ມັນຈະກິນເວລາອີກຫຼາຍມື້ ກ່ອນຊີວິດຈະກັບຄືນສູ່ສະພາບ
ປົກກະຕິ ຢູ່ເລາະຕາມແຄມຝັ່ງມະຫາສມຸດກໍ້າຕາເວັນອອກ
ຂອງ ສະຫະລັດ ລຸນຫຼັງພາຍຸຮ້າຍແຮງຂອງລະດູໜາວ ທີ່ນຳ
ເອົາລົມແຮງ ໄພນໍ້າຖ້ວມ ແລະພາຍຸຫິມະ ມາສູ່ຜູ້ຄົນເປັນສິບໆ
ລ້ານຄົນ.
ໃນວັນຈັນມື້ນີ້ ໂຮງການຣັຖບານ ສະຫະລັດ ໃນນະຄອນຫຼວງ
ວໍຊິງຕັນ ແມ່ນອັດລົງ ນອກຈາກພວກພນັກງານສຸກເສີນ ໃນເວ
ລາ ທີ່ຖນົນຫົນທາງແລະທາງຍ່າງໃນນະຄອນຫຼວງພວມຖືກຂຸດ
ຖືກຊ້ວນຫິມະອອກຢູ່. ລົດໄຟໃຕ້ດິນບາງແຫ່ງແມ່ນແລ່ນໄດ້ຄືນ
ລຸນຫຼັງໄດ້ປິດມາສອງວັນຍ້ອນພາຍຸດັ່ງກ່າວ.
ໂຮງຮຽນຕ່າງໆໃນນະຄອນຫຼວງແລະອ້ອມແອ້ມເຂດດັ່ງກ່າວຍັງອັດຢູ່ ໃນຂນະທີ່ພວກ ສາຍການບິນບາງສ່ວນແມ່ນເປີດຄືນຢ່າງຈຳກັດໃນເດິ່ນບິນໃຫຽ່ສາມແຫ່ງ.
ນອກນັ້ນຣັຖສະພາ ສະຫະລັດ ກໍແມ່ນໄດ້ເລື່ອນການລົງຄະແນນສຽງ ຫຼາຍເຣື່ອງ ທີ່ມີ
ກຳນົດໃສ່ວັນຈັນມື້ນີ້.
ພາຍຸດັ່ງກ່າວໄດ້ຊຸນໍ້າກ້ອນແຜ່ນໃຫຍ່ລົງໃສ່ຖນົນຫົນທາງໃນເມືອງຕ່າງໆທາງຝັ່ງລັດ
ນິວເຈີຊີ ກະທົບບ້ານເຮືອນ ແລະທຸຣະກິດຫ້າງຮ້ານຫຼາຍແຫ່ງ.
ຢ່າງໜ້ອຍມີລາຍງານວ່າ ໄດ້ມີຜູ້ເສັຽຊິວິດແລ້ວ 24 ຄົນຍ້ອນພາຍຸນີ້ ຊຶ່ງລວມທັງການ
ເປັນໂຣກຫົວໃຈວາຍ ໃນຂນະທີ່ຊ້ວນຫິມະຢູ່.