ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັດຕາວ່າງງານໃນສະຫະລັດ ຄາດວ່າ ຈະຍັງຢູ່ໃນລະດັບ 8.2 % (ວີດີໂອ)


ຄົນລຽນແຖວກັນເພື່ອລໍຖ້າພົບກັບຜູ້ຊອກຈ້າງພະນັກງານ ຢູ່ໃນງານເທດສະການໂຄສະນາການຈ້າງງານທີ່ Melville ລັດນີວຢອກ ໃນວັນທີ 19 ກໍລະກົດ, 2012.
ຄົນລຽນແຖວກັນເພື່ອລໍຖ້າພົບກັບຜູ້ຊອກຈ້າງພະນັກງານ ຢູ່ໃນງານເທດສະການໂຄສະນາການຈ້າງງານທີ່ Melville ລັດນີວຢອກ ໃນວັນທີ 19 ກໍລະກົດ, 2012.

ປັດຈຸບັນ​ນີ້ ອັດ​ຕາ​ການ​ວ່າງ​ງານ​ໃນ​ສະຫະລັດຍັງ​ຢູ່​ ໃນ​ລະດັບ​ສູງ​ທີ່​ບໍ່ມີ​ທ່າ​ທີ​ວ່າ​ຈະດີ​ຂຶ້ນ ​ຕະຫຼອດ​ໄລຍະ​ສອງ​ປີຜ່ານມາ ຄື​ຄາດ​ວ່າ​ອັດຕາ​ວ່າງ​ງານຈະ ຍັງ​ຄົງ​ຢູ່​ໃນ​ລະດັບປະມານ 8.2 ​ເປີ​ເຊັນ​ ຕາມ​ຖານ​ຂໍ້​ມູນ​ຊຸດ​ໃໝ່​ທີ່​ພິມ​ອອກ​ເຜີຍ​ແຜ່ອັດຕາ​ການ​ວ່າງ​ງານ​ສໍາລັບ​ເດືອນ​ກໍລະກົດ​ ໂດຍ​ຜູ້​ຊ່ຽວຊານ​ຂອງ​ລັດຖະບານ​ເມື່ອ​ວັນ​ສຸກ​ຜ່ານ​ມາ.

​ເຖິງ​ແມ່ນ​ວ່າ ສະພາບ​ການ​ດ້ານ​ໜ້າ​ວຽກ​ຢູ່​ໃນ​ການ​ເສດຖະກິດ​ໂດຍ​ລວມຂອງ​ສະຫະລັດ​ໃນ​ເວລາ​ນີ້​ແມ່ນ ຢູ່​ໃນ​ຂັ້ນ​ບໍ່​ໄປ​ບໍ່​ມາ​ທາງ​ໃດກໍ​ຕາມ ​ແຕ່ຜົນ​ການ​ສໍາຫຼວດບັ້ນ​ນຶ່ງ​ໂດຍ​ເຄືອ​ຂ່າຍ MRINetwork ​ກໍ​ພົບ​ວ່າ​ອັດຕາໜ້າ​ວຽກ​ແມ່ນ​ດີ​ຂຶ້ນ​ ສະ​ເພາະພວກທີ່​ມີ​ຄວາມ​ຊໍານານ​ສູງ.

Dave Campeas ຫົວໜ້າຫ້ອງການ​ເຄືອ​ຂ່າຍ MRINetwork ທີ່​ລັດ​ນີວ ​ເຈີ​ຊີ ກ່າວ​ວ່າ​ບໍລິສັດຕ່າງໆ​ຈະ​ບໍ່​ປ່ອຍ​ໃຫ້​ຕໍາແໜ່​ງສໍາຄັນໆ​ເປົ່າ​ວ່າງ​ອີກ​ຕໍ່​ໄປ ​ແລະ​ຕ້ອງໄດ້ດໍາ​ເນີນ​ການ​ຢ່າງ​ໄວ​ເພື່ອ​ຊອກ​ຫາ​ຄົນ​ມາ​ແທນ​ຕໍ່າ​ແໜ່​ງ ສໍາຄັນດັ່ງກ່າວ.

XS
SM
MD
LG