ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານຄລິນຕັນສະເໜີຄໍາຕອບ ຕໍ່ບັນຫາເສດຖະກິດ ໃນປື້ມເຫລັ້ມໃໝ່ຂອງທ່ານ (ເບິ່ງວີດິໂອລາວ-ອັງກິດ)


ທ່ານຄລິນຕັນສະເໜີຄໍາຕອບ ຕໍ່ບັນຫາເສດຖະກິດ ໃນປື້ມເຫລັ້ມໃໝ່ຂອງທ່ານ (ເບິ່ງວີດິໂອລາວ-ອັງກິດ)
ທ່ານຄລິນຕັນສະເໜີຄໍາຕອບ ຕໍ່ບັນຫາເສດຖະກິດ ໃນປື້ມເຫລັ້ມໃໝ່ຂອງທ່ານ (ເບິ່ງວີດິໂອລາວ-ອັງກິດ)

ພ້ອມ​ກັບ​ທີ່​​ອັດຕາ​ການຫ​ວ່າງ​ງານຂອງ​ສະຫະລັດ ຍັງ​ດື້​ດຶງຢູ່ລະດັບ 9 ​ເປີ​ເຊັນ​ ​ໃນ​ເວລາ​ນີ້ ​ໂດຍ​ບໍ່​ຍອມ​ຫລຸດ​ລົງ​ເລີຍ​ນັ້ນ ອະດີດປະທານາທິບໍດີ ບິ​ລ ຄລິນ​ຕັນ ​ໄດ້​ນໍາ​ສະ​ເໜີ​ແຜນການ​ແກ້​ໄຂ​ເສດຖະກິດ​ຂອງ​ທ່ານ​ ຢູ່​ໃນ​ປື້​ມທີ່​ທ່ານ​ຂຽນ​ຂຶ້ນ​ມາ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Alex Villarreal ມີ​ລາຍ​ງານ ກ່ຽວ​ກັບ​ປື້​ມ​​ເຫລ້ມໃໝ່ຂອງ​ທ່ານ​ຄລິນ​ຕັນ ​ ທີ່​ມີ​ຊື່ວ່າ Back to Work ຫລື ກັບ​ຄືນ​ສູ່​ວຽກ ຊຶ່ງ​ດາຣາມີລາຍ​ລະອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດີໂອລາຍງານເປັນພາສາລາວ:

ຄໍາ​ຕອບ​ຕ່າງໆ​ຂອງ​ອະດີດ​ປະທານາທິບໍດີຄລິນ​ຕັນ ຕໍ່​ສະພາວະ​ເສດຖະກິດທີ່​ກໍາລັງ​ລົ້ມລຸກ
ຄຸກຄານ​ຢູ່​ໃນ​ເວລາ​ນີ້ ກໍ​ຄືປື້​ມ Back to Work ຂອງທ່ານ ແມ່ນ​ມີ​ວາງ​ຂາຍ​ຢູ່​ໃນ​ຮ້ານ​ຂາຍ
ປື້​ມ ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ​ດີ​ຊີ.

ລູກ​ຄ້າມາ​ຊີ້​ປຶ້ມ​ ນາຍ Ron Collins ​ສັງກັດ​ພັກ​ເດໂມ​ແຄຣທ ທີ່​ຜິດ​ຫວັງ​ໃນ​ໂຕປະທານາ
ທິບໍດີ ບາຣັກ ​ໂອ​ບາ​ມາ ເອີ້ນ​ທ່ານ​ຄລິນ​ຕັນ​ວ່າ​ເປັນລົມ​ຫາຍ​ໃຈ​ຂອງອາກາດ​ສົດບໍລິສຸດ
ແລະກ່າວ​ວ່າ:

“ທ່ານ​ຄລິນ​ຕັນ​ເຮັດ​ຖືກຕ້ອງ ຄື​ທ່ານ​ໄດ້​ນໍາພາ​ເສດຖະກິດ​ໃຫ້​ຈະ​ເຣີນຮຸ່ງ​ເຮືອງ.
ຍ້ອນ​ເຫດຜົນ
ນັ້ນ ​ແລະ​ໂດຍ​ສະ​ເພາະໃນ​ຊ່ວງເວລາແບບ​ນີ້ ແນ່ນອນແມ່ນພວກ
ເຮົາ​ຈະ​ສົນ​ໃຈ​ອ່ານ​ປື້​ມ​ເຫລ້ມນີ້
ຂອງ​ບິ​ລ ຄລິນ​ຕັນ.”

ທ່ານຄລິນຕັນສະເໜີຄໍາຕອບ ຕໍ່ບັນຫາເສດຖະກິດ ໃນປື້ມເຫລັ້ມໃໝ່ຂອງທ່ານ (ເບິ່ງວີດິໂອລາວ-ອັງກິດ)
ທ່ານຄລິນຕັນສະເໜີຄໍາຕອບ ຕໍ່ບັນຫາເສດຖະກິດ ໃນປື້ມເຫລັ້ມໃໝ່ຂອງທ່ານ (ເບິ່ງວີດິໂອລາວ-ອັງກິດ)

ປື້​ມ Back to Work ຂອງ​ທ່ານ
​ຄ​ລິນ​ຕັນ​ ສ່ວນ​ໃຫຍ່​ແມ່ນ​ສົ່ງ​ເສີມ
​ນະ​ໂຍບາຍ​ຕ່າງໆ​ທີ່ສອດຄ່ອງ
​ກັບ​ຂອງ​ປະທານາທິບໍດີ​ໂອ​ບາ
​ມາ ​ເຊັ່ນ​ການໃຊ້​ຈ່າຍເງິນ​ຫລວງ
​ເພື່ອ​ຊຸກຍູ້​ເສດຖະກິດ​ແລະ​ການ​
ລົງ​ທຶນ​ໃສ່​ເທັ​ກ​ໂນ​ໂລ​ຈີ່​ສີຂຽວທີ່
​ຮັກສາ​ສິ່ງແວດລ້ອມ​ນັ້ນ.

ແຕ່​ທ່ານ​ຄລິນ​ຕັນ​ໂຍນ​ຄວາມ​ຜິດ
​ໃຫ້​ປະທານາທິບໍດີໂອ​ບາ​ມາ
​ແລະ​ສະມາຊິກ​ພັກເດ​ໂມແຄ​ຣທ
ຄົນອື່ນໆ ທີ່​ບໍ່​ສາມາດ​ຮ່າງ​ສານ
​ທີ່ເປັນ​ແກນ​ກາງມີ​ເນື້ອ​ໃນ​ອັນ
​ດຽວກັນ​ ​ເພື່ອ​ຕ້ານຢັນຈຸດ​ຢືນ
ຂອງ​ພັກຣີພັບ​ບລິ​ກັນ​ ທີ່​ສະໜັບ​ສະ​ໜູນລະບົບ​ພາສີ​ຕໍ່າ​ແລະ​ລັດຖະບານ​ທີ່​ມີຂະໜາດ
ນ້ອຍ​ລົງນັ້ນ​.

ທ່ານ Matt Dallek ຄູ​ສອນ​ປະວັດ​ສາດ​ແລະ​ການ​ເມືອງ​ທີ່ສູນ​ກາງ​ວໍ​ຊິງ​ຕັນ ຂອງ​ມະຫາ​
ວິທະຍາໄລລັດ​ແຄ​ລິ​ຟໍ​ເນຍ ຫລື University of California Washington Center
ກ່າວ​ວ່າ:

ໃນ​ປື້ນເຫ​ລ້ມນີ້ ທ່ານ​ບິ​ລ ຄລິນ​ຕັນ ​ໄດ້​ສະ​ແດງ​ຄວາມ​ທໍ້​ແທ້ໃຈ ທີ່​ພວກເດ​ໂມ
ແຄຣດຫລາຍໆ​ຄົນ​ຮູ້ສຶກກັນ ຄື​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ​ທໍານຽບຂາວ​ຊຸດ ນີ້​ບໍ່​ໄດ້​
ເຜີຍ​ແຜ່ສານ​ທາງ​ດ້ານເສດຖະກິດ​ ໄປໃຫ້ທົ່ວ​ເຖິງ​ປະ​ເທດ​ຊາດໄດ້​ດີ​ເທົ່າ​ທີ່​
ຄວນ. ພວກ​ເຂົາ​ເຈົ້າຫງຸດ​ຫງິດໃຈ​ ທີ່​ພັກຣີພັບ​ບລິ​ກັນ​ນັ້ນກໍາລັງຟື້ນໂຕ​ຄືນມາ
ແລະ​ພັກ​ນໍ້າຊາ ຫລື ທີ ພາ​ຕີ້ ກໍ​ໄດ້ມີ​ສຽງ​ທີ່​ມີ​ພະລັງ​ອໍານາດທີ່ ​ສຸດ​ ໃນ​ການ​ອະ
ພິປາຍ​ຖົກ​ຖຽງ​ກັນຂອງ​ພວກ​ເຮົາກ່ຽວ​ກັບເສດຖະກິດນັ້ນ.”

ປື້​ມຂອງທ່ານ ບິ​ລ ຄຣິນຕັນ ກ່າວ​ວ່າ ການ​ຜິດ​ຖຽງ​ກັນ​ດ້ານ​ການ​ເມືອງ​ກ່ຽວ​ກັບການ​ຍົກ
ລະ​ດັບ​ເພດານ​ໜີ້​ສິນຂຶ້ນນັ້ນ ​ໄດ້​ເຮັດ​ໃຫ້​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ເບິ່ງ​ຄື​ວ່າອ່ອນ​ແອ​ແລະ
ສັບສົນ. ​ແຕ່​ບັດ​ນີ້​ທ່ານ​ກ່າວ​ວ່າ ທ່ານ​ຜິດ​ທີ່​ຄິດ​ວ່າ ທ່ານໂອ​ບາ​ມາ​ຈະສາມາດຜັກ​ດັນ​ເລຶ່ອງນີ້​
ໃຫ້​ລຸ​ລ່ວງ​ໄປ​ໄວ​ຂຶ້ນ.

ທາງ​ທໍານຽບຂາວເອງກໍໄດ້​ຖື​ເບົາ ​ຄໍາສະ​ເໜີ​ແນະ​ຕ່າງໆທີ່ວ່າ​ ມີຄວາມເຄັ່ງ​ຕຶງ​ນັ້ນ. ທ່ານ
Jay Carney ​ໂຄສົກ​ທໍານຽບຂ່າວ ກ່າວ​ວ່າ:

“ຂ້າພະ​ເຈົ້າຢາກ​ຈະ​ເວົ້າ​ວ່າ​ ປື້​ມຫົວ​ນີ້​ມີ​ປະ​ໂຫຍ​ດຫລາຍ ​ແລະ​ມັນ​ໄດ້ເນ້ນ​ຢໍ້າ
ບາດກ້າວໃນ​ທາງ​ບວກ​ຕ່າງໆ​ທີ່​ທ່ານ​ໂອ​ບາ​ມາໄດ້ປະຕິບັດ​ມາ.”

ແລະ​ຂະນະ​ທີ່ເວລາ​ເລືອກ​ຕັ້ງ​ປະທານາທິບໍດີຍັງ​ເຫລືອ​ອີກ​ພຽງນຶ່ງປີນັ້ນ​ທັດສະນະ​ຂອງທ່ານ
ຄລິນ​ຕັນ ທີ່​ໄດ້​ພົ້ນ​ຈາກ​ຕໍາ​ແໜ່​ງປະທານາທິບໍດີ​ໄປ ເມື່ອ​ສິບ​ປີກ່ອນ ພ້ອມ​ກັບມີເງິນເຫລືອ
ງົບປະມານແລະອັດຕາ​ການ​ຫວ່າງ​ງານຕໍ່າ​ກວ່າສີ່​ເປີ​ເຊັນ​ເຄິ່ງນັ້ນ ກໍ​ອາດ​ຈະນໍາ​ເອົາເຊື້ອ​ໄຟ
ໃໝ່ໆ ​ມາສູ່​ການ​ອະພິປາຍ​ກັນເລຶ່ອງ​ເສດຖະກິດ​ຂອງ​ຊາດ​ກໍໄດ້​.

ເບິ່ງວິດີໂອລາຍງານຂ່າວເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG