ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດ ສະຫະລັດ ສະແດງໃຫ້ເຫັນ ຮ່ອງຮອຍ ທີ່ດີຂຶ້ນ


ເສດຖະກິດ​ຂອງ ສະຫະລັດ ສະ​ແດງ​ໃຫ້​ເຫັນຮ່ອງ​ຮອຍທີ່ດີ​ຂື້ນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ການ​ຂໍ​ເງິນ​ຫວ່າງ​ງານ​ກໍາລັງ​ຫລຸດລົງ
ເສດຖະກິດ​ຂອງ ສະຫະລັດ ສະ​ແດງ​ໃຫ້​ເຫັນຮ່ອງ​ຮອຍທີ່ດີ​ຂື້ນ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ການ​ຂໍ​ເງິນ​ຫວ່າງ​ງານ​ກໍາລັງ​ຫລຸດລົງ
ເສດຖະກິດ​ຂອງ ສະຫະລັດ ສະ​ແດງ​ໃຫ້​ເຫັນຮ່ອງ​ຮອຍທີ່ດີ​ຂື້ນ ​
ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ການ​ຂໍ​ເງິນ​ຫວ່າງ​ງານ​ກໍາລັງ​ຫລຸດ
​ລົງ ​ແລະ​ດັດຊະ ນີຮຸ້ນ Dow Jones ຊຶ່ງ​ເປັນ​ຮຸ້ນທີ່​ສຳຄັນ ​ໄດ້
ປິດ​ລົງໂດຍ​ມີ​ລາຄາ​ສູງ​ຂຶ້ນຕິດ​ຕໍ່​ກັນ ​ເປັນ​ເວລາ​ດົນ​ທີ່​ສຸດ ​ໃນ​
ຮອບ​ 15 ປີ.

ຮຸ້ນ Dow Jones ​ຊຶ່ງ​ຖີບຂື້ນ​ ຕິດ​ຕໍ່​ກັນສິບ​ມື້ນັ້ນ ​ໄດ້​ມີ​ລາຄາ​
ເພີ້ມຂຶ້ນ​ເກືອບ 84 ຈຸດ ​ໂດຍ​ປິດ​ລົງ ​ໃນ​ລາຄາ 14,539. ຄັ້ງ​
ສຸດ​ທ້າຍ​ທີ່ລາ ຄາ​ຮຸ້ນ Dow Jones ​ມີ​ລາຄາ​ສູງ​ຂຶ້ນຕິດ​ຕໍ່​ກັນ​
ເປັນ​ເວລາ 10 ມື້ແມ່ນ ​ໃນ​ເດືອນພະຈິກ ປີ 1996.

ຂ່າວ​ດີ​ ກ່ຽວ​ກັບ​ລາຄາ​ຮຸ້ນ​ດັ່ງກ່າວ ​ມີຂື້ນ​ ໃນ​ຂະນະ​ທີ່​ການ​ຂໍ
ເງິນ​ຫວ່າງ​ງານ​ໄດ້​ຫລຸດລົງ​ອີກ​ໃນ​ອາທິດ​ແລ້ວ​ນີ້ ຊຶ່ງ​ເປັນ​ລະ
​ດັບ​ຕໍ່າ​ສຸດ​ ໃນຮອບ​ຫ້າ​ປີ. ກະຊວງ​ແຮງ​ງານສະຫະລັດກ່າວ​
ວ່າ ພວກ​ຄົນ​ງານ​ທີ່​ຫວ່າງງານ 332,000 ຄົນໄດ້​ເລີ້ມ​ຂໍ​ການ
​ຊ່ວຍເຫລືອໃນ​ອາທິດ​ແລ້ວ​ນີ້ຫລຸດ​ລົງ 10,000 ຄົນ​ຈາກ​ອາ
ທິດ​ກ່ອນ. ​ເຮັດ​ໃຫ້​ອັດຕາ​ສະ​ເລ່ຍ ​ໃນຮອບສີ່​ອາທິດຕໍ່າກວ່າ​
374,000 ຄົນ ຊຶ່ງ​ເປັນລະດັບທີ່​ຕໍ່າ​ສຸດ​ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​
ພັງ​ທະລາ​ຍລົງຂອງ​ເສດຖະກິດໃນ​ຂັ້ນຕົ້ນໆ​ເມື່ອ​ປີ 2008 ຊຶ່ງ​ເປັນ​ສະພາບເສດຖະກິດ​
ຕົກ​ຕໍ່າຂອງ​ປະ​ເທດ​ທີ່ຮ້າຍ​ແຮງ​ທີ່​ສຸດ ນັບຕັ້ງ​ແຕ່​ປີ 1930 ​ເປັນຕົ້ນມາ.

ພວກນັກ​ເສດ​ຖະສາດກ່າວ​ວ່າ ການ​ຫລຸດ​ລົງ​ຂອງ​ການ​ຂໍ​ເງິນ​ຫວ່າງ​ງານ​ ເປັນ​ການສ​ະ​
ແດງ​ໃຫ້​ເຫັນ​ວ່າ ມີ​ຄົນ​ງານຖືກ​ໄລ່​ອອກ​ຈາກ​ວຽກໜ້​ອຍລົງ ຊຶ່ງ​ຫລຸດ​ລົງ​ມາ 13 ​ເປີ​ເຊັ​ນ
ນັບ​ແຕ່​ເດືອນ​ພະ​ຈິກ​ເປັນຕົ້ນ
XS
SM
MD
LG