ເສດຖະກິດຂອງສະຫະລັດໃນເດືອນມິຖຸນາຜ່ານມາ ໄດ້ມີີຄົນງານເຂົ້າເຮັດວຽກເພີ້ມຂຶ້ນ 4 ລ້ານ 8 ແສນຄົນ ໃນຂະນະທີ່ກຳລັງດີ້ນຮົນທີ່ຈະຟື້ນຕົວຄືນຈາກການຖືກບັງຄັບໃຫ້ປິດທຸລະກິດຍ້ອນໂຣກລະບາດໄວຣັສໂຄໂຣນາ ອີງຕາມທີ່ລັດຖະບານໄດ້ລາຍງານໃນວັນພະຫັດວານນີ້ ໃນຂະນະທີ່ລາຍງານໄດ້ກ່າວວ່າ ມີພວກຄົນງານອີກຈຳນວນ 1 ລ້ານ 4 ແສນຄົນຕົກງານແລະໄດ້ຍື່ນຄຳຮ້ອງຂໍເງິນຫວ່າງງານ ເມື່ອອາທິດແລ້ວນີ້.
ພະແນກສະຖິຕິດ້ານແຮງງານ ໄດ້ກ່າວວ່າ ອັດຕາການຫວ່າງງານຂອງປະເທດດີຂຶ້ນ ໂດຍຢູ່ໃນລະດັບ 11.1 ເປີເຊັນໃນເດືອນມິຖຸນາ ເມື່ອທຽບໃສ່ຕົວເລກທີ່ເປັນທາງການ ຂອງເດືອນເມສາ ຢູ່ທີ່ໃນລະດັບ 13.3 ເປີເຊັນ. ແຕ່ໃນເດືອນມິຖຸນາ ຕົວເລກທີ່ໄດ້ຖືກເກັບກຳມາ ໃນຕອນກາງເດືອນ ກ່ອນຈະມີກໍລະນີຕິດ ເຊື້ອໄວຣັສໂຄໂຣນາຮອບໃໝ່ ທີ່ຖີບໂຕສູງຂຶ້ນເປັນປະຫວັດການນັ້ນ ຍ້ອນການແຜ່ລະບາດໄປທົ່ວລັດຕ່າງໆຂອງສະຫະລັດທີ່ໄດ້ເລີ້ມເປີດເສດຖະກິດຂອງພວກເຂົາເຈົ້າຄືນໃໝ່ ເປັນຄັ້ງທຳອິດ.
ລາຍງານກ່ຽວກັບການຂະຫຍາຍຕົວຂອງວຽກເຮັດງານທຳແລະການຫວ່າງງານສະແດງໃຫ້ເຫັນວ່າ ເສດຖະກິດຂອງສະຫະລັດ ຊຶ່ງເປັນເສດຖະກິດໃຫຍ່ທີ່ສຸດຂອງໂລກ ແມ່ນມາຮອດທາງແຍກທີ່ສຳຄັນ ໂດຍມີບາງສ່ວນກຳລັງຟື້ນຕົວຄືນ ແລະບາງສ່ວນຍັງມີຄວາມບໍ່ແນ່ນອນ. ພວກທຸລະກິດບາງຢ່າງຄື ຮ້ານຄ້າ ຮ້ານອາຫານ ສະຖານອອກກຳລັງກາຍ ແລະຮ້ານເສີມສວຍທັງຫຼາຍ ໃນທົ່ວລັດທາງພາກໃຕ້ຂອງປະເທດແມ່ນຖືກບັງຄັບໃຫ້ປິດກິດຈະການອີກເທື່ອນຶ່ງ ຫຼືໃຫ້ເລື່ອນການເປີດກິດຈະການຕາມປົກກະຕິ ອອກໄປຕື່ມອີກ.
ຢູ່ທີ່ທຳນຽບຂາວ ປະທານາທິບໍດີ ດໍໂນລ ທຣຳ ກຳລັງປະເຊີນກັບການແຂ່ງຂັນເລືອກຕັ້ງທີ່ສຳຄັນໃນເດືອນພະຈິກຈະມາເຖິງນີ້ ໂດຍແຂ່ງກັບອະດີດຮອງປະທານາທິບໍດີໂຈ ໄບເດັນ ຊຶ່ງທ່ານທຣຳ ໄດ້ປະກາດອ້າງເຖິງການຂະຫຍາຍ ຕົວຂອງວຽກເຮັດງານທຳໃນເດືອນມິຖຸນາ.
ທ່ານທຣຳ ໄດ້ກ່າວວ່າ “ພວກຄົນງານໝັ້ນໃຈກ່ຽວກັບການຫາວຽກເຮັດງານທຳ. ຕະຫຼາດຮຸ້ນກຳລັງສູງຂຶ້ນ. ຕົວເລກທັງຫຼາຍເຫຼົ່ານີ້ ປະທານາທິບໍດີຄົນອື່ນຈະບໍ່ໄດ້ຮັບ.”
“ທຸກຢ່າງຈະກັບຄືນມາຄືເກົ່າໄວກວ່າທີ່ພວກເຮົາຄິດ” ນັ້ນຄືຄໍາເວົ້າຂອງທ່ານ ທຣໍາ ແລະທ່ານກ່າວຕື່ມວ່າ “ພວກເຮົາຈະມີໄຕມາດທີສາມທີ່ດີເລີດ. ປີໜ້າຈະເປັນປີທີ່ດີທີ່ເລີດ ສຳລັບວຽກເຮັດງານທຳ.”
ທ່ານໄດ້ສະຫລຸບວ່າ “ພວກເຮົາບໍ່ໄດ້ໝົດກຳລັງວັງຊາ ແລະປະເທດຂອງພວກເຮົາບໍ່ໄດ້ໝົດກຳລັງວັງຊາ” ກ່ອນຈະອອກໄປຈາກຫ້ອງປະຊຸມຖະແຫລງຂ່າວຂອງທຳນຽບຂາວ ໂດຍບໍ່ໄດ້ຕອບຄຳຖາມໃດໆຈາກບັນດານັກຂ່າວ.