ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກການທູດ ສຫລ ຈະໄປຢ້ຽມຢາມ ເອເຊຍຕາເວັນອອກ


ທ່ານ Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງ ປະເທດສະຫະລັດ ຮັບຜິດຊອບກ່ຽວກັບກິດຈະການເອເຊຍ ຕາເວັນ ອອກແລະຍ່ານມະຫາສະມຸດປາຊີຟິກ
ທ່ານ Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງ ປະເທດສະຫະລັດ ຮັບຜິດຊອບກ່ຽວກັບກິດຈະການເອເຊຍ ຕາເວັນ ອອກແລະຍ່ານມະຫາສະມຸດປາຊີຟິກ

ນັກການທູດອະວຸໂສຂອງສະຫະລັດ ຮັບຜິດຊອບກ່ຽວກັບເຂດເອເຊຍຕາເວັນອອກພວມ
ກະກຽມທີ່ຈະອອກເດີນທາງໄປຢ້ຽມຢາມເຂດດັ່ງກ່າວໃນສັບປະດາໜ້າ.

ທ່ານ Kurt Campbell ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດຮັບ
ຜິດຊອບກິດຈະການເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກຈະອອກເດີນທາງ
ໃນວັນອາທິດມື້ອື່ນນີ້ ໄປຍັງນະຄອນຫຼວງປັກກິ່ງ ບ່ອນທີ່ທ່ານຈະເຂົ້າຮ່ວມກອງປະຊຸມຈຳ
ນວນນຶ່ງກ່ຽວກັບການຮ່ວມມືຢູ່ໃນພູມີພາກ.

ນອກນັ້ນຍັງເປັນທີ່ຄາດກັນວ່າທ່ານຈະໄດ້ສົນທະນາຫາລືກ່ຽວກັບຄວາມວິຕົກກັງວັນໃນເລື່ອງ
ເກົາຫຼີເໜືອແລະອີຣ່ານນຳດ້ວຍ.

ລຸນຫຼັງການຢ້ຽມຢາມຈີນແລ້ວທ່ານ Campbell ຈະເດີນທາງໄປຍັງມົງໂກເລຍແລະຕໍ່ຈາກ
ນັ້ນກໍໄປອິນໂດເນເຊຍ ບ່ອນທີ່ທ່ານຈະໄດ້ພົບປະກັບພວກເຈົ້າໜ້າທີ່ອະວຸໂສ ທີ່ພວມກະ
ກຽມຈັດກອງປະຊຸມສຸດຍອດ ຄັ້ງຈະມາ ໃນເຂດເອເຊຍຕາເວັນອອກ ແລະກອງປະຊຸມວ່າ ດ້ວຍຄວາມໝັ້ນຄົງພູມີພາກຂອງອາຊ່ຽນ.

ນອກນັ້ນ ທ່ານ Campbell ຍັງຈະໄດ້ຢຸດແວ່ທີ່ເກົາຫຼີໃຕ້ກ່ອນຈະເດີນທາງກັບຄືນສູ່ກຸງວໍ
ຊິງຕັນ.

ເທື່ອແລ້ວທ່ານ Campbell ເດີນທາງໄປຢ້ຽມຢາມຂົງເຂດແມ່ນໃນເດືອນມີນາຜ່ານມາເວ ລາທ່ານໄດ້ໄປຢ້ຽມຢາມປະເທດຍີ່ປຸ່ນ ມົງໂກເລຍ ແລະເກົາຫຼີໃຕ້.

ໃນເດືອນແລ້ວນີ້ ທ່ານ Campbell ກ່າວທີ່ກຸງວໍຊິງຕັນວ່າ ລັດຖະບານສະຫະລັດຈະດຳ
ເນີນການຮ່ວມກັບບັນດາປະເທດໃນເຂດເອເຊຍ ເພື່ອປັບປຸງການສຶກສາ ສາທາລະນະສຸກ ແລະການເປັນຢູ່ຂອງປະຊາຊົນ.

ທ່ານໃຫ້ຂໍ້ສັງເກດວ່າ ເຂດເອເຊຍຕາເວັນອອກສຽງໃຕ້ໄດ້ປະສົບກັບຄວາມກ້າວໜ້າທີ່ສຳ
ຄັນໃນຮອບທົດສະວັດຜ່ານມາແລະກຸ່ມອາຊ່ຽນທີ່ມີສະມາຊິກ 10 ປະເທດໄດ້ພັດທະນາ ກາຍເປັນສະຖາບັນທີ່ເຂັ້ມແຂງ. ທ່ານໄດ້ກ່າວຊົມເຊີຍ ການເອົາບົດບາດຂອງອາຊ່ຽນໃນ
ການແກ້ໄຂບັນຫາ ການແຜ່ຜາຍອາວຸດ ປະວັດໃນການນັບຖືສິດທິມະນຸດ ຂອງມຽນມາ ແລະການຮັກສາຄວາມປອດໄພທາງທະເລຢູ່ໃນຂົງເຂດ.

ນອກນັ້ນທ່ານຍັງເວົ້າວ່າ ວໍຊິງຕັນບໍ່ໄດ້ແຂ່ງຂັນກັບຈີນ ເພື່ອທຳການຄອບງຳຂົງເຂດແຕ່
ພວມຊອກຫາຊ່ອງທາງໃຫ້ມີການຮ່ວມມື ໄປສູ່ການແກ້ໄຂບັນຫາຕ່າງໆທີ່ມີຮ່ວມກັນ.

XS
SM
MD
LG