ເສດຖະກິດຂອງສະຫະລັດໄດ້ສ້າງວຽກເຮັດງານທຳທັງໝົດ 292
ພັນວຽກ ໃນເດືອນທັນວາຜ່ານມານີ້ ອັນເປັນຮ່ອງຮອຍທີ່ສະແດງ
ໃຫ້ເຫັນວ່າເສດຖະກິດທີ່ໃຫຍ່ສຸດຂອງໂລກພວມເຕີບໂຕໃນບາດ
ກ້າວທີ່ໜັກແໜ້ນ ເຖິງແມ່ນວ່າ ເມື່ອໄວໆມານີ້ຕະຫລາດຮຸ້ນຂອງ
ໂລກໄດ້ເກີດຄວາມປັ່ນປ່ວນແລະກະແສລົມຕ້ານອື່ນໆ.
ລາຍງານຂອງກະຊວງແຮງງານທີ່ນຳອອກເຜີຍແຜ່ໃນວັນສຸກວານ
ນີ້ກ່າວວ່າ ອັດຕາຄົນຫວ່າງງານ ແມ່ນ 5 ເປີເຊັນ ຊຶ່ງຢູ່ໃນລະດັບນີ້
ມາໄດ້ 3 ເດືອນແລ້ວແລະເປັນລະດັບທີ່ຕ່ຳສຸດໃນຮອບ 7 ປີກວ່າ.
ວຽກເຮັດງານທຳ ທີ່ເພີ້ມຂຶ້ນນີ້ ແມ່ນຫລາຍກວ່າທີ່ພວກນັກເສດ
ຖະສາດສ່ວນໃຫຍ່ຄາດຄະເນໄວ້ ໂດຍທີ່ທຸລະກິດຕ່າງໆ ໃນດ້ານບໍລິການ ການກໍ່ສ້າງ
ການຮັກສາ ສຸຂະພາບແລະຮ້ານອາຫານ ໄດ້ວ່າຈ້າງພວກຄົນງານຫຼາຍສິບພັນຄົນ. ໃນ
ພາກ ສ່ວນບໍ່ແຮ່ ຊຶ່ງຮວມທັງອຸດສາຫະກຳນ້ຳມັນຍັງສືບຕໍ່ສູນເສຍວຽກງານຍ້ອນລາຄາ
ນ້ຳມັນຕົກຕ່ຳລົງ.
ໃນຂະນະທີ່ລາຍງານດັ່ງກ່າວ ແມ່ນດີກວ່າທີ່ພວກນັກເສດຖະສາດສ່ວນໃຫຍ່ທຳນາຍ
ໄວ້ກໍຈິງ ແຕ່ມັນກໍສະແດງໃຫ້ເຫັນວ່າ ມີ 7 ລ້ານ 9 ແສນຄົນ ຍັງບໍ່ມີວຽກການເຮັດເທື່ອ
ແລະອີກ 6 ລ້ານຄົນສາມາດຊອກຫາວຽກເຮັດໄດ້ ທີ່ບໍ່ເຕັມເວລາ.
ຂໍ້ມູນສະແດງໃຫ້ເຫັນວ່າ ເສດຖະກິດໄດ້ວ່າຈ້າງຜູ້ຄົນ ເຂົ້າເຮັດວຽກສະເລ່ຍແລ້ວ 221
ພັນຄົນຕໍ່ເດືອນ ໃນຮອບນຶ່ງປີທີ່ຜ່ານມານີ້. ທີ່ປຶກສາທາງດ້ານເສດຖະກິດ ຂອງທຳນຽບ
ຂາວ ທ່ານ Jason Furman ກ່າວວ່າ ເວລານີ້ເສດຖະກິດຕ້ອງການທີ່ຈະສ້າງວຽກເຮັດ
ງານທຳແຕ່ພຽງ 77,000 ວຽກຕໍ່ເດືອນເທົ່ານັ້ນກໍຈະສາມາດຮັກສາອັດຕາຄົນຫວ່າງງານ
ໃຫ້ຢູ່ໃນລະດັບທີ່ສະໝ່ຳສະເໝີໄດ້ ຍ້ອນວ່າ ສະມາຊິກຈຳນວນຫລວງຫຼາຍຂອງພວກທີ່
ເກີດໃນຍຸກສະໄໝເດັກນ້ອຍເກີດຫຼາຍຜິດປົກກະຕິ ຫຼັງສົງຄາມໂລກຄັ້ງທີສອງ ຫຼື baby
boom ພວມພາກັນອອກກິນເບ້ຍບຳນານແລະອອກຈາກກຳລັງແຮງງານໄປ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ