ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໂອບາມາຮຽກຮ້ອງ ໃຫ້ພວກທຸລະກິດສະຫະລັດ ໃຊ້ແຮງງານຢູ່ພາຍໃນປະເທດ (ເບິ່ງວີດີໂອ)


ທ່ານໂອບາມາຮຽກຮ້ອງ ໃຫ້ພວກທຸລະກິດສະຫະລັດ ໃຊ້ແຮງງານຢູ່ພາຍໃນປະເທດ (ເບິ່ງວີດີໂອ)
ທ່ານໂອບາມາຮຽກຮ້ອງ ໃຫ້ພວກທຸລະກິດສະຫະລັດ ໃຊ້ແຮງງານຢູ່ພາຍໃນປະເທດ (ເບິ່ງວີດີໂອ)

ເບິ່ງວີດີໂອ ກ່ຽວກັບຄໍາປາໃສປະຈໍາອາທິດຂອງທ່ານໂອບາມາ:

ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ຈະ​ຮຽກຮ້ອງໃນ​ອາທິດ​ໜ້າ​ນີ້ ​ໃຫ້​ພວກ
ຜູ້​ນໍາທຸລະ​ກິດ​ທັງຫລາຍ​ຈົ່ງ​ຮັກສາ​ໜ້າ​ວຽກ​ໄວ້ໃຫ້ຢູ່​ພາຍ​ໃນ​ປະ​ເທດ ​ແທນ​ທີ່​ຈະ​ໄປ​ຕັ້ງ​ທຸລະ
ກິດ​ຫລື​ໃຊ້​ແຮງ​ງານ​ຢູ່​ໃນ​ຕ່າງປະ​ເທດ.

ທ່ານ​ໂອ​ບາ​ມາໄດ້​ປະກາດ​ ​ໃນ​ຄໍາ​ປາ​ໃສ​ຕໍ່​ປະ​ເທດ​ຊາດ​ປະ​ຈໍາ​ອາທິດ​ຂອງ ທ່ານ​ໃນ​ວັນ​ເສົາ
ວານ​ນີ້​ວ່າ ທ່ານ​ຈະ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ບັ້ນ​ນຶ່ງ​ທີ່​ທໍາ ນຽບຂາວ ​ໃນ​ວັນ​ພຸດ​ຈະ​ມາ​ນີ້.
ທ່ານ​ຈະ​ພົບ​ປະ​ກັບ​ພວກ​ຜູ້​ນໍາ​ທຸລະ​ກິດ​ທີ່​ເຮັດ​ເປັນ​ຕົວຢ່າງໃນການວ່າ​ຈ້າງ​ຄົນ​ງານພາຍ​ໃນ
ປະ​ເທດ ຊຶ່ງ​ທ່ານ​ປະທາ ນາ​ທິບໍ​ດີ​ກ່າວ​ວ່າ ​ທ່ານ​ຕ້ອງການ​ຊ່ວຍພວກ​ທຸລະ​ກິດ​ອື່ນໆ​ທີ່​ຈະ
ເອົາ​ແບບຢ່າງ​ນີ້​.

ທ່ານ​ໂອ​ບາ​ມາ​ກ່າວ​ອີກ​ວ່າ ທ່ານ​ຈະ​ທໍາ​ທຸກ​ວິທີ​ທາງ​ເພື່ອ​ນໍາ​ເອົາ​ເສດຖະກິດ ຂອງ​ປະ​ເທດ
ຊາດ​ໃຫ້​ກ້າວ​ໄກ​ໄປ​ໜ້າ ​ໂດຍເອີ້ນ​ວ່າມັນ​ເປັນ​ການ​ຕັດສິນໃຈ ​ໃນ​ວັນຂຶ້ນ​ປີ​ໃໝ່ຂອງ​ທ່ານ.

ການ​ຜັກ​ດັນ​ເພື່ອ​ສ້າງ​ໜ້າ​ວຽກ​ຢູ່​ພາຍ​ໃນ​ສະຫະລັດ ​ແມ່ນສອດຄ່ອງ​ກັບ​ຄໍາ​ໝັ້ນ​ສັນຍາ
ຂອງ​ທ່ານ​ໂອ​ບາ​ມາ ທີ່​ຈະ​ສ້າງ​ສາ​ແລະ​ສ້າງ​ສະຖຽນ​ລະພາບ​ແກ່​ພວກ​ຊົນ​ຊັ້ນ​ກາງ​ອາ​ເມຣິ
ກັນ​ຄືນ​ໃໝ່ ຊຶ່ງພວກ​ຊົນ​ຊັ້ນ​ກາງ​ທີ່​ວ່າ​ນີ້ ອາດສາມາດ​ມີ​ບົດບາດ​ສໍາຄັນໄດ້​ ໃນ​ການ​ເລືອກ
ຕັ້ງ​ສະ​ໄໝ​ທີ່​ສອງ​ຂອງ​ທ່ານ.

ພວກ​ສະໝັກ​ຕໍາ​ແໜ່​ງປະທານາທິບໍດີ​ພັກຣີພັບ​ບລິ​ກັນ ​ໄດ້​ໂຈມ​ຕີ​ປະທານາທິບໍດີ​ຢ່າງ​ຮຸນ
ແຮງ ວ່າ​ທ່ານ​ບໍ່​ໄດ້​ປະຕິບັດ​ຢ່າງ​ພຽງພໍ​ເພື່ອ​ກະຕຸກ​ຊຸກ​ຍູ້​ເສ​ດ ຖະກິດ​ໃຫ້​ດີ​ຂຶ້ນ.

ໃນ​ການ​ຖະ​ແຫລ​ງຕໍ່​ປະຊາຊົນ​ປະ​ຈໍາ​ອາທິດ​ຂອງ​ພັກຣີພັບ​ບລິ​ກັນ​ເມື່ອ​ວັນ ເສົາ​ວານ​ນີ້
ທ່ານນາງ Nan Hayworth ສະມາຊິກ​ສະພາ​ຕໍ່າ​ສະຫະລັດ​ຈາກ ລັດ​ນີວຢ໊ອກ ​ໄດ້​ກ່າວ
ໂຈມ​ຕີ​ລັດຖະບານ​ໂອ​ບາ​ມາ ສໍາລັບອັດຕາ​ວ່າງ​ງານສູງຂອງ​ປະ​ເທດ. ທ່ານ​ນາງ​ກ່າວ​ວ່າ
ອັດຕາ​ວ່າງ​ງານ​ໃນ​ສະຫະ ລັດ ​ແມ່ນ​ສູງ​ກວ່າ 8 ​ເປີ​ເຊັນເປັນ​ເວລາ​ເຖິງ 35 ​ເດືອນ​ແລ້ວ
ຊຶ່ງ​ທ່ານ​ນາງ​ເອີ້ນ ​ວ່າມັນເປັນ​ສະພາວະການ​ວ່າງ​ງານ​ທີ່ຍືດ​ເຍື້ອຍາ​ວນານ​ທີ່​ສຸດ ນັບ​ຕັ້ງ
ແຕ່​ເກີດ​ສະພາວະ​ຕົກ​ຕໍ່າ​ຄັ້ງ​ຍິ່ງ​ໃຫຍ່​ໃນ​ສະຫະລັດ ທີ່​ເອີ້ນ​ວ່າ Great Depression
ໃນ​ຊຸມ​ປີ 1920 ນັ້ນ.

ເບິ່ງວີດີໂອ ກ່ຽວກັບຄໍາຖະແຫລງຕອບຂອງຝ່າຍຣີພັບບລິກັນ:

XS
SM
MD
LG