເປັນ ຈຸດສູນກາງໃນການໂຄສະນາຫາສຽງທາງດ້ານການເມືອງສຳຫຼັບການເລືອກຕັ້ງປະທານາ
ທິບໍດີ ໃນວັນທີ 6 ພະຈິກຈະມານີ້. ປະທານາທິບໍດີບາຣັກ ໂອບາມາ ຜູ້ສະມັກຂອງພັກເດ
ໂມແຄຣັດ ແລະທ່ານ Mitt Romney ຄູ່ແຂ່ງຈາກພັກຣີພັບບລີກັນຊຶ່ງເປັນນັກທຸລະກິດທີ່
ຮັ່ງມີນັ້ນ ໄດ້ຖົກຖຽງກັນຊໍ້າແລ້ວຊໍ້າອີກໃນລະຫວ່າງການໂຕ້ວາທີໃນອາທິດນີ້ກ່ຽວກັບວ່າ ຜູ້ໃດຈະສາມາດສ້າງວຽກເຮັດງານທຳໄດ້ຫຼາຍຂຶ້ນ ໃນໄລຍະ 4 ປີຕໍ່ໜ້າ.

ທ່ານ Romney ເອີ້ນລາຍງານ ກ່ຽວກັບເລື່ອງວຽກການ ສະບັບຫຼ້າສຸດນີ້ວ່າ ບໍ່ຄືກັບວ່າ ເປັນການຟື້ນໂຕຄືນຢ່າງແທ້ຈິງ. ສ່ວນທ່ານໂອບາມາໃຫ້ຂໍ້ສັງເກດວ່າ ເວລານີ້ອັດຕາຄົນ ຫວ່າງງານແມ່ນຢູ່ໃນລະດັບຕໍ່າສຸດ ນັບແຕ່ທ່ານໄດ້ເຂົ້າກຳຕຳແໜ່ງ. ທ່ານເວົ້າວ່າ ບັນຫາ ທ້າທາຍທາງດ້ານເສດຖະກິດແມ່ນຍັງຈະມີຢູ່ຕໍ່ໄປແຕ່ກໍໄດ້ຕຳໜິຕິຕຽນຄວາມພະຍາຍາມ ຂອງພັກຣີພັບບລີກັນທີ່ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ລາຍງານທີ່ຂ້ອນຂ້າງດີສະບັບນີ້.

ນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາບໍ່ມີປະທານາທິບໍດີສະຫະລັດຄົນໃດໄດ້ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກເປັນສະໄໝທີ 2 ໃນຂະນະທີ່ປະເທດ ຊາດມີອັດຕາຄົນຫວ່າງ ງານສູງກວ່າ 7.4%.

XS
SM
MD
LG