ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂດແຄມຝັ່ງທະເລ ກ້ຳຕາເວັນອອກ ສະຫະລັດ ຕຽມຮັບມື ກັບ ພາຍຸລະດູໜາວ ທີ່ຮ້າຍແຮງ


US East Coast Prepares for Gigantic Snowstorm
please wait

No media source currently available

0:00 0:01:55 0:00

ປະຊາຊົນ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງສະຫະລັດກຳລັງ​ກະກຽມ
​ຮັບ​ມື ກັບ​ລົມພາຍຸລະດູ​ໜາວ​ຮ້າຍ​ແຮງ ທີ່​ຂົ່ມຂູ່​ວ່າຈະ​ພາ​ໃຫ້​ມີຫິ
ມະຕົກຫລາຍເຖິງ 60 ຊັງ​ຕີ​ແມັດ​ ​ໃນ​ເຂດ​ນະຄອນຫຼວງ​ວໍ​ຊິງ​ຕັນ
ຂອງ​ສະຫະລັດ.

​ເຈົ້າຄອງ​ນະຄອນຫລວງວໍຊິງ​ຕັນ ທ່ານ​ນາງ Muriel Bowser
​ໄດ້​ປະກາດ​ພາວະ​ສຸກ​ເສີນໃນ​ວັນ​ພະຫັດ​ວານ​ນີ້ກ່ອນ​ໜ້າການ
ມາ​ເຖິງ​ ຂອງ ພາຍຸ​ຫິມະ ແລະ​ໄດ້​ປະກາດ ພາວະ​ສຸກ​ເສີນກ່ຽວ​
ກັບ​ຫິມະ ທີ່​ກຳນົດຈະ​ເລີ້ມ​ມີ​ຜົນ​ບັງຄັບ​ໃຊ້ ​ໃນ​ວັນ​ສຸກ​ມື້​ນີ້ ຫລັງ​
ຈາກ​ຊົ່ວໂມງ​ເຂົ້າການ. ບັນດາ​ໂຮງຮຽນ​ຕ່າງ​ໆ ພາກັນ​ປິດ ໃນ
​ວັນ​ສຸກ​ມື້​ນີ້ ​ເນື່ອງ​ຈາກ​ ການ​ມາ​ເຖິງ​ ຂອງ​ພາຍຸ ທີ່​ຄາດ​ວ່າ ​ຈະ
ເຮັດ​ໃຫ້​ມີໄຟຟ້າ​ມອດ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ແລະ​ການເດີນທາງ​ໄປມາ​ເປັນ​ອຳມະ
ພາດ. ພາວະ​ສຸກ​ເສີນນີ້ຍັງ​ໄດ້​ປະກາດທີ່ລັດ Maryland ພ້ອມ​ດ້ວຍລັດ Virginia ບ່ອນ
​ທີ່​ຜູ້​ປົກຄອງ​ລັດ ທ່ານ Terry McAuiliffe ກ່າວ​ວ່າ ຜູ້​ຄົນຄວນ​ຈະຖື “​ເອົາ​ການ​ຂົ່ມຂູ່​ຂອງ​
ພາຍຸ​ດັ່ງກ່າວຢ່າງ​ຈິງ​ຈັງ.”

​ເປັນ​ທີ່​ຄາດກັນ​ວ່າ​ ລົມພາຍຸ​ດັ່ງກ່າວ ຈະ​ມີຜົນ​ກະທົບ​ຕໍ່​ຫລາຍ​ລ້ານ​ຄົນ ນັບ​ແຕ່​ລັດ Ken-
turkey ​ໄປເຖິງ​ເຂດ New England ​ໃນ​ຕອນ​ແລງ​ວັນ​ສຸກ ຈົນ​ຮ​ອດວັນອາທິດ.

ບັນດາ​ນັກ​ພະຍາກອນ​ອາກາດ​ກ່າວ​ວ່າ ​ເບິ່ງ​ຊົງ​ວ່າ​ລົມພາຍຸ​ນີ້ຈະ​ພັດ​ເຂົ້າ ຖະຫຼົ່ມຫລັງ​ຈາກ​
ຊົ່ວ​ໂມງ​ເຮັດ​ການຕາມ​ປົກ​ກະຕິ​ທີ່​ເລີ້ມ​ແຕ່​ວັນ​ຈັນ​ຫາ​ວັນ​ສຸກສິ້ນສຸດ​ລົງ​ພໍດີ.

ພວກ​ນັກ​ພະຍາ​ກອນ​ອາກາດຫຼາຍໆ​ຄົນກ່າວ​ວ່າ ​ບັນດາເຄື່ອງຄອມ​ພິວ​ເຕີ້ທີ່ວັດ​ແທກ ທຳ
ນາຍ ແລະບອກ​ອ່ານທີ່ແຕກ​ຕ່າງ​ກັນ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ ບໍ່​ເຫັນ​ພ້ອມນຳກັນ ກ່ຽວ​ກັບ
​ເສັ້ນທາງຂອງ​ລົມພາ​ຍຸ​ໃຫຍ່ທີ່​ຈະເກີດ​ຂຶ້ນນັ້ນ​ ຕ່າງ​ກໍ​ເຫັນ​ພ້ອມ​ນຳ​ກັນ​ວ່າ ມັນ​ຈະ​ເປັນ​ລົມ
ພາຍຸ​ທີ່​ແຮງ​ພັດ​ມາ ຈາກ​ແຄມ​ຝັ່ງ​ມະຫາ​ສະມຸດ Atlantic ​ແລະ​ນຳ​ເອົາ​ອາຍ​ນໍ້າ​ທີ່ຊຸ່ມເຢັນ
​ເຂົ້າ​ມາ​ນຳ.

​ເຄຶ່ອງວັດ​ແທກຄອມ​ພິວ​ເຕີ ທຳນາຍວ່າຈະມີລົມ​ແຮງ ​ແລະມີ​ລະບົບລົມ ພາຍຸ​ດັ່ງກ່າວ​ຈະ
ເຄື່ອນ​ຍ້າຍ​ຊ້າໆ.

US Winter Storm
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG