ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເສດ​ຖະ​ກິດ​ສະ​ຫະ​ລັດ ເຕີບ​ໂຕຢ່າງ​ແຂງ​ແຮງ 5.7 ເປີ​ເຊັນ ໃນ​ປີ 2021


ທີ່​ເຫັນ​ນັ້ນ ແມ່ນ​ບ່ອນ​ວາງ​ເຄື່ອງ ​ຂາຍ​ຜະ​ລິດ​ຕະ​ພັນ​ເຈ້ຍ ທີ່​ເກືອບ​ຫວ່າງ​ເປົ່າ ໃນ​ຕະ​ຫລາດ​ຊູ​ເປີ້​ມາກ​ເກັດ ເມື່ອ​ວັນ​ທີ 13 ມັງ​ກອນ 2022 ໃນ​ເມືອງ​ອໍ​ແລນ​ໂດ ລັດ​ຟ​ລໍ​ຣິ​ດາ.
ທີ່​ເຫັນ​ນັ້ນ ແມ່ນ​ບ່ອນ​ວາງ​ເຄື່ອງ ​ຂາຍ​ຜະ​ລິດ​ຕະ​ພັນ​ເຈ້ຍ ທີ່​ເກືອບ​ຫວ່າງ​ເປົ່າ ໃນ​ຕະ​ຫລາດ​ຊູ​ເປີ້​ມາກ​ເກັດ ເມື່ອ​ວັນ​ທີ 13 ມັງ​ກອນ 2022 ໃນ​ເມືອງ​ອໍ​ແລນ​ໂດ ລັດ​ຟ​ລໍ​ຣິ​ດາ.

ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ​ໄດ້​ເຕີບ​ໂຕ 5.7 ເປີ​ເຊັນ ໃນ​ປີ 2021 ຊຶ່ງ​ເປັນການ​ ຂະ​ຫຍາຍ​ໂຕທີ່​ໄວ​ສຸດ ນັບ​ແຕ່​ປີ 1984 ເປັນ​ຕົ້ນ​ມາ ອີງ​ຕາມ​ລາຍ​ງານ​ຂອງ​ກະ​ຊວງການ​ຄ້າ ທີ່​ອອກ​ໃນ​ວັນ​ພະ​ຫັດ​ວານນີ້.

ການ​ເຕີບ​ໂຕ​ຢ່າງ​ແຮງ​ຂອງ​ເສດ​ຖະ​ກິດ​ທີ່​ໃຫຍ່​ສຸດ​ຂອງ​ໂລກສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ສາ​ມາດ​ໃນ​ການ​ຟື້ນ​ໂຕ​ຄືນ ​ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ​ໄດ້​ສູ້​ຊົນ​ເພື່ອ​ຮັບ​ມື​ກັບ​ໄວ​ຣັ​ສສາຍ​ພັນ​ໃໝ່ 2 ຊະ​ນິດ ທີ່​ໄດ້​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ບາງ​ຢ່າງ​ບໍ່​ສາ​ມາດ​ດຳເນີນ​ການ​ໄດ້​ຢ່າງ​ເຕັມ​ທີ່ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ບັນ​ຫາ ​ໃນ​ຕ່ອງ​ໂສ້​ອຸບ​ປະ​ທານສຳ​ລັບ​ສິນ​ຄ້າ​ບໍ​ລິ​ໂພກ ທີ່​ບາງ​ຄັ້ງ​ໄດ້​ພາໃຫ້​ບ່ອນ​ວາງ​ເຄື່ອງ​ຂາຍ ​ຢູ່​ໃນ​ຮ້ານ​ຄ້າ​ຈຳ​ນວນ​ນຶ່ງຫວ່າງ​ເປົ່າ​ ແລະ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ຖີບ​ໂຕ​ຂຶ້ນ 7 ເປີ​ເຊັນ​ຕໍ່​ປີ ຊຶ່ງ​ເປັນ​ອັດຕາ​ທີ່​ສູງ​ທີ່​ສຸດ​ໃນ​ຮອບ 4 ທົດ​ສະ​ວັດ.

ແຕ່​ສະ​ຫຼຸບ​ແລ້ວ​ໃນ​ຕະ​ຫຼອດ​ປີ ມີ​ການ​ສ້າງວຽກ​ເຮັດ​ງານ​ທຳ ​ຫຼາຍ​ເປັນ​ປະ​ຫວັດ​ການ 6 ລ້ານ 4 ແສນວຽກ ແລະສ່ວນ​ໃຫຍ່​ຂອງວຽກ​ການ​ທີ່​ສູນ​ເສຍ​ໄປໃນໄລ​ຍະເລີ້ມ​ຕົ້ນ​ຂອງ​ໂຣກ​ລະ​ບາດ ເມື່ອ​ຕົ້ນ​ປີ 2020 ນັ້ນ ກໍ​ໄດ້ຄືນ​ມາ​ແລ້ວ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ການເຕີບ​ໂຕຂອງ​ເສດ​ຖະ​ກິດ ອາດ​ຈະ​ຊັກ​ຊ້າ​ລົງ ​ໃນ​ເດືອນ​ມັງ​ກອນຍ້ອນ​ໄວ​ຣັ​ສ​ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ ໃນ​ຂະ​ນະ​ທີ່​ພວກ​ຄົນ​ງານຫຼາຍໆ​ພັນ​ຄົນ ​ໄດ້​ໂທ​ລະ​ສັບ​ໄປ​ແຈ້ງວ່າ​ ບໍ່​ສະ​ບາຍ ຊຶ່ງ​ມັກ​ຈະ​ພາ​ໃຫ້​ມີ​ການ​ຍົກ​ເລີກຖ້ຽວ​ບິນ ຫຼຸດ​ກິດ​ການ​ທາງ​ດ້ານ​ທຸ​ລະ​ກິດ ແລະ​ອີກ​ຄັ້ງ​ນຶ່ງມີ​ການ​ຈຳ​ກັດ​ການສິດ​ສອນ​ຢູ່​ຕາມ​ໂຮງ​ຮຽນ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ ​ບາງແຫ່ງ.

ແຕ່​ລັດ​ຖະ​ບານ​ກ່າວ​ວ່າ ໂດຍ​ທົ່ວ​ໄປ​ແລ້ວການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຍັງ​ມີ​ຫຼັກຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ໄລ​ຍະ​ສາມ​ເດືອນ ແຕ່ຕຸ​ລາ​ຫາ​ທັນ​ວານັ້ນ​ ເສດ​ຖະ​ກິດ​ໄດ້​ເຕີບ​ໂຕ 6.9 ເປີ​ເຊັນຕໍ່​ປີ ສາມ​ເທົ່າ​ຂອງ​ການ​ເຕີບ​ໂຕ 2.3 ເປີ​ເຊັນແຕ່​ເດືອນກໍ​ລະ​ກົດ​ຫາ​ເດືອນ​ກັນ​ຍາ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຊຶ່ງ​ຄະ​ແນນ​ນິ​ຍົມ​ຂອງ​ທ່ານ ​ພວມ​ຫຼຸດ​ລົງ​ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ເປັນ​ຍ້ອນ​ຄວາມ​ອິດ​ເມື່ອຍ​ກ່ຽວ​ກັບ​ໂຣກ​ລະ​ບາດ​ທີ່​ຍັງດຳ​ເນີນ​ຢູ່​ຕໍ່​ມາ ແລະ​ລາ​ຄາ​ສິນ​ຄ້າ​ທີ່​ຖີບ​ໂຕ​ຂຶ້ນນັ້ນ ໄດ້​ສະ​ແດງ​ຄວາມ​ຊື່ນ​ຊົມ​ກັບລາຍ​ງານ​ເສດ​ຖະ​ກິດ​ດັ່ງ​ກ່າວ.

ທ່ານ​ໄບ​ເດັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ນັບ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 20 ປີ​ທີ່ເສດ​ຖະ​ກິດ​ຂອງ​ພວກ​ເຮົາ ​ໄດ້​ເຕີບ​ໂຕ ​ໄວ​ກວ່າ​ຈີນ. ນີ້​ບໍ່​ແມ່ນ​ເຫດ​ການ​ບັງ​ເອີນ. ຍຸດ​ທະ​ສາດ​ທາງ​ດ້ານ​ເສ​ດ​ຖະ​ກິດ​ຂອງ​ຂ້າ​ພະ​ເຈົ້າ ​ໄດ້​ສ້າງວຽກ​ການ​ດີໆ​ ໃຫ້​ຊາວ​ອາ​ເມ​ຣິ​ກັນ ບູ​ລະ​ນະ​ສ້າງ​ສາ​ການ​ຜະ​ລິດ​ຂອງ​ພວກ​ເຮົາແລະ​ເສີມ​ຂ​ະ​ຫຍາຍ​ຕ່ອງໂສ້​ອຸ​ບ​ປະ​ທານ​ຂອງ​ພວກ​ເຮົາ ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ຊ່ວຍ​ເຮັດ​ໃຫ້​ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ ສາ​ມາດ​ແຂ່ງ​ຂັນ​ໄດ້​ຫຼາຍ​ຂຶ້ນກວ່າ​ເກົ່າ.”

ທ່ານ​ກ່າວ​ວ່າ “ຊາວ​ອາ​ເມ​ຣິ​ກັນ​ກຳ​ລັງ​ມີ​ຄວາ​ຝັນ​ອີກ​ຄັ້ງ​ນຶ່ງ ເຊື່ອ​ໝັ້ນ​ໃນ​ຕົວ​ເຂົາ​ເຈົ້າ​ເອງ​ແລະ​ເຊື່ອ​ໝັ້ນ​ໃນ​ອາ​ເມ​ຣິ​ກາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG