ລະດູໜາວທີ່ຮ້າຍແຮງປາກົດວ່າ ໄດ້ທຳລາຍການເສດຖະ
ກິດຂອງສະຫະລັດຫຼາຍກວ່າທີ່ໄດ້ຄິດກັນມາກ່ອນ. ກະຊວງ
ການຄ້າ ກ່າວວ່າ ຄວາມຈິງແລ້ວ ເສດຖະກິດໄດ້ຫົດໂຕເຂົ້າ
1 ເປີເຊັນເຕັມໃນຊ່ວງ 3 ເດືອນທຳອິດຂອງປີນີ້ ຊຶ່ງຂີ້ຮ້າຍກວ່າ
ການປະເມິນກັນຂັ້ນທຳອິດ ທີ່ສະແດງໃຫ້ເຫັນວ່າ ເສດຖະກິດ
ໄດ້ເຕີບໂຕຂຶ້ນ ແຕ່ພຽງ .10 ເປີເຊັນ ໃນລະຫວ່າງເດືອນມັງກອນ
ແລະເດືອນມີນານັ້ນ. ການປະເມິນຄັ້ງຫຼ້າສຸດຂອງຜົນຜະລິດ
ຮວມພາຍໃນປະເທດເປັນຂີດໝາຍທຳອິດຂອງການຫົດໂຕເຂົ້າ
ຂອງເສດຖະກິດໃນຮອບ 3 ປີຜ່ານມາ. ແຕ່ຕາມລາຍງານຂ່າວ
ຂອງຜູ້ສື່ຂາວວີໂອເອ ແຈ້ງໃຫ້ຊາບນັ້ນ ກໍແມ່ນວ່າ ບັນດານັກວິ
ເຄາະມີຄວາມໝັ້ນໃຈວ່າ ການຊັກຊ້າລົງຂອງເສດຖະກິດນີ້ ຈະ
ເປັນພຽງຊົ່ວຄາວເທົ່ານັ້ນ. ສິງມີລາຍງານເລື້ອງນີ້ ຈາກຜູ້ສື່ຂ່າວ
ວີໂອເອ ມາສະເໜີທ່ານຕໍ່ໄປ…
ມີການຖິ້ມໂທດໃສ່ວ່າ ສະພາບດິນຟ້າອາກາດທີ່ໜາວກວ່າຄາດຄິດໄວ້ ແມ່ນ
ເປັນສາເຫດຂອງການເຕີບໂຕຊ້າລົງຂອງຜົນຜະລິດຮວມ ພາຍໃນປະເທດສະ
ຫະລັດແຕ່ບັນດານັກວິເຄາະກ່າວວ່າ ມັນເປັນເລື້ອງ ຫຍຸ້ງຍາກແລະຊັບຊ້ອນ
ກວ່ານັ້ນ. ທ່ານ Mark Hamrick ຊຶ່ງເປັນຫົວໜ້າຫ້ອງການ ຂອງບໍລິສັດ
Bankrate.comທີ່ນະຄອນຫຼວງວໍຊິງຕັນ ກ່າວວ່າ:
ທ່ານ Hamrick ກ່າວວ່າ “ພວກບໍລິໂພກອຸບປະໂພກໄດ້ໃຊ້ຈ່າຍເງິນໃນ
ອັດຕາທີ່ດີໃນໄຕມາດທຳອິດ ເຖິງແມ່ນດິນຟ້າອາກາດບໍ່ດີໃນເນື້ອທີ່
ສອງສ່ວນສາມໃນພາກຕາເວັນອອກຂອງສະຫະລັດນັ້ນກໍຕາມ. ຄວາມ
ຈິງແລ້ວ ມັນແມ່ນວົງການທຸລະກິດທີ່ເຮັດໃຫ້ການເສດຖະກິດເຕີບໂຕ
ຊ້ານັ້ນ.”
ທ່ານ Hamrick ກ່າວວ່າ ວົງການທຸລະກິດອາດບໍ່ໄດ້ຕັ້ງໃຈເຮັດໃຫ້ເສດຖະກິດ
ຂອງສະຫະລັດເຕີບໂຕຊ້າລົງ ໂດຍລົດຜ່ອນຄັງສິນຄ້າຂອງ ຕົນລົງແລະຕັດການ
ລົງທຶນຂອງຕົນລົງໃນການຄາດຫວັງໄວ້ລ່ວງໜ້າທີ່ວ່າພວກບໍລິໂພກຈະຕັດ
ຄວາມຮຽກຮ້ອງຕ້ອງການສິນຄ້າຂອງຕົນລົງນັ້ນ.
ທີ່ຕະຫຼາດຮຸ້ນ Wall Street ພວກນັກລົງທຶນປາກົດວ່າ ບໍ່ສັບສົນຫຼືຕົກໃຈນຳ
ຂ່າວທີ່ຜິດຫວັງທີ່ວ່ານີ້ ໂດຍທີ່ດັດຊະນີຂອງຮຸ້ນສຳຄັນໆຍັງຄົງຢູ່ໃນລະດັບທາງ
ບວກຢູ່.
ທ່ານ Hamrick ກ່າວວ່າ ມັນເປັນເຊັ່ນນີ້ ກໍເພາະວ່າ ພວກນັກລົງທຶນໄດ້ມອງໄປ
ຂ້າງໜ້າແລ້ວ ເພື່ອເບິ່ງໃນຂັ້ນຕໍ່ໄປຂອງປີນີ້..
ທ່ານ Hamrick ກ່າວວ່າ “ຄວາມຈິງແລ້ວ ພວກເຮົາມີຄວາມເປັນຫ່ວງ
ຫຼາຍຂຶ້ນກ່ຽວກັບວ່າ ມີຫຍັງເກີດຂຶ້ນໃນໄຕມາດໃນປັດຈຸບັນ ໄປຫາຊ່ວງ
ທີສອງຂອງປີນີ້ ແລະມີການເຊື່ອກັນຢ່າງກວ້າງຂວາງວ່າ ການເຕີບໂຕ
ຂອງເສດຖະກິດໃນໄຕມາດໃນປັດຈຸບັນກຳລັງດຳເນີນໄປດີຂຶ້ນ ບາງ
ທີຈະດຳເນີນໄປດີກວ່າເພື່ອທົດແທນການຫົດໂຕເຂົ້າໃນໄຕມາດທຳ
ອິດອີກດ້ວຍ.”
ການປະເມິນຂອງນັກວິເຄາະບາງຄົນສະເໜີແນະວ່າ ການເສດຖະກິດຂອງສະ
ຫະລັດສາມາດເຕີບໂຕຂຶ້ນໃນລະຫວ່າງ 4 ຫາ 5 ເປີເຊັນໄດ້ ໃນຊ່ວງທີສອງ
ຂອງປີ 2014 ນີ້ ແຕ່ບໍ່ແນ່ນອນປານໃດກ່ຽວກັບພາບພົດຂອງຕະຫຼາດຂາຍ|
ບ້ານເຮືອນນັ້ນ.
ທ່ານ Daren Blomquist ຈາກບໍລິສັດອະສັງຫາລິມະຊັບ Realty Trac ກ່າວ
ວ່າ ການຂາຍບ້ານເຮືອນແລະລາຄາບ້ານເຮືອນໄດ້ລົດລົງຢ່າງຫຼວງຫຼາຍ ນັບ
ແຕ່ປີ 2013 ເປັນຕົ້ນມາ ຊຶ່ງທ່ານກ່າວຕໍ່ວີໂອເອ ຜ່ານທາງ Skype ວ່າ..
ທ່ານ Blomquist ກ່າວວ່າ “ ພວກເຮົາກຳລັງເຫັນ ການຂາຍບ້ານເຮືອນ
ນີ້ລົດລົງໃນໄຕມາດທຳອິດ ແລະແມ່ນແຕ່ໃນເດືອນເມສາຜ່ານມານີ້ ແຕ່
ຂ້າພະເຈົ້າບໍ່ຄຶດວ່າ ມັນເປັນເລື້ອງກ່ຽວກັບດິນຟ້າອາກດເທົ່ານັ້ນ ຂ້າພະ
ເຈົ້າຄຶດວ່າ ມັນເປັນເລື້ອງພື້ນຖານຫຼາຍກວ່າເລື້ອງສິນຄ້າທີ່ເກັບໄວ້ນັ້ນ.”
ບັນດານັກເສດຖະສາດກ່າວວ່າ ສິນຄ້າທີ່ມີໜ້ອຍນັ້ນ ອາດຈະເປັນຜົນທີ່ຊາວ
ອະເມຣິກັນໃນຈຳນວນໜ້ອຍລົງເສຍເຮືອນຊານທີ່ບໍ່ສາມາດຈ່າຍຄ່າຜ່ອນສົ່ງ
ໃຫ້ພວກທະນາຄານໃຫ້ເງິນກູ້ຢືມນັ້ນໄດ້ ພ້ອມທັງລະບຽບ ການໃນການກູ້ຢືມ
ເງິນຂອງທະນາຄານກໍຮັດເຄັ່ງຕື່ມຂຶ້ນ.
ໃນພາກສ່ວນທີ່ດີນັ້ນ ກໍແມ່ນວ່າ ຕະຫຼາດວຽກການໃນສະຫະລັດ ສືບຕໍ່ດີຂຶ້ນ.
ລາຍງານສະບັບໃໝ່ສະແດງໃຫ້ເຫັນວ່າ ຈຳນວນຄົນຫວ່າງງານ ທີ່ກຳລັງຊອກ
ຫາການຊ່ອຍເຫຼືອຈາກລັດຖະບານນັ້ນໄດ້ລົດລົງ 27 ພັນ ຄົນໃນສັບປະດາແລ້ວ
ຊຶ່ງນີ້ ເປັນຈຳນວນຕ່ຳສຸດໃນຮອບເກືອບ 7 ປີ ຜ່ານມາໃນຕົ້ນເດືອນນີ້.