ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເສດຖະກິດຂອງສະຫະລັດ ເຕີບໂຕ ໃນລະດັບທີ່ເປັນຫວັດການ ໃນໄຕມາດທີ 3


ແມ່ຍິງຄົນນຶ່ງຫອບເອົາເຄື່ອງກິນ ທີ່ທະນາຄານອາຫານ ຂອງອົງການ Forgotten Harvest ແຈກຢາຍໃຫ້ ກ່ອນວັນຄຣິສມັສ, ທ່າມກາງໂຣກລະບາດໄວຣັສໂຄໂຣນາ ທີ່ເຮັດໃຫ້ເປັນພະຍາດ (COVID-19) ຢູ່ທີ່ເມືອງວອຣເຣນ, ລັດມິຊິແກນ, ວັນທີ 21 ທັນວາ 2020.
ແມ່ຍິງຄົນນຶ່ງຫອບເອົາເຄື່ອງກິນ ທີ່ທະນາຄານອາຫານ ຂອງອົງການ Forgotten Harvest ແຈກຢາຍໃຫ້ ກ່ອນວັນຄຣິສມັສ, ທ່າມກາງໂຣກລະບາດໄວຣັສໂຄໂຣນາ ທີ່ເຮັດໃຫ້ເປັນພະຍາດ (COVID-19) ຢູ່ທີ່ເມືອງວອຣເຣນ, ລັດມິຊິແກນ, ວັນທີ 21 ທັນວາ 2020.

ເສດຖະກິດສະຫະລັດ ໄດ້ເຕີບໂຕຂຶ້ນໃນລະດັບທີ່ເປັນປະຫວັດການໃນໄຕມາດທີສາມ ອີງຕາມການກ່າວຂອງກະຊວງການຄ້າສະຫະລັດ ໃນວັນອັງຄານວານນີ້ ແຕ່ຫາກວ່າ ການຂະຫຍາຍຕົວຂອງເສດຖະກິດນັ້ນ ປາກົດວ່າ ໄດ້ຊັກຊ້າລົງໃນ ຂະນະທີ່ປີນີ້ ກຳລັງໃກ້ຈະສິ້ນສຸດລົງ ຊຶ່ງຢູ່ໃນລະຫວ່າງວິກິດການຂອງໄວຣັສໂຄໂຣນາ ທີ່ຮ້າຍແຮງທີ່ສຸດຂອງປະເທດ.

ເສດຖະກິດຂອງສະຫະລັດ ໄດ້ເຕີບໂຕໃນອັດຕາ 33.4 ເປີເຊັນຕໍ່ປີ ໃນໄລຍະ ສາມເດືອນ ທີ່ສິ້ນສຸດລົງໃນເດືອນກັນຍາ ໂດຍສ່ວນໃຫຍ່ແລ້ວກໍຍ້ອນຊຸດກະຕຸ້ນເສດຖະກິດໂຣກລະບາດມູນຄ່າ 2 ພັນ 2 ຮ້ອຍຕື້ໂດລາ ທີ່ລັດຖະສະພາໄດ້ຮັບຜ່ານໃນເດືອນມີນາ.

ການຂະຫຍາຕົວໃນໄຕມາດທີສາມຂອງເສດຖະກິດ ເປັນຂີດໝາຍການຟື້ນໂຕທີ່ໃຫຍ່ສຸດ ຈາກທີ່ເສດຖະກິດໃນໄຕມາດທີສອງ ໄດ້ຫົດຕົວລົງ 31.4 ເປີເຊັນ ຊຶ່ງມັນເປັນການສູງຂຶ້ນຫຼາຍທີ່ສຸດນັບແຕ່ສະຫະລັດ ໄດ້ເລີ້ມເກັບກຳປະຫວັດການຕ່າງໆໄວ້ນັບແຕ່ປີ 1947 ເປັນຕົ້ນມາ ຊຶ່ງມັນໄດ້ຖືກຜັກດັນໂດຍຜົນກະ ທົບທີ່ຮ້າຍແຮງຈາກໂຣກລະບາດ ທີ່ໄດ້ເລີ້ມຂຶ້ນໃນກາງເດືອນມີນານັ້ນ.

ເສດຖະກິດຂອງສະຫະລັດ ຍັງຄົງຂະຫຍາຍຕົວຢູ່ທີ່ 3.5 ເປີເຊັນ ຕ່ຳກວ່າຫຼາຍທີ່ມັນເຄີຍຢູ່ ໃນຕອນທ້າຍປີ 2019. ການໃຊ້ຈ່າຍຂອງພວກຜູ້ບໍລິໂພກ ຊຶ່ງປະກອບເຂົ້າໃນການເຄື່ອນຕົວຂອງເສດຖະກິດສະຫະລັດ ຫຼາຍເຖິງ 2 ສ່ວນ 3 ນັ້ນ ໄດ້ເປັນແຫລ່ງຊ່ອຍຜັກດັນໃຫ້ມີການຟື້ນຕົວໃນໄຕມາດທີສາມ. ສ່ວນການບໍລິໂພກ ປາກົດວ່າ ໄດ້ເຢັນລົງແດ່ແລ້ວ ເຖິງຢ່າງໃດກໍຕາມ ໂດຍການຂາຍຂອງຮ້ານຄ້ານັ້ນ ຕົກລົງໃນເດືອນຕຸລາແລະພະຈິກ ຜ່ານມາ ໃນຂະນະທີລາຍໄດ້ຂອງຄົວເຮືອນກໍໄດ້ຕົກລົງເຊັ່ນກັນ ເມື່ອເງິນຈ່າຍຄ່າຫວ່າງງານຂອງລັດຖະບານໃນແຕ່ລະອາທິດ ກໍໄດ້ໝົດກຳນົດໄປແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG