ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານສະຫະລັດ ໄດ້ຜ່ອນຜັນ ຂໍ້ກໍານົດໃນ​ການ​ອອກວີ​ຊາ​ໃຫ້​ແກ່ ຊາວອັຟການິສຖານ


ທ່ານ Abdul Aman Sediqi, ຜູ້​ໄດ້​ຮັບ​ວີ​ຊາ​ພິດ​ເສດ​ຂອງ ສ​ຫລ (SIV) ອູ້ມ​ລູກ​ຊາຍ​ນ້ອຍຂະ​ນະ​ທີ່​ຄອບ​ຄົວ​ຂອງ​ລາວ​ກຳ​ລັງ​ຈະ​ເຊັນ​ສັນ​ຍາ​ເຊົ່າ​ອາ​ພາດ​ເມັນພາຍ​ຫລັງ​ທີ່​ໄດ້​ຖືກ​ເອົາ​ອົບ​ພະ​ຍົບ​ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ, ຢູ່​ເມືອງ Houston, ລັດ​ເທັກ​ຊັ​ສ, ວັນ​ທີ 26 ສິງ​ຫາ, 2021.
ທ່ານ Abdul Aman Sediqi, ຜູ້​ໄດ້​ຮັບ​ວີ​ຊາ​ພິດ​ເສດ​ຂອງ ສ​ຫລ (SIV) ອູ້ມ​ລູກ​ຊາຍ​ນ້ອຍຂະ​ນະ​ທີ່​ຄອບ​ຄົວ​ຂອງ​ລາວ​ກຳ​ລັງ​ຈະ​ເຊັນ​ສັນ​ຍາ​ເຊົ່າ​ອາ​ພາດ​ເມັນພາຍ​ຫລັງ​ທີ່​ໄດ້​ຖືກ​ເອົາ​ອົບ​ພະ​ຍົບ​ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ, ຢູ່​ເມືອງ Houston, ລັດ​ເທັກ​ຊັ​ສ, ວັນ​ທີ 26 ສິງ​ຫາ, 2021.

ລັດ​ຖະ​ບານ​ສະ​ຫະ​ລັດ​ໄດ້​ຜ່ອນ​ຜັນ​ຂໍ້​ກໍາ​ນົດ​ທີ່​ເຂັ້ມ​ງວດບາງ​ຂໍ້ ​ທີ່​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ຕ້ອງໄດ້ປະ​ຕິ​ບັດ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ຂໍ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະ​ຫະ​ລັດ​.

​ເທົ່າ​ທີ່​ຜ່ານ​ມາ ຊາວ​ອັຟກາ​ນິສຖານ​ທີ່ເຮັດ​ວຽກ​ໃນ​ຕຳ​ແໜ່ງ​ພົນລະ​ເຮືອນ​ຢູ່​ພາຍ​ໃຕ້​ລະບອບການ​ປົກ​ຄອງ​ຕາ​ລີ​ບານ ຫລື ​ໄດ້​ຈ່າຍຄ່າ​ບໍລິການ​ຂອງ​ລັດ ​ເຊັ່ນ​ການເຮັດ​ໜັງສືຜ່ານ​ແດນ, ​ແມ່ນ​ບໍ່​ມີ​ສິດ​ໄດ້​ຮັບ​ວີ​ຊາ​ຈາກ​ສະຫະລັດ ບົນ​ພື້ນຖານ​ທີ່​ວ່າ ​ເຂົາ​ເຈົ້າ​ມີ​ສາຍ​ພົວພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ. ລັດ​ຖະ​ບານຂອງທ່ານ​ໄບ​ເດັນ ເວົ້າວ່າ ມັນບໍ່ເປັນຄື​ແນວນັ້ນອີກແລ້ວ.

“ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດໄດ້ໃຊ້ສິດອຳ ນາດຂອງ​ພວກ​ເພິ່ນ ພາຍໃຕ້ກົດໝາຍວ່າດ້ວຍຄົນເຂົ້າເມືອງ ແລະສັນຊາດ ເພື່ອອະນຸຍາດໃຫ້ລັດຖະບານ ສະ ຫະລັດທຳ​ການຍົກເວັ້ນທີ່ເປັນ​ແຕ່ລະກໍລະນີໄປ ແກ່ຜູ້ຍື່ນຂໍວີຊາແລະຂໍຜົນປະໂຫຍດດ້ານຄົນເຂົ້າເມືອງແບບອື່ນ ທີ່​ມີ​ສິດ​ເໝາະ​ສົມ​ໄດ້​ຮັບ ​ຖ້າ​ຫາກບໍ່​ມີ​ຂໍ້ກຳ​ນົດ​ທີ່​ວ່ານີ້ ຊຶ່ງ​ເປັນຜູ້​ທີ່ວ່າ ຖ້າ​ບໍ່​ດັ່ງ​ນັ້ນແລ້ວ ​ຈະ​ບໍ່​ມີ​ສິດ​ເໝາະ​ສົມ​ໄດ້​ຮັບບົນ​ພື້ນ​ຖານຫ້າມ​ບໍ່​ໃຫ້​ຮັບ ທີ່​ກວ້າງ​ຂວາງ​ຂອງ​ກົດ​ໝາຍ,” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ກ່າວ​ຕໍ່​ວີ​ໂອ​ເອ..

ພະ​ນັກ​ງານ​ແພດ​ທີ່​ຖືກມອບ​ໝາຍ​ໃຫ້​ເຮັດ​ວຽກ​ຢູ່ກອງ​ຮ້ອຍ​ທີ 82 ຂອງກອງ​ທັບ​ອາ​ກາດ ສ​ຫລ ກຳ​ລັງ​ຊ່ວຍ​ແມ່​ຍິງຄົນ​ນຶ່ງ ແລະ​ລູກ​ຂອງ​ລາວທີ່​ຫາ​ທາງ​ອອກ​ໜີ​ຈາກ​ປະ​ເທດ​ທີ່​ສະ​ໜາມ​ບິນສາ​ກົນ Hamid Karzai ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 25 ສິງ​ຫາ, 2021 (ພາບ​ສະ​ໜອງ​ໃຫ້​ໂດຍ U.S. Army)
ພະ​ນັກ​ງານ​ແພດ​ທີ່​ຖືກມອບ​ໝາຍ​ໃຫ້​ເຮັດ​ວຽກ​ຢູ່ກອງ​ຮ້ອຍ​ທີ 82 ຂອງກອງ​ທັບ​ອາ​ກາດ ສ​ຫລ ກຳ​ລັງ​ຊ່ວຍ​ແມ່​ຍິງຄົນ​ນຶ່ງ ແລະ​ລູກ​ຂອງ​ລາວທີ່​ຫາ​ທາງ​ອອກ​ໜີ​ຈາກ​ປະ​ເທດ​ທີ່​ສະ​ໜາມ​ບິນສາ​ກົນ Hamid Karzai ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ, ວັນ​ທີ 25 ສິງ​ຫາ, 2021 (ພາບ​ສະ​ໜອງ​ໃຫ້​ໂດຍ U.S. Army)

"ການເຄື່ອນ​ໄຫວນີ້ ຈະເຮັດໃຫ້ລັດຖະບານສະຫະລັດ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການ ປົກປ້ອງແກ່ຊາວອັ​ຟ​ກາ​ນິ​ສ​ຖານ ທີ່ມີສິດ​ເໝາະ​ສົມ​ໄດ້​ຮັບວີ​ຊາ ທີ່ບໍ່ເປັນໄພອັນຕະລາຍຕໍ່ຄວາມປອດໄພແຫ່ງຊາດ ຫຼື ຄວາມປອດໄພຂອງສາທາລະນະຊົນ ແລະໃຫ້ພວກເຂົາເຈົ້າ ສາມາດເຂົ້າ ເຖິງສະຖານະພາບຄົນເຂົ້າເມືອງ ທີ່ຍັ້ງ​ຍືນຢູ່ໃນສະຫະລັດໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄ​ສົກ ໂດຍ​ກ່າວ​ຕື່ມວ່າ​ ຊາວ​ອັຟກາ​ນິສຖານ​ທີ່​ເຮັດ​ວຽກ​ເປັນ​ລັດຖະກອນ​ໃນໄລ​ຍະ​ການ​ປົກຄອງ​ຂອງ​ກຸ່ມ​ຕາ​ລີ​ບານ​ຄັ້ງ​ທຳ​ອິດ​ໃນ​ອັຟກາ​ນິ​ສຖານ ​ແຕ່​ເດືອນ​ກັນຍາ 1996 ຫາ​ເດືອນ​ທັນວາ 2001, ​ແລະ​ຫຼັງ​ຈາກ​ວັນ​ທີ 15 ສິງຫາ 2021 ​ແມ່ນ​ມີ​ສິດ​ໄດ້​ຮັບ​ພາຍ​ໃຕ້​ນະ​ໂຍບາຍດັ່ງ​ກ່າວ.

ນັບ​ຕັ້ງ​ແຕ່​ປີ 2006, ລັດຖະບານ​ສະ​ຫະ​ລັດ ພາຍ​ໃຕ້​ການ​ປົກ​ຄອງຂອງ​ພັກຣີພັບ​ບລີ​ກັນ ​ແລະ​ພັກ​ເດ​ໂມ​ແຄຣັດ ​ໄດ້​ນຳ​ໃຊ້​ອຳນາດ ​ໃນ​ການການ​ຍົກ​ເວັ້ນທີ່​ວ່ານີ້ ​ຫຼາຍ​ກວ່າ 30 ຄັ້ງ ​ເພື່ອ​ປົກ​ປ້ອງ​ພັນທະ​ມິດ​ຂອງ​ສະຫະລັດ​ບໍ່​ໃຫ້ຖືກ​ສະກັດ​ກັ້ນທີ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍໂດຍ​ບໍ່​ໄດ້ຕັ້ງ​ໃຈ.

"ທ່ານ​ໝໍ, ຄູສອນ, ວິສະວະກອນ, ແລະຊາວອັຟກາ​ນິສຖານຜູ້ອື່ນໆ, ລວມທັງ ຜູ້ທີ່ສະຫນັບສະຫນູນຢ່າງກ້າຫານ ແລະມີ​ຄວາມຈົງຮັກພັກດີຕໍ່ກໍາລັງທະ​ຫານ ຂອງສະຫະລັດ ຢູ່ໃນພາກພື້ນດິນອັຟການິສຖານທີ່ມີຄວາມສ່ຽງຢ່າງ​ຫລວງຫຼາຍ ຕໍ່ຄວາມປອດໄພຂອງເຂົາເຈົ້າ ບໍ່ຄວນຖືກປະຕິເສດການປົກປ້ອງດ້ານມະນຸດສະທໍາ ແລະຜົນປະ ໂຫຍດດ້ານຄົນເຂົ້າເມືອງອື່ນໆ ຍ້ອນຄວາມໃກ້ຊິດຂອງ​ເຂົາ​ເຈົ້າກັບສົງຄາມທີ່ບໍ່ສາມາດຫຼີກລ້ຽງໄດ້ ຫລື ​ຍ້ອນ​ວ່າ ເຂົາເຈົ້າເຮັດ​ວຽກເປັນລັດ ຖະກອນ,” ນັ້ນ​ຄື​ຄຳ​ເວົ້າ​ຂອງໂຄສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG