ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານໂອບາມາໃຫ້ຄວາມໝັ້ນໃຈ ແກ່ຄົນງານອາເມຣິກັນ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການສ້າງຊົນຊັ້ນກາງ ທີ່ເຂັ້ມແຂງ ແມ່ນກະແຈສຳຄັນ ເພື່ອຊ່ອຍໃນການຮຳບາດບາດແຜ ເສດຖະກິດ.

ໃນຄຳປາໄສ ປະຈຳສັບປະດາ ໃນວັນເສົາມື້ນີ້ ທ່ານໂອບາມາ ກ່າວວ່າ ວັນພັກເນື່ອງໃນວັນແຮງງານ ຂອງສະຫະລັດ ທີ່ຈະມາເຖິງນີ້ ແມ່ນໂອກາດ ໃນການທີ່ຈະ ໃຫ້ການຢືນຢັນອີກຄັ້ງນຶ່ງ ກ່ຽວກັບຄວາມໝາຍໝັ້ນຕັ້ງໃຈ ຕໍ່ພວກຄົນງານ ອະເມຣິກັນ.

ປະທານາທິບໍດີໂອບາມາ ໄດ້ກ່າວຊົມເຊີຍ ກ່ຽວກັບຂໍ້ລິເລີ້ມ ຈຳນວນນຶ່ງ ຂອງລັດຖະບານທ່ານ ຮວມທັງ ການຕັດພາສີ ສຳລັບຄອບຄົວທີ່ເຮັດວຽກ ແລະການລົງທຶນ ໃນດ້ານໂຄງລ່າງພື້ນຖານ ທີ່ທ່ານເວົ້າວ່າ ຈະສ້າງວຽກເຮັດງານທຳນັ້ນ.

ການກ່າວປາໄສ ຂອງປະທານາທິບໍດີ ສະຫະລັດ ໄດ້ມີຂຶ້ນຫຼັງຈາກ ລາຍງານໃໝ່ສະບັບນຶ່ງ ສະແດງໃຫ້ເຫັນວ່າ ອັດຕາຄົນຫວ່າງງານ ຂອງສະຫະລັດ ໃນເດືອນແລ້ວນີ້ໄດ້ເພີ້ມຂຶ້ນ ເປັນ 9.6% ທັງໆທີ່ພວກນາຍຈ້າງ ເອກກະຊົນ ໄດ້ສ້າງວຽກການໃໝ່ ປະມານ 67,000 ໜ້າວຽກ.

ໃນຄຳປາໄສ ປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Geoff Davis ຮຽກຮ້ອງ ໃຫ້ມີການກວດສອບເພີ້ມຂຶ້ນ ກ່ຽວກັບ ລະບຽບການຕ່າງໆ ຂອງລັດຖະບານກາງສະຫະລັດ ທີ່ທ່ານເວົ້າວ່າ ເປັນພາລະ ໃຫ້ແກ່ພວກເຈົ້າຂອງ ທຸລະກິດຂະໜາດນ້ອຍນັ້ນ.

ທ່ານ Davis ໄດ້ນຳສະເໜີ ຮ່າງກົດໝາຍ ທີ່ຈະໃຫ້ລັດຖະສະພາ ສະຫະລັດ ລົງຄະແນນສຽງ ກ່ຽວກັບລະບຽບການຕ່າງໆ ທີ່ໄດ້ນຳສະເໜີ ໂດຍຜະແນກການ ຂອງລັດຖະບານກາງ ຖ້າລະບຽບການເຫຼົ່ານັ້ນ ຄາດວ່າຈະມີຜົນກະທົບ ຕໍ່ເສດຖະກິດ ຫຼາຍກວ່າ 100 ລ້ານໂດລາຂຶ້ນໄປ.

XS
SM
MD
LG