ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັດຕາ ຄົນຫວ່າງງານ ໃນສະຫະລັດຫລຸດລົງ ແລະ ຕະຫຼາດຮຸ້ນດີຂື້ນ (ເບິ່ງວີດີໂອ)


ລາຍງານຂອງກະຊວງແຮງງານສະຫະລັດແຈ້ງວ່າ ໃນເດືອນແລ້ວນີ້ ສະຫະລັດມີວຽກການເພີ່ມຂຶ້ນ 243,000 ໜ້າວຽກ ແລະອັດຕາຄົນຫວ່າງງານຫຼຸດລົງເປັນ 8.3%
ລາຍງານຂອງກະຊວງແຮງງານສະຫະລັດແຈ້ງວ່າ ໃນເດືອນແລ້ວນີ້ ສະຫະລັດມີວຽກການເພີ່ມຂຶ້ນ 243,000 ໜ້າວຽກ ແລະອັດຕາຄົນຫວ່າງງານຫຼຸດລົງເປັນ 8.3%

ຕະຫລາດ​ຮຸ້ນສະຫະຣັດ ​ຖີີບ​ຕົວສູງຂື້ນ​ ໃນ​ວັນ​ສຸກວານ​ນີ້ຫລັງ​ຈາກພວກນັກ​ຊ່ຽວຊານ​
ຂອງ​ລັດຖະບານໄດ້​ລາຍ​ງານການ​ເຕີບ​ໂຕຢ່າງ​ເຂັ້ມ​ແຂງຂອງ​ວຽກງານ ​ແລະ​ອັດຕາການ
ຫວ່າ​ງງານຫລຸດລົງ.

ກະ​ຊວງ​ແຮງ​ງານຂອງ​ສະຫະລັດ​ໄດ້​ກ່າວ​ວ່າ ​ເສດຖະກິດ​ໄດ້​ຂະຫຍາຍຕົວເຮັດ​ໃຫ້​ມີວຽກ​
ງານເພີ້​ມຂື້ນ​ເຖິງ 243,000 ໜ້າ​ວຽກໃນ​ຂະນະດຽວ​ກັນ​ອັດຕາ​ຄົນຫວ່າງ​ງານຫລຸດລົງ
ເຖິງ .2% ​ເປັນ 8.3 ​ເປີ​ເຊັນ. ມັນເປັນເດືອນ​ທີ່​ຫ້າ​ຕິດ​ຕໍ່​ກັນ​ມາ​ທີ່ການ​ຫວ່າງ​ງານ​ໄດ້ຫ​ລຸດ
ລົງ ​ແລະ​ແມ່ນການ​ເຕີບ​ໂຕ​ທີ່​ເຂັ້ມ​ແຂງ​ສຸດ​ໃນ​ການ​ເພີ່ມ​ຂຶ້ນຂອງ​ວຽກ​ງານນັບ​ຕັ້ງ​ແຕ່​ເດືອນ
ເມສາ​ປີ​ກາຍ​ນີ້​.

ຮຸ້ນ Do​wJones ​ໄດ້​ຖີບ​ໂຕ​ຂຶ້ນສູ່​ລະດັບ​ສູງ​ສຸດນັບແຕ່​ປີ 2008 ເປັນຕົ້ນ​ມາແລະ​ລາຄາ​ນໍ້າ
ມັນ​ໄດ້​ສູງ​ຂື້ນຍ້ອນ​ມີການ​ຄາດຄະ​ເນ​ວ່າກາ​ນ​ເຕີບ​ໂຕ​ຂອງ​ເສດຖະກິດຈະ​ເຮັດ​ໃຫ້​ມີ​ຄວາມ
ຕ້ອງການ​ດ້ານ​ພະລັງງານ ຫຼາຍຂຶ້ນ ແລະ​ຈະ​ມີລາຄາແພງ​ຂື້ນ.

ອັດຕາ​ການ​ຫວ່າງ​ງານ​ສູງເຮັດ​ໃຫ້​ເສດຖະກິດເປັນ​ບັນຫາ​ສຳຄັນ​ສຸດ​ໃນປີ​ທີ່​ມີການ​ແຂ່ງຂັນ
ເລືອກ​ຕັ້ງ​ປະທານາທິບໍດີ. ປະທານາທິບໍດີສະຫະລັດ ທ່ານບາ​ຣັກ ​ໂອ​ບາ​ມາ ກ່າວ​ວ່າ​ເສດ
ຖະກິດ​ກໍາ​ລັງ​ແຂງ​ແຮງ​ຂື້ນ ​ແຕ່​ວ່າ​ຍັງ​ມີ​ປະ​ຊາຊົນອາ​ເມຣິກັນ​ຈຳນວນ​ຫຼວງຫຼາຍທີ່​ຍັງ​ຫວ່າງ​
ງານຢູ່ ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາ​ສະຫະລັດ​ຈົ່ງ​ເອົາມາດ​ຕະການ​ເພື່ອສືບ​ຕໍ່ການ
ຫລຸດພາສີ​ເງິນ​ເດືອນ ຊຶ່ງທ່ານ​ກ່າວ​ຕື່ມ​ອີກ​ວ່າ​ມັນ​ຈະ​ຊ່ວຍ​ຊຸກຍູ້ໃຫ້​ມີ​ວຽກ​ງານ​ເພີ້ມສູງ
ຂື້ນອີກ.

ແຕ່​ວ່າ ທ່ານມິດ ຣອມນີ ຈາກພັກ​ຣີພັບບລິ​ກັນ ກ່າວວ່າການ​ຟື້ນ​ໂຕ​ຂອງເສດຖະກິດນັ້ນ
ລ້າ​ຊ້າ​ກ່ວາ​ປົກ​ກະ​ຕິ ​ແລະ​ກ່າວ​ອີ​ກວ່າ ນະ​ໂຍບາຍ​ຂອງທ່ານ​ໂອ​ບາ​ມາ ໄດ້ຖ່ວງດຶງຄວມ
ກ້າວໜ້າ. ທ່ານຣອມນີ ​ແມ່ນ​ຜູ້​ສະມັກ​ເປັນ​ປະທານາ​ທິບໍດີ ທີ່​ມີ​ຄະ​ແນນ​ສຽງ​ນໍາ​ໜ້າຂອງ
ພັກ​ຣີພັບ​ບລີ​ກັນ ​ທີ່​ພວມ​ແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້ຕາງ ໜ້າ​ຂອງ​ພັກ
ເພື່ອ​ແຂ່ງ​ກັບ​ທ່ານ​ໂອ​ບາ​ມາ ​ໃນເດືອນພະ​ຈິ​ກຈະ​ມາ​ເຖິງ​ນີ້.

XS
SM
MD
LG