ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພາຍຸຫິມະໃຫຍ່ ຖະຫຼົ່ມ ພາກຕາເວັນອອກ ຂອງ ສະຫະລັດ


ນະຄອນຫຼວງວໍ​ຊິງ​ຕັນ ​ແລະ​ສ່ວນ​ໃຫຍ່​ ຂອງ​ເຂດ​ແຄມ​ຝັ່ງ​ທະ​ເລ
​ທາງ​ກ້ຳ​ຕາ​ເວັນອອກ​ຂອງ​ສະຫະລັດ ​ໄດ້​ຖືກ​ຖະຫຼົ່ມ​ໂດຍ​ພາຍຸ​ຫິ
ມະ​ຂະໜາດ​ແຮງ ທີ່​ຄາດ​ວ່າ​ຈະພາ​ໃຫ້​ມີ​ຫິມະ​ຕົກຫລາຍ​ເຖິງ 60
ຊັງ​ຕີ​ແມັດ.

ນອກ​ນັ້ນ​ແລ້ວ​ຍັງ​ຈະ​ມີ​ລົມ​ແຮງ​ເຖິງ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ຊຶ່ງ​
ຄາດ​ວ່າຈະ​ພາໃຫ້​ເກີດ​ພາຍຸພັດ​ຫິມະ​ຂະໜາດ​ແຮງແລະໄຟຟ້າ
ມອດ ​ໃນ​ບໍລິ​ເວນ​ກວ້າງ.​ ​ໄພ​ນ້ຳ​ຖ້ວມ ຢູ່​ໃນ​ບໍລິ​ເວ​ນ​ແຄມ​ຝັ່ງ​ທະ​
ເລ​ກໍ​ມີ​ທາງ​ເປັນ​ໄປ​ໄດ້.

ມາ​ຮອດ​ຕອນ​ເຊົ້າວັນ​ເສົາ​ມື້ນີ້​ສ່ວນ​ໃຫຍ່​ຂອງ​ນະຄອນຫຼວງວໍ​ຊິງ​
ຕັນ​ມີ​ຫິມະ​ຕົກລົງ​ມາ​ແລ້ວ ປະມານ 25 ຊັງ​ຕີແມັດ ​ແລະ​ຄາດ​ວ່າ ​ຈະ​ຕົກລົງ​ມາ​ຕື່ມ​ອີກໄປ​ຈົນ ຮອດ​ວັນ​ອາທິດມື້ອື່ນ.

Timelapse: Massive Mid-Atlantic Blizzard Sets In Around National Mall
please wait

No media source currently available

0:00 0:00:38 0:00

ພວກ​ນັກ​ພະຍາກອນ​ອາກາດ ກ່າວ​ວ່າ ​ເວລາ​ທີ່​ລົມພາຍຸ​ຫົວນີ້ ພັດ​ຜ່ານ​ໄປ​ແລ້ວ​ ປະລິມານ​
ຂອງ​ຫິມະ​ທີ່​ຕົກລົງ​ມາ​ຄາດວ່າ​ຈະຮ້າຍ​ແຮງ​ເປັນ​ນຶ່ງ​ໃນ 10​ ທີ່​ມີ​ຫິມະ​ຕົກ​ຫຼາຍ​ເປັນ​ປະຫວັດ​ ການ.

ກ່ອນ​ທີ່​ລົມພາຍຸ​ຫົວນີ້ມາ​ເຖິງ ​ເຈົ້າຄອງ​ນະຄອນຫຼວງວໍ​ຊິງ​ຕັນທ່ານ​ນາງ Muriel Bowser ​
ໄດ້​ປະກາດ​ພາວະ​ສຸກ​ເສີນ​ແລະ​ປິດ​ໂຮງຮຽນ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານ​ນາງ Bowser ກ່າວ​ວ່າ ພາຍຸນີ້ແມ່ນ​ຮ້າຍ​ແຮງ​ຫຼາຍ ​ແລະປະຊາຊົນ​ທັງ​ໝົດ​ ໃນ​ເຂດ​
ນະ​ຄອນຫຼວງ ຄວນ​ຈະ​ຖື​ວ່າມັນເປັນ​ຈັ່ງຊັ້ນແທ້.

ຫ້ອງການ​ຕ່າງໆ​ຂອງ​ລັດຖະບານ​ກາງ​ສະຫະລັດ​ໄດ້​ອັດ​ລົງ​ຢູ່​ໃນ​ນະຄອນຫຼວງແລະ​ພວກ​
ເຈົ້າໜ້າ​ທີ່​ໄດ້​ເອົາ​ບາດກ້າວ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ​ນັ້ນກໍ​ຄື​ປິດ​ລະບົບ​ລົດ​ໄຟ​ໃຕ້​ດິນ​ຢ່າງ​ສິ້ນ​
ເຊີງ.

ລົມພາຍຸ​ຂະໜາດ​ແຮງ​ທີ່​ເຄື່ອນ​ທີ່​ແບບ​ຊ້າໆແມ່ນ​ມີ​ຜົນ​ກະທົບ​ຕໍ່​ປະຊາຊົນ​ຫລາຍ​ສິບ​ລ້ານ​
ຄົນ ​ແຕ່​ລັດ​ Kentucky ​ໄປ​ຫາ​ເຂດ New England.​ ​ໄດ້​ມີ​ການປະ​ກາດ​ ພາວະ​ສຸກ​ເສີນ
ຢ່າງ​ນ້ອຍຢູ່​ໃນ 10 ລັດ.

​ໃນ​ລະດັບ​ທົ່ວ​ປະ​ເທດ​ແລ້ວ​ ຖ້ຽວ​ບິນ​ຕ່າງໆ​ໄດ້​ມີ​ການ​ຍົກ​ເລີກ ບໍ່​ຕ່ຳ​ກວ່າ 6,300 ຖ້ຽວ​ໃນ​
ວັນ​ສຸກ​ວານນີ້​ ​ແລະ​ຜູ້​ເດີນທາງ​ຫຼາຍໆ​ພັນ​ຄົນ​ໄດ້​ມີ​ການ​ຊັກ​ຊ້າ.

ທີ່​ນະຄອນ​ນິວຢອກ​ ພວກ​ນັກ​ພະຍາກອນ​ອາກາດ ​ທຳນາຍ​ວ່າ​ ຈະ​ມີ​ຫິມະ​ຕົກລົງ​ມາ​ຢ່າງ​
ຮ້າຍ​ແຮງ​ໃນ​ຂະນະ​ທີ່​ລົມພາຍຸ​ຫົວ​ນີ້​ ພວມ​ເຄື່ອນ​ເຂົ້າ​ໄປ​ໃກ້ໆ​ນັ້ນ.

ສ່ວນ​ຢູ່​ບ່ອນ​ອື່ນໆ ລາຍ​ງານ​ຂ່າວ​ແຈ້ງວ່າ​ ມີ​ຢ່າງ​ນ້ອຍ 5 ຄົນ​ໄດ້​ເສຍ​ຊີວິດ ​ໃນອຸບັດ​ເຫດ
​ທີ່​ພົວພັນ​ກັບ​ລົມພາຍຸ​ນີ້ຢູ່​ໃນ​ລັດ​ເທັນ​ເນັສຊີ ​ເຄັນ​ທັກ​ກີ ​ແລະ North Carolina. ​ເຈົ້າໜ້າ
​ທີ່​ໄດ້​ເຕືອນ​ປະຊາຊົນ​ບໍ່​ໃຫ້ອອກ​ນອກ​ເຮືອນໄປ​ໃສ​ມາ​ໃສ ໃນຂະນະ​ທີ່​ລົມພາຍຸ​ຫົວນີ້ພັດ​
ຜ່ານ​ເຂດ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

XS
SM
MD
LG