ພວກຕະຫຼາດໂລກພາກັນສືບຕໍ່ສະແດງປະຕິກິລິຍາຄວາມຢ້ານກົວກ່ຽວກັບໜີ້ສິນ ອັນໂຮມ
ທັງການລົດລະດັບຄວາມໜ້າເຊື່ອຖືດ້ານສິນເຊື່ອຂອງສະຫະລັດໂດຍອົງການໃຫ້ຄະແນນ
ສິນເຊື່ອ S&P ເປັນເທື່ອທໍາອິດທີ່ບໍ່ເຄີຍມີມາກ່ອນ ແລະການເຄື່ອນໄຫວໂດຍທະນາຄານ
ກາງຂອງສະຫະພາບຢູໂຣບ ເພື່ອສະໜັບສະໜຸນເສດຖະກິດຂອງອີຕາລີແລະສະເປນນັ້ນ.
ດັດຊະນິຫຸ້ນໃຫຍ່ໆໃນທົ່ວເອເຊຍໄດ້ຕົກລົງລະຫວ່າງ 2 ຫາເກືອບ 4 ເປີເຊັນໃນວັນຈັນ
ມື້ນີ້ ໃນຂະນະທີ່ລາຄາຊື້ຂາຍຫຸ້ນລ່ວງໜ້າໃນນະຄອນນີວຢອກ ກໍໄດ້ລຸດລົງກ່ອນຕະຫຼາດ
ໄຂຂຶ້ນ ໃນ Wall Street ນັ້ນ. ຫຸ້ນ S&P 500 ກໍປາກົດວ່າຈະຕົກລົງ 2 ເປີເຊັນໃນ
ຕອນໄຂຕະຫຼາດ ຊື້ຂາຍລ່ວງໜ້ານັ້ນ.
ຄະນະນໍາພາສະຫະລັດໄດ້ຕໍາໜິຕິຕຽນການລົດລະດັບຂອງອົງການ S&P ທີ່ເປັນການ
ສົ່ງສັນຍານວ່າ ທາງອົງການດັ່ງກ່າວເຊື່ອວ່າເວລານີ້ ພັນທະບັດຂອງລັດຖະບານສະຫະ
ລັດ ແມ່ນເປັນການລົງທຶນທີ່ມີຄວາມສ່ຽງຫລາຍຂຶ້ນ.
ໃນຂະນະດຽວກັນ ລາຄາຮຸ້ນໃນຕະຫຼາດອີຕາລີແລະສະເປນຖີບໂຕສູງຂຶ້ນຢ່າງຫລວງ
ຫລາຍໃນວັນຈັນມື້ນີ້ ຫລັງຈາກທະນາຄານກາງຂອງສະຫະພາບຢູໂຣບກ່າວວ່າ ຕົນຈະ
ຊື້ພັນທະບັດຂອງລັດຖະບານຈາກທັງ 2 ປະເທດ ໃນຄວາມພະຍາຍາມເພື່ອລະງັບ
ຄວາມຢ້ານກົວ ກ່ຽວກັບວິກິດການໜີ້ສິນໃນເຂດ EU ນັ້ນ. ພວກຫຸ້ນໃຫຍ່ໆໃນຢູໂຣບ
ຕົກລາຄານ້ອຍນຶ່ງ ຫລັງຈາກຕະຫຼາດໄຂຂຶ້ນແລ້ວ.
ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດກ່າວວ່າ ອົງການ S&P
ໄດ້ທໍາການຕັດສິນໃຈທີ່ຜິດພາດຢ່າງໃຫຍ່ເວລາ S&P ລົດລະດັບຄວາມໜ້າເຊື່ອຖື
ດ້ານສິນເຊື່ອຂອງສະຫະລັດລົງ ໃນສັບປະດາຜ່ານມາ ຈາກລະດັບສູງສຸດ 3A ລົງ
ມາເປັນລະດັບ 2A ບວກນັ້ນ. ທ່ານ Geithner ກ່າວຕື່ມວ່າ ອົງການ S&P ໄດ້
ສະແດງໃຫ້ເຫັນເຖິງຄວາມບໍ່ຮູ້ຈັກຫຍັງຢ່າງໜ້າປະຫລາດໃຈ ກ່ຽວກັບໂຕເລກການ
ຄໍານວນ ທີ່ໃຊ້ໃນການຮ່າງງົບປະມານຂອງລັດຖະບານກາງນັ້ນ.
ທ່ານ John Chambers ຫົວໜ້າຜູ້ອໍານວຍການບໍລິຫານອົງການ S&P ທໍານາຍ
ວ່າ ອາດຈະມີການລົດລະດັບຄວາມໜ້າເຊື່ອຖືດ້ານສິນເຊື່ອອີກຄັ້ງໃຫມ່ ໃນເວລາ
ອີກປະມານ 6 ເດືອນຂ້າງໜ້ານີ້ກໍເປັນໄດ້ ຕັ້ງແຕ່ເວລານີ້ເປັນຕົ້ນໄປ.