ທຸລະກິດການຄ້າໃນສະຫະລັດໄດ້ຊຸກຍູ້ໃຫ້ມີການວຽກມີການເຮັດຫຼາຍກວ່າທີ່ໄດ້ທຳນາຍໄວ້
ໃນເດືອນກຸມພາຜ່ານມາ ຂະນະທີ່ຈໍານວນຄົນຫວ່າງງານ ຍັງສືບຕໍ່ບໍ່ມີການປ່ຽນແປງ ຈາກ
8.3% ໃນເດືອນມັງກອນປີນີ້.
ໃນລາຍງານປະຈຳເດືອນ ທີ່ມີການຈັບຕາເບິ່ງຢ່າງໃກ້ຊິດນັ້ນ ກະຊວງແຮງງານຂອງສະຫະ
ລັດ ກ່າວໃນວັນສຸກວານນີ້ວ່າ ບັນດານາຍຈ້າງ ໄດ້ຈ້າງພະນັກງານໃໝ່ 227,000 ຄົນໃນ
ເດືອນແລ້ວ. ຍິ່ງໄປກວ່ານັ້ນ ລາຍງານຍັງໄດ້ດັດແປງໃໝ່ ຈຳນວນຜູ້ຄົນທີ່ຖືກຈ້າງໃນເດືອນ
ມັງກອນເພີ່ມຂຶ້ນເປັນ 284,000 ຄົນ.
ບໍ່ເທົ່າໃດຊົ່ວໂມງຕໍ່ມາ ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາໄດ້ກ່າວວ່າ ເສດຖະ
ກິດຂອງອາເມລິກາກໍາລັງແຂງແຮງຂື້ນ ແລະທ່ານມອງເຫັນວ່າໂອກາດຍັງຈະດີຂື້ນຕໍ່ໄປອີກ.
ທ່ານໄດ້ຕົບມືຊົມເຊີຍ ບັນດາພະນັກງານຂອງໂຮງງານເຮັດເຄື່ອງອາໄຫຼ່ຈັກເຮືອບິນແຫ່ງນຶ່ງ
ທີ່ທ່ານໄປຢ້ຽມໃນລັດເວີຈີເນຍ.
ມາຈົນຮອດເດືອນກຸມພາອັດຕາຄົນຫວ່າງງານໃນສະຫະລັດໄດ້ຫຼຸດລົງເປັນເວລາ 5 ເດືອນ
ລຽນຕິດ ຊຶ່ງເປັນຮ່ອງຮອຍທີ່ສະແດງໃຫ້ເຫັນວ່າສະຫະລັດຊຶ່ງ ເປັນປະເທດທີ່ມີເສດຖະກິດ
ໃຫຍ່ທີ່ສຸດໃນໂລກນັ້ນກຳລັງຟື້ນໂຕຄືນແບບສະໝໍ່າສະເໝີຈາກສະພາບເສດຖະກິດຫຼຸດຖອຍ
ຮ້າຍແຮງສຸດ ນັບແຕ່ໄດ້ເກີດສະພາບເສດຖະກິດຕົກຕໍ່າຄັ້ງໃຫຍ່ຂອງໂລກໃນຊຸມປີ 1930.
ຂະນະທີ່ການວ່າຈ້າງເພີ່ມຂຶ້ນໃນໄລຍະສອງສາມເດືອນຜ່ານມານີ້ລັດຖະບານເວົ້າວ່າມີພວກ
ຄົນຫວ່າງງານໃນອັດຕາເພີ່ມຂຶ້ນ ພາກັນຊອກຫາວຽກການເຮັດຄືນອີກໃນເດືອນກຸມພາຊຶ່ງ
ພາໃຫ້ອັດຕາຄົນຫວ່າງງານໃນເດືອນແລ້ວນີ້ບໍ່ມີການປ່ຽນແປງ.