ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຄົງຈະບໍ່ຕັ້ງຂໍ້ກ່າວຫາ ຕໍ່ຊາວເຢເມນສອງຄົນ ທີ່ຖືກຈັບຢູ່ເນເທີແລນ.


ເດີນບີນທີ່ ເນເທີແລນ
ເດີນບີນທີ່ ເນເທີແລນ

ເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ
ເຕືອນວ່າ ຢ່າຟ້າວດ່ວນ ສະລຸບກ່ຽວກັບຊາວເຢເມນ
2 ຄົນ ທີ່ຖືກຈັບຢູ່ເນເທີແລນ ໃນຖານສົງໄສເປັນຜູ້ວາງ
ແຜນໂຈມຕີກໍ່ການຮ້າຍນັ້ນ.

ຕຳຫຼວດເນເທີແລນ ໄດ້ຈັບຊາວເຢເມນທັງ 2 ເວລາເຂົາ
ເຈົ້າເດີນທາງໄປຮອດ ນະຄອນຫຼວງ Amsterdam
ໃນມື້ວັນອາທິດແລ້ວ ໃນຖ້ຽວບິນຈາກນະຄອນຊິຄາໂກ
ຂອງສະຫະລັດ.

ຫີບຂອງພວກກ່ຽວຍັງຢູ່ທີ່ສະຫະລັດ ຫຼັງຈາກພວກກວດ
ກາເຄື່ອງໄດ້ພົບເຫັນມີໂທລະສັບມືຖືມັດຕິດໃສ່ແກ້ວຢາລົດກົດໃນກະເພາະ ພ້ອມກັບ
ໂມງຫຼາຍໆໜ່ວຍ ແລະເງິນສົດອີກ7,000 ໂດລາ.

ນອກນັ້ນ ເຈົ້າໜ້າທີ່ສະຫະລັດຍັງມີຄວາມສົງໄສ ເວລາຊາວເຢເມນທັງ 2 ໄດ້ປ່ຽນ
ແຜນການເດີນທາງຢ່າງກະທັນຫັນ ຊື່​ງປາກົດວ່າ​ເປັນ​ຍ້ອນ​ເຂົາ​ເຈົ້າໄປບໍ່ທັນຖ້ຽວບິນ
ນັ້ນ. ເຈົ້າໜ້າທີ່ເນເທີແລນກ່າວວ່າ ມີການສົງໄສວ່າບຸກຄົນທັງສອງໄດ້ສົມຮູ້ຮ່ວມຄິດ
ກັນວາງແຜນ ທີ່ຈະທຳການໂຈມຕີກໍ່ການຮ້າຍ. ແຕ່ທຳນຽບຂາວກ່າວວ່າ ບຸກຄົນ
ທັງສອງບໍ່ມີຊື່ຢູ່ໃນບັນຊີຫ້າມບິນ ສໍາລັບ​ພວກ​ສົງ​ໃສເປັນຜູ້ກໍ່ການຮ້າຍ.

ເຈົ້າໜ້າທີ່ປະຕິບັດກົດໝາຍທ່ານນຶ່ງກ່າວຕໍ່ອົງການຂ່າວເອພີວ່າ ຊາວເຢເມນທັງສອງ
ບໍ່ຮູ້ຈັກກັນແລະກໍບໍ່ໄດ້ເດີນທາງຮ່ວມກັນ ເຖິງແມ່ນພວກເຂົາເຈົ້າຂີ່ ເຮືອບິນລຳດຽວ ກັນກໍຈິງ.

ເຈົ້າໜ້າທີ່ທ່ານນີ້ກ່າວວ່າ ທ່ານບໍ່ຄາດວ່າສະຫະລັດຈະທຳການຟ້ອງຮ້ອງພວກກ່ຽວ ແຕ່ຢ່າງໃດ.

XS
SM
MD
LG